ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈມຕີ​ ບ່ອນເກັບມ້ຽນອາວຸດ ​ຂອງ​ກຸ່ມທີ່ໜູນຫຼັງໂດຍອີຣ່ານ ໃນຊີເຣຍ ອີກຄັ້ງນຶ່ງ


ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອັອສຕິນ ໃຫ້ການເປັນພະຍານ ຢູ່ຫໍສະພາ ໃນວໍຊິງຕັນ, ວັນທີ 31 ຕຸລາ 2023.​ທ່ານອັອສຕິນ ກ່າວໃນວັນທີ 8 ພະຈິກວ່າ ກອງທັບສະຫະລັດ ໄດ້ບຸກໂຈມຕີບ່ອນເກັບມ້ຽນອາວຸດອີກແຫ່ງນຶ່ງ ໃນພາກຕາເວັນອອກຂອງຊີເຣຍ ທີ່ຖືກນຳໃຊ້ໂດຍ IRGC ແລະ ກຸ່ມໃນເຄືອຄ່າຍ.
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອັອສຕິນ ໃຫ້ການເປັນພະຍານ ຢູ່ຫໍສະພາ ໃນວໍຊິງຕັນ, ວັນທີ 31 ຕຸລາ 2023.​ທ່ານອັອສຕິນ ກ່າວໃນວັນທີ 8 ພະຈິກວ່າ ກອງທັບສະຫະລັດ ໄດ້ບຸກໂຈມຕີບ່ອນເກັບມ້ຽນອາວຸດອີກແຫ່ງນຶ່ງ ໃນພາກຕາເວັນອອກຂອງຊີເຣຍ ທີ່ຖືກນຳໃຊ້ໂດຍ IRGC ແລະ ກຸ່ມໃນເຄືອຄ່າຍ.

ກອງກຳລັງສະຫະລັດ ໄດ້ບຸກໂຈມຕີບ່ອນເກັບມ້ຽນອາວຸດອີກແຫ່ງນຶ່ງ ໃນພາກຕາເວັນອອກຂອງຊີເຣຍ ທີ່ຖືກນຳໃຊ້ໂດຍກອງກຳລັງພິທັກປະຕິວັດອິສລາມຂອງອີຣ່ານ ແລະກຸ່ມໃນເຄືອຄ່າຍ, ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍ ອອສຕິນ ໄດ້ປະກາດໃນວັນພະຫັດວານນີ້.

“ການໂຈມຕີປ້ອງກັນຕົນເອງທີ່ແນ່ນອນ ນີ້ແມ່ນເປັນການຕອບໂຕ້ ຕໍ່ການໂຈມຕີຫຼາຍໆຄັ້ງ ຕໍ່ເຈົ້າໜ້າທີ່ສະຫະລັດໃນອີຣັກ ແລະຊີເຣຍ ໂດຍພັນທະມິດຂອງກຸ່ມອາລ-ກຸດ (IRGC-Quds Force). ປະທານາທິບໍດີ ບໍ່ມີບູລິມະສິດໃດ ສູງກວ່າຄວາມປອດໄພຂອງເຈົ້າໜ້າທີ່ສະຫະລັດ, ແລະທ່ານໄດ້ຊີ້ນຳໃຫ້ດຳເນີນການ ໃນມື້ນີ້ ເພື່ອໃຫ້ຄວາມຈະແຈ້ງວ່າ ສະຫະລັດຈະປ້ອງກັນຕົນເອງ, ບຸກຄະລາກອນ, ແລະຜົນປະໂຫຍດຂອງຕົນ,” ທ່ານ ອັອສຕິນ ກ່າວໃນຖະແຫຼງການ.

ເຈົ້າໜ້າທີ່ທະຫານອາວຸໂສຄົນນຶ່ງ ກ່າວຕໍ່ພວກນັກຂ່າວໂດຍບໍ່ເປີດເຜີຍຊື່ ຫລັງຈາກການໂຈມຕີໃນແຂວງ ເດຍ ແອລ-ຊູ (Deir el-Zour) ຂອງຊີເຣຍ ວ່າ ກອງທັບບໍ່ມີຄວາມຈະແຈ້ງ ກ່ຽວກັບຕົວເລກຜູ້ເສຍຊີວິດ ແຕ່ໄດ້ຕິດຕາມ "ສອງສາມຄົນ" ຢູ່ທີ່ຈຸດຂອງການໂຈມຕີ ບໍ່ດົນກ່ອນການເປີດການໂຈມຕີ. ອົງການຂ່າວ AFP ລາຍງານວ່າ ມີຢ່າງນ້ອຍ 9 ຄົນເສຍຊີວິດໃນການໂຈມຕີດັ່ງກ່າວ.

"ຂ້າພະເຈົ້າ ໄດ້ເບິ່ງການສູ້ລົບ. ຂ້າພະເຈົ້າສາມາດບອກທ່ານໄດ້ເລີຍວ່າ ພວກເຮົາຄ້ອນຂ້າງແນ່ນອນວ່າມີການລະເບີດຄັ້ງທີສອງ ເຊິ່ງຊີ້ໃຫ້ເຫັນວ່າສະຖານທີ່ນີ້ແມ່ນບ່ອນເກັບອາວຸດ ທີ່ພວກເຮົາເຊື່ອວ່າອາດຈະຖືກໃຊ້ໃນການໂຈມຕີຫຼາຍໆຄັ້ງ ທີ່ເກີດຂື້ນກັບກອງກໍາລັງຂອງພວກເຮົາ," ເຈົ້າໜ້າທີ່ທະຫານອະວຸໂສກ່າວ.

ທ່ານ ອອສຕິນ ກ່າວຕື່ມໃນຖະແຫຼງການຂອງທ່ານວ່າ ສະຫະລັດໄດ້ກຽມພ້ອມແລ້ວ ທີ່ຈະໃຊ້ມາດຕະການເພີ່ມເຕີມ ເພື່ອປົກປ້ອງເຈົ້າໜ້າທີ່ ແລະສິ່ງອຳນວຍຄວາມສະດວກຂອງສະຫະລັດ, ໃນຂະນະດຽວກັນ ກໍຮຽກຮ້ອງໃຫ້ຕ້ານການຍົກລະດັບຄວາມຮຸນແຮງຂຶ້ນ.

"ພວກເຮົາພະຍາຍາມທີ່ຈະສົ່ງຂໍ້ຄວາມທີ່ຈະແຈ້ງໄປໃຫ້ອີຣ່ານ ວ່າພວກເຮົາຖືວ່າມັນເປັນຄວາມຮັບຜິດຊອບ ຕໍ່ການໂຈມຕີກອງກຳລັງສະຫະລັດ ແລະພວກເຮົາຄາດຫວັງວ່າ ອີຣ່ານ ຈະໃຊ້ມາດຕະການ ເພື່ອຊີ້ນຳໃຫ້ພວກຕົວແທນຂອງເຂົາ ເຈົ້າຢຸດ," ເຈົ້າໜ້າທີ່ທະຫານອະວຸໂສ ກ່າວກັບນັກຂ່າວ.

ການໂຈມຕີທີ່ແນ່ນອນ ໄດ້ເກີດຂຶ້ນ ບໍ່ພໍເທົ່າໃດຊົ່ວໂມງຫລັງຈາກພວກກະບົດຮູຕີ (Houthi) ທີ່ໄດ້ຮັບການໜູນຫຼັງຈາກອີຣ່ານ ໄດ້ຍິງເຮືອບິນບໍ່ມີຄົນຂັບຂອງສະຫະລັດ ທີ່ບິນຢູ່ເທິງທະເລແດງ ຕົກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG