ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະເຊີນກັບຄວາມເປັນໄປໄດ້ ໃນການປິດລັດຖະບານອີກຄັ້ງນຶ່ງ ກ່ຽວກັບບັນຫາການໃຊ້ຈ່າຍ 


ແຟ້ມຮູບ-ຍອດຂອງຫໍລັດຖະສະພາ ທີ່ແນມເຫັນໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ທັນວາ 2023. ມີຫຼາຍວຽກທີ່ຈະໃຫ້ບັນລຸກ່ຽວກັບການໃຊ້ຈ່າຍທີ່ວາງແຜນໄວ້ ຖ້າສະມາຊິກສະພາດໍາເນີນການຫຼີກລ້ຽງການປິດໂຕລົງໃນພາກສ່ວນຂະໜາດໃຫຍ່ຂອງລັດຖະບານກາງ ລະຫວ່າງປັດຈຸບັນນີ້ ຈົນເຖິງຕົ້ນເດືອນກຸມພາ.
ແຟ້ມຮູບ-ຍອດຂອງຫໍລັດຖະສະພາ ທີ່ແນມເຫັນໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ທັນວາ 2023. ມີຫຼາຍວຽກທີ່ຈະໃຫ້ບັນລຸກ່ຽວກັບການໃຊ້ຈ່າຍທີ່ວາງແຜນໄວ້ ຖ້າສະມາຊິກສະພາດໍາເນີນການຫຼີກລ້ຽງການປິດໂຕລົງໃນພາກສ່ວນຂະໜາດໃຫຍ່ຂອງລັດຖະບານກາງ ລະຫວ່າງປັດຈຸບັນນີ້ ຈົນເຖິງຕົ້ນເດືອນກຸມພາ.

ບັນ​ດາ​ຜູ້​ນຳ​ຂອງ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ ໄດ້​ປະ​ກາດກ່ຽວ​ກັບຂໍ້​ຕົກ​ລົງ ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ສຳ​ລັບ​ລະ​ດັບ​ການ​ໃຊ້​ຈ່າຍ​ໃນ​ປີ 2024 ແຕ່​ຍັງ​ມີ​ວຽກ​ງານ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ຈະ​ຕ້ອງ​ໄດ້​ເຮັດ ຖ້າ​ສະ​ມາ​ຊິກ​ສະ​ພາ​ຫາກວາງ​ແຜນ​ ທີ່​ຈະ​ຫລີກ​ລ່ຽງການ​ປິດ​ລັດ​ສ່ວນ​ໃຫຍ່​ຂອງ​ຖະ​ບານ​ກາງ​ ແຕ່​ດຽວນີ້​ໄປ​ຫາ​ຕົ້ນ​ເດືອນ​ກຸມ​ພາ.

ຈຸດ​ເພັ່ງ​ເລັງ​ທີ່​ສຳ​ຄັນ ​ຂອງວຽກ​ງານ​ດັ່ງ​ກ່າວ ກໍ​ແມ່ນຊອກ​ຫາ​ຊ່ອງທາງເພື່ອ​ສ້າງ​ຄວາມ​ເພິງ​ພໍ​ໃຈໃຫ້​ແກ່​ສະ​ມາ​ຊິກ​ຂວາ​ຈັດ​ກຸ່ມ​ນ້ອຍໆ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ຢູ່​ໃນ​ສະ​ພາ​ຕ່ຳ ທີ່​ທວງ​ໃຫ້​ຕັດ​ການ​ໃຊ້​ຈ່າຍ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ກາງ​ລົງ ຊຶ່ງ​ບໍ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ຂໍ້​ຕົກ​ລົງ​ງົບ​ປະ​ມານ 1 ພັນ 660 ຕື້​ໂດ​ລາ ທີ່​ໄດ້​ບັນ​ລຸ​ກັນ​ໂດຍ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ໄມ​ຄ໌ ຈອນ​ສັນ ແລະ​ຜູ້​ນຳ​ສະ​ພາ​ສູງ ທ່ານ​ຊັກ ຊູ​ເມີ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມານີ້.

ມັນ​ຈະ​ບໍ່​ເປັນ​ທີ່​ພຽງ​ພໍ​ ​ພຽງ​ແຕ່​ຕົກ​ລົງ​ຮັບ​ເອົາ​ໂຕ​ເລກ​ງົບ​ປະ​ມານ​ໂດຍ​ທົ່ວ​ໄປ ​ສຳ​ລັບ​ລັດ​ຖະ​ບານ​ກາງ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຍັງ​ຕ້ອງ​ໄດ້​ຮັບ​ຮອງ​ເອົາ​ ຮ່າງ​ກົດ​ໝາຍ ສຳ​ລັບ​ແຕ່​ລະ​ກະ​ຊວງ​ແລະ​ພະ​ແນກ​ການ​ຕ່າງໆ ໃນ​ການ​ໃຊ້​ຈ່າຍ​ເງິນ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ໂອ​ກາດ​ຫຼາຍ​ຂຶ້ນ ​ໃນ​ການ​ບໍ່​ລົງ​ລອຍ​ກັນ ແລະ​ມີ​ການ​ຊັກ​ຊ້າ.

ເສັ້ນ​ຕາຍ​ກ່ຽວ​ກັບ​ການ​ປິດ​ລັດ​ຖະ​ບານຊຶ່ງ​ໄດ້​ມີ​ການ​ຈັດ​ແຈງ​ໄວ້ ໂດຍ​ທີ່​ບາງ​ສ່ວນ​ຂອງ​ລັດ​ຖະ​ບານກາງ ຮວມ​ທັງ​ກະ​ຊວງ​ການ​ຂົນ​ສົ່ງ ການ​ກະ​ເສດ ເຄ​ຫະ​ສະ​ຖານ​ແລະ​ການ​ພັດ​ທະ​ນາ​ໂຕ​ເມືອງ ແລະ​ກິດ​ຈະ​ການ​ນັກ​ລົບ​ເກົ່າ ມີ​ກຳ​ນົດ​ທີ່​ຈະ​ໝົດ​ທຶນ​ສຳ​ລັບ​ໃຊ້​ຈ່າຍ​ພາຍ​ໃນ​ວັນ​ທີ 19 ມັງ​ກອນ. ສ່ວນ​ທີ່​ເຫຼືອ​ຂອງ​ລັດ​ຖະ​ບານ​ຈະ​ໝົດ​ທຶນ​ສຳ​ລັບ​ໃຊ້​ຈ່າຍ​ພາຍ​ໃນ​ເວ​ລາ​ສອງ​ອາ​ທິດ​ຕໍ່​ໄປ ຄື​ໃນ​ວັນ​ທີ 2 ກຸມ​ພາ.

ມັນ​ເປັນ​ເລື້ອງ​ສຳ​ຄັນ ​ທີ່​ຈະ​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ກໍ​ລະ​ນີ​ທີ່​ມີ​ການ​ປິດ​ລັດ​ຖະ​ບານ “ຢ່າງ​ເຕັມທີ່” ເກີດ​ຂຶ້ນ ​ການ​ບໍ​ລິ​ການ​ທີ່​ພົວ​ພັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ຄວາມ​ໝັ້ນ​ຄົງ​ພາຍ​ໃນ ແລະ​ການ​ປະ​ຕິ​ບັດ​ງານ “ທີ່​ຈຳ​ເປັນ” ອື່ນໆ​ຍັງ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ ແຕ່​ແນວ​ໃດ​ກໍ​ຕາມ ພະ​ນັກ​ງານ​ລັດ​ຖະ​ບານ ທີ່​ຕ້ອງ​ໄດ້​ເຮັດ​ວຽກ​ຕໍ່​ໄປ​ນັ້ນ ຈະ​ບໍ່​ໄດ້​ຮັບ​ເງິນ​ເດືອນ ຈົນ​ເທົ່າ​ການ​ຕົກ​ລົງ ​ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ ເປັນ​ທີ່​ຕົກ​ແຕກ​ກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG