ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອີກເທື່ອນຶ່ງ ລາຍງານ ກໍລະນີໂຄວິດ ຫຼາຍທີ່ສຸດ ເປັນປະຫວັດການ ໃນມື້ດຽວ


ທ້າວ Wally Ng ສາມາຊິກ Guardian Angels ຄົນນຶ່ງກຳລັງຍ່າງຮັກສາກັບສະມາຊິກຕົນອື່ນໆ ຢູ່ຄຸ້ມເມືອງຈີນ ໃນນະຄອນນິວຢອກ ລະຫວ່າງການລະບາດຂອງໂຄວິດ-19 ວັນທີ 16 ພຶດສະພາ 2020.
ທ້າວ Wally Ng ສາມາຊິກ Guardian Angels ຄົນນຶ່ງກຳລັງຍ່າງຮັກສາກັບສະມາຊິກຕົນອື່ນໆ ຢູ່ຄຸ້ມເມືອງຈີນ ໃນນະຄອນນິວຢອກ ລະຫວ່າງການລະບາດຂອງໂຄວິດ-19 ວັນທີ 16 ພຶດສະພາ 2020.

ສະຫະລັດທຳລາຍປະຫວັດຂອງຕົນ ໃນວັນພຸດວານນີ້ ທີີ່ີມີລາຍງານການຕິດ ພະຍາດ
ໂຄວິດ-19 ໃນໄລຍະ 24 ຊົ່ວໂມງເຖິງ 67,000 ກໍລະນີ ອີງຕາມ ມະຫາວິທະຍາໄລ
ຈອນສ໌ ຮອບກິນສ໌ (Johns Hopkins).

ມີເກືອບ 3.5 ລ້ານກໍລະນີທີ່ໄດ້ຮັບການຢືນຢັນ ແລະຫຼາຍກວ່າ 137,358 ຄົນໄດ້ເສຍ
ຊີວິດ ຈຶ່ງເຮັດໃຫ້ສະຫະລັດນຳໜ້າໂລກທັງສອງຢ່າງ. ຕິດຕາມດ້ວຍປະ ເທດບຣາຊິລ
ທີ່ມີ 1.9 ລ້ານກໍລະນີທີ່ໄດ້ຮັບການຢືນຢັນກໍລະນີ ແລະ 75,366 ຄົນ ໄດ້ເສຍຊີວິດ.

ບັນດາລັດທີ່ໄດ້ມີການຜ່ອນຜັນການໃນການປິດເມືອງ ແລະວາງມາດຕະການຈຳກັດ
ຮັດແຄບຕ່າງໆ ກໍເລີ້ມວາງຂໍ້ຈຳກັດຕ່າງໆຄືນໃໝ່ ໃນຂະນະທີ່ບັນດາ ເຈົ້າໜ້າທີ່ສາ
ທາລະນະສຸກໄດ້ຖີ້ມໂທດ ໃສ່ການເພີ້ມຂຶ້ນຂອງໄວຣັສໂຄໂຣນາ ຍ້ອນຜູ້ຄົນບໍ່ຍອມ
ໃສ່ໜ້າກາກ ແລະບໍ່ຫົວຊານຳກົດລະບຽບໃຫ້ຢູ່ຫ່າງກັນ.

ສອງຮ້ານຊັບພະສິນຄ້າຂາຍຫຍ່ອຍທີ່ໃຫຍ່ສຸດຂອງປະເທດຄື ຮ້ານ Walmart ແລະ
Kroger ກ່າວໃນວັນພຸດວານນີ້່ວ່າ ບັນດາລູກຄ້າທັງໝົດທີ່ຍ່າງຜ່ານເຂົ້າ ປະຕູຂອງ
ຕົນ ຢູ່ໃນສະຫະລັດ ແລະເປີໂຕຣິໂກ ຕ້ອງໃສ່ໜ້າກາກ ເລີ້ມແຕ່ອາ ທິດໜ້າເປັນຕົ້ນໄປ.

ປະມານ 35 ເປີເຊັນຂອງຮ້ານ Walmart ທີ່ຢູ່ໃນບັນດາເມືອງໃຫຍ່ແລະເມືອງນ້ອຍ
ຕ່າງໆ ບ່່ອນທີ່ລັດຖະບານທ້ອງຖິ່ນບໍ່ບັງຄັບໃຫ້ໃສ່ໜ້າກາກ. Walmart ມີ ຫຼາຍກວ່າ
5,000 ຮ້ານ ຢູ່ໃນສະຫະລັດ ແລະເປີໂຕຣິໂກ ອີງຕາມແວັບໄຊ ຂອງບໍລິສັດ.

ທ່ານອາແລັນ ແອລສແຕຣນ ອາຈານສອນ ຢູ່ມະຫາວິທະຍາໄລທຸລະກິດ Walton
ກ່າວຕໍ່ໂທລະພາບ CNN ວ່າ “Waltmart ມີອິດທິພົນຢ່າງໃຫຍ່ ຫຼວງກ່ຽວກັບເລື້ອງ
ນີ້. ທີ່ໃຫ້ສັນຍານແກ່ສາທາລະນະຊົນວ່າ ຖ້າຫາກຮ້ານ ຄ້າໃຫຍ່ຄືກັນກັບ Walmart ສະໜັບສະໜູນໃຫ້ພວກລູກຄ້າ ໃສ່ໜ້າກາກ ແລ້ວ ມັນດີສໍາລັບຊາວອາເມຣິກັນໂດຍ
ທົ່ວໄປເຊັ່ນດຽວກັນ.”

Waltmart ກ່າວວ່າ ຕົນຈະມີ ໃນອັນທີ່ຕົນທີ່ຮ້ອງວ່າ “ບັນດານັກການທູດ ອະນາໄມ”
ປະຈຳຢູ່ໜ້າປະຕູຮ້ານຂອງເຂົາເຈົ້າ ເພື່ອເຕືອນໃຫ້ພວກລູກຄ້າ ປິດປາກ ແລະດັງ
ເຂົາເຈົ້າ. ພວກມາຊື້ເຄື່ອງຢູ່ບັນດາຮ້ານ Walmart ແລະ Sam’s Club ຈະໄດ້ຮັບ
ໜ້າກາກ ຖາກຫາກເຂົາເຂົ້າບໍ່ມີ.

ສະຫະລັດບໍ່ມີກົດລະບຽບທົ່ວປະເທດ ສັ່ງໃຫ້ຄົນພາກັນໃສ່ໜ້າກາກຢູ່ໃນທີ່ສາທາລະ
ນະໂດຍປ່ອຍໃຫ້ຂຶ້ນຢູ່ກັບລັດຕ່າງໆ. ແຕ່ບັນດາສູນກາງປ້ອງກັນຄວບ ຄຸມແລະພະ
ຍາດ (CDC) ໄດ້ແນະນຳໃຫ້ພາກັນປະຕິບັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG