ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການການແພດ ສຫລ ຈະບໍ່ປ່ຽນຄໍາແນະນໍາ ກ່ຽວກັບການເປີດໂຮງຮຽນຄືນ ເຖິງແມ່ນວ່າ ຈະຖືກ ປ. ທຣໍາ ຕໍາໜິ


ຜູ້ຮັກສາຄວາມສະອາດ ໃນໂຮງຮຽນຫລວງ ທີ່ເມືອງ Des Moines ລັດໄອໂອວາ ທໍາຄວາມສະອດຫ້ອງຮຽນ ຢູ່ໂຮງຮຽນປະຖົມ Brubaker Elementary School ໃນວັນທີ 8 ກໍລະກົດ, 2020
ຜູ້ຮັກສາຄວາມສະອາດ ໃນໂຮງຮຽນຫລວງ ທີ່ເມືອງ Des Moines ລັດໄອໂອວາ ທໍາຄວາມສະອດຫ້ອງຮຽນ ຢູ່ໂຮງຮຽນປະຖົມ Brubaker Elementary School ໃນວັນທີ 8 ກໍລະກົດ, 2020

ຫົວໜ້າເຈົ້າໜ້າທີ່ການແພດສະຫະລັດທ່ານນຶ່ງ ກ່າວໃນວັນພະຫັດວານນີ້ວ່າ ທ່ານບໍ່ມີແຜນທີ່ຈະຜ່ອນເບົາຄໍາສັ່ງແນະນໍາສໍາລັບໂຮງຮຽນຫລວງ ເກືອບຮອດ 1 ແສນ ແຫ່ງ ຢູ່ໃນປະເທດວ່າ ຈະສາມາດເປີດຄືນແບບໃດຈຶ່ງປອດໄພໄດ້ ໃນຫລາຍອາທິດຂ້າງໜ້ານີ້ ໃນຂະນະທີ່ມີການເພີ້ມຂຶ້ນຂອງການລະບາດຂອງໄວຣັສໂຄໂຣນາຢ່າງໜັກ ເຖິງແມ່ນວ່າ ປະທານາທິບໍດີດໍໂນລ ທຣໍາ ຈະຕໍາໜິວ່າ ມາດຕະຖານນັ້ນ ແມ່ນເຂັ້ມງວດເກີນໄປ, ແພງ ແລະ “ບໍ່ເໝາະ ກັບສະພາບຕົວຈິງຫລາຍ.”

ດຣ. ໂຣເບີດ ເຣດຟຽວດ໌ (Robert Redfield), ອໍານວຍການຂອງສູນກາງ ຄວບຄຸມ ແລະປ້ອງກັນພະຍາດ ຫລື CDC ກ່າວຢູ່ໃນລາຍການ “Good Morning America” ຂອງໂທລະພາບ ABC News ວ່າ ອົງການດັ່ງກ່າວ “ມີຄວາມມຸ້ງໝັ້ນ ຕໍ່ການເປີດໂຮງຮຽນເຫລົ່ານີ້ຄືນ ຢ່າງປອດໄພ.”

ແຕ່ວ່າ ທ່ານບໍ່ມີຄວາມມຸ້ງໝັ້ນຕໍ່ການປ່ຽນແປງຄໍາສັ່ງແນະນໍາຂອງອົງການ ໃນການຮຽກຮ້ອງໃຫ້ນັກຮຽນທັງຫລາຍ ຮັກສາການຢູ່ຫ່າງກັນ ສອງແມັດ ໃສ່ໜ້າ ກາກ ແລະນັ່ງຢູ່ໂຕະທີ່ຕັ້ງໄວ້ຫ່າງກັນ 2 ແມັດ. ຄໍາສັ່ງແນະນໍາເຫລົ່ານີ້ຍັງຮຽກ ຮ້ອງໃຫ້ປິດຫ້ອງອາຫານ ແລະເດີ່ນຫລິ້ນຂອງເດັກນ້ອຍ ບ່ອນທີ່ນັກຮຽນໄປເຕົ້າ ໂຮມກັນຢູ່ເປັນກຸ່ມໃຫຍ່ໆ ນັ້ນອີກ.

ທ່ານທຣໍາ ໄດ້ຕໍາໜິຄໍາສັ່ງແນະນໍາດັ່ງກ່າວ ໂດຍຂຽນຢູ່ໃນທວີດເຕີໃນວັນພຸດ

ຜ່ານມາວ່າ ໃນຂະນະທີ່ CDC ຢາກໃຫ້ໂຮງຮຽນເປີດຄືນອີກ “ພວກເຂົາເຈົ້າ ຂໍໃຫ້ໂຮງຮຽນທັງຫລາຍເຮັດໃນສິ່ງທີ່ບໍ່ເໝາະກັບຕົວຈິງເລີຍ. ຂ້າພະເຈົ້າຈະໄປພົບກັບເຂົາເຈົ້າ.”

ທ່ານ ເຣດຟຽວດ໌ (Redfield) ເວົ້າວ່າ CDC ຈະເອົາ “ເອກະສານອ້າງອີງ” ເພີ້ມເຕີມມາໃຫ້ໂຮງຮຽນຕ່າງໆ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນກ່ຽວກັບຄໍາ ສັ່ງແນະນໍາດັ່ງກ່າວ.

ທ່ານກ່າວວ່າ “ມັນບໍ່ແມ່ນຂໍ້ກໍານົດ”. “ມັນແມ່ນການຮ້ອງຂໍແບບໃຊ້ຄໍາເວົ້າ “ທີ່ບໍ່ ໄດ້ມີເຈຕະນາ ທີ່ຈະໃຫ້ເປັນການກໍານົດ” “ໃນສິ່ງທີ່ເຮັດແບບປະສົມປະສານ ຢ່າງເໝາະສົມ…” ສໍາລັບແຕ່ລະໂຮງຮຮຽນ ແລະເຂດຄຸ້ມຄອງໂຮງຮຽນ ຢູ່ທົ່ວ ສະຫະລັດ.

ທ່ານກ່າວອີກວ່ “ການຕັດສິນໃຈເຫລົ່ານີ້ກ່ຽວກັບໂຮງຮຽນຕ່າງໆ ເປັນການ ຕັດສິນໃຈ ຢູ່ໃນລະດັບທ້ອງຖິ່ນ.” ທ່ານກ່າວອີກວ່າ “ຂໍໃຫ້ເຮັດແບບທີ່ວ່າ ເຂົາເຈົ້າຮູ້ສຶກສະດວກໃຈທີ່ຈະເຮັດໄດ້” ຊຶ່ງອາດຈະລວມມີ ຕາຕະລາງສອນ ຂອງໂຮງຮຽນທີ່ປັບປ່ຽນໄປ ເພື່ອຕັດຈໍານວນນັກຮຽນ ຢູ່ໃນຫ້ອງຮຽນລົງ ໃນ ເວລາຮຽນຕອນໃດຕອນນຶ່ງກໍໄດ້.

ລະບົບໂຮງຮຽນໃນທົ່ວສະຫະລັດ ກໍາລັງປະສົບບັນຫາຫຍຸ້ງຍາກໃນເລື້ອງທີ່ວ່າ ຈະເປີດໂຮງຮຽນຄືນແນວໃດໃນເດືອນສິງຫາ ແລະກັນຍາຈະມາເຖິງນີ້ ຊຶ່ງສ່ວນ ໃຫຍ່ແລ້ວ ໄດ້ຖືກປິດໄວ້ ນັບແຕ່ເດືອນມີນາເປັນຕົ້ນມາ ເມື່ອໄພອັນຕະລາຍ ຈາກການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ໄດ້ປາກົດຂຶ້ນຢ່າງກວ້າງຂວາງ ແລະມີການສອນທາງອອນລາຍສໍາລັບນັກຮຽນທີ່ຮຽນຢູ່ເຮືອນກາຍມາເປັນຫລັກ ການປະຕິບັດການມາແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG