ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອົງການລັດຖະບານກາງ ຈະກວດສອບລົງເລິກ ເຖິງສາເຫດ ຂອງການລະເບີດ ໃນລັດ ແມັສຊາຈູເສັຕສ໌


ເຮືອນຫຼັງນຶ່ງໄດ້ພັງລົງ ບ່ອນທີ່ມີຜູ້ເສຍຄົນນຶ່ງ ໃນລະຫວ່າງ
ການລະເບີດຫຼາຍຄັ້ງຂອງທໍ່ແກ໊ສທຳມະຊາດ, ເມືອງ ລໍເຣັນສ໌,
ລັດ ແມັສຊາຈູເສັຕສ໌. 14 ກັນຍາ, 2018.
ເຮືອນຫຼັງນຶ່ງໄດ້ພັງລົງ ບ່ອນທີ່ມີຜູ້ເສຍຄົນນຶ່ງ ໃນລະຫວ່າງ ການລະເບີດຫຼາຍຄັ້ງຂອງທໍ່ແກ໊ສທຳມະຊາດ, ເມືອງ ລໍເຣັນສ໌, ລັດ ແມັສຊາຈູເສັຕສ໌. 14 ກັນຍາ, 2018.

ຫົວໜ້າຂອງຄະນະກຳມະການ ການຂົນສົ່ງແຫ່ງຊາດກ່າວວ່າ ບັນດານັກສືບສວນສອບ
ສວນບໍ່ໄດ້ສົງໄສການເຮັດຜິດກົດໝາຍ ຫຼື ເຈຕະນາວາງແຜນຊົ່ວຮ້າຍ ໃນເຫດການ
ລະເບີດຫຼາຍຄັ້ງຂອງທໍ່ແກ໊ສທຳມະຊາດ ເມື່ອວັນພະຫັດທີ່ຜ່ານມາ ໃນທິດເໜືອຂອງ
ນະຄອນ ບອສຕັນ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະ ເຮືອນຫຼາຍສິບຫຼັງຖືກໄຟ
ໄໝ້.

ທ່ານ ໂຣເບີດ ຊຳວອລທ໌ (Robert Sumwalt) ປະທານຂອງຄະນະກຳມະການ
NTSB ໄດ້ກ່າວຕໍ່ບັນດານັກຂ່າວໃນວັນເສົາວານນີ້ວ່າ ເຈົ້າໜ້າທີ່ NTSB ບໍ່ໄດ້ຢູ່ໃນ
ຈຸດເກີດເຫດ ເພື່ອພິຈາລະນາເວລາທີ່ປະຊາຊົນຈະສາມາດເດີນທາງກັບໄປບ້ານຂອງ
ເຂົາເຈົ້າ. ທ່ານໄດ້ກ່າວວ່າ ຕົວແທນຂອງທ່ານໄດ້ວາງແຜນທີ່ຈະເຮັດວຽກ “ລົງເລິກ”
ເຂົ້າໃນສາເຫດຂອງອຸບັດຕິເຫດດັ່ງກ່າວ ເຊິ່ງອາດໃຊ້ເວລາເຖິງ 2 ປີ.

ທ່ານ ຊຳວອລທ໌ ກ່າວວ່າ ບັນດາເຈົ້າໜ້າທີ່ NTSB ຄາດວ່າຈະເດີນທາງໄປຮອດລັດ
ແມັດຊາຈູເສຕສ໌ ໃນລະຫວ່າງ 7 ຫາ 10 ວັນ, ເພື່ອບັນທຶກຄວາມເສຍຫາຍຕົວຈິງ ແລະ
ເກັບກຳສະຖິຕິ ແລະ ຫຼັກຖານສິ່ງບູດເໜົ່າ.

ທ່ານໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ຄວາມປອດໄພຢາກເບິ່ງໃນສິ່ງທີ່ຜູ້ຄວບຄຸມທໍ່ແກ໊ສ
ທີ່ກຳລັງຖືກກ່າວເຖິງນັ້ນ ຮູ້ກ່ອນການລະເບີດໃນຄືນວັນພະຫັດທີ່ຜ່ານມາ. ທ່ານໄດ້
ກ່າວວ່ານັກສືບສວນສອບສວນ ຍັງຈະກວດເບິ່ງປະເພດຂອງການຕຳນິຕ່າງໆ ກ່ຽວກັບ
ກິ່ນຂອງແກ໊໊ສຢູ່ໃນບໍລິເວນນັ້ນ ໃນວັນທີ່ນຳໄປສູ່ການລະເບີດ ແລະ ປະຫວັດຂອງ
ຄວາມຜິດພາດ, ການສ້ອມແປງ ຫຼືການກວດກາໃນອະດີດທີ່ຜ່ານມາບໍ່ດົນ.

ໃນຂະນະດຽວກັນ ບໍລິສັດແກ໊ສທຳມະຊາດທີ່ຮັບຜິດຊອບ ກ່ຽວກັບ ທໍ່ແກ໊ສຮົ່ວ ແມ່ນ
ກຳລັງດີ້ນຮົນ ທີ່ຈະອະທິບາຍເຖິງການຮັບມືໃນເບື້ອງຕົ້ນຂອງເຂົາເຈົ້າຕໍ່ວິກິດການດັ່ງ
ກ່າວ, ເຊິ່ງບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຄົນນຶ່ງ, ບາດເຈັບຊາວ
ກວ່າຄົນຕື່ມອີກ, ແລະ ບ້ານເຮືອນເສຍຫາຍ 60 ຫາ 80 ຫຼັງ.

ຫົວໜ້າຂອງປະລິສັດ ແກ໊ສ ໂຄລຳເບຍ (Columbia Gas) ທ່ານ ສເຕເຟັນ ບຣາຍອັນ
(Stephen Bryan) ໃນວັນສຸກທີ່ຜ່ານມາ ໄດ້ກ່າວ “ສະແດງຄວາມເສຍໃຈ” ຕໍ່ຄອບ
ຄົວຂອງທ້າວ ລີໂອແນລ ຣອນດັອນ, ອາຍຸ 18 ປີ ຜູ້ທີ່ໄດ້ເສຍຊີວິດໃນເວລາທີ່ທໍ່ຄວັນ
ໄຟໄດ້ຕົກລົງໃສ່ລົດຂອງລາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG