ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມສຸດຍອດ ສະຫະລັດ-ອາຟຣິກາ ໄຂຂຶ້ນ ຢູ່ວໍຊິງຕັນ (ວີດີໂອ/ສະໄລດ໌)


ລັດຖະມົນຕີຕ່າງປະເທດ John Kerry (ກາງ) ປະທານທະນາຄານໂລກ Jim Yong Kim (ຂວາ) ແລະ ຜູ້ແທນການຄ້າສະຫະລັດ ທ່ານ Michael Fromanມີຄວາມເຫັນຕໍ່ກອງປະຊຸມສຸດຍອດ ສະຫະລັດ-ອາຟຣິກາ ໃນ ຫົວຂໍ້ຄວາມເຕີບໂຕ ແລະ ໂອກາດ, ວັນທີ 4 ສິງຫາ 2014.
ລັດຖະມົນຕີຕ່າງປະເທດ John Kerry (ກາງ) ປະທານທະນາຄານໂລກ Jim Yong Kim (ຂວາ) ແລະ ຜູ້ແທນການຄ້າສະຫະລັດ ທ່ານ Michael Fromanມີຄວາມເຫັນຕໍ່ກອງປະຊຸມສຸດຍອດ ສະຫະລັດ-ອາຟຣິກາ ໃນ ຫົວຂໍ້ຄວາມເຕີບໂຕ ແລະ ໂອກາດ, ວັນທີ 4 ສິງຫາ 2014.

ສະຫະລັດ​ພ້ອມ​ທີ່​ຈະ​ປະກາດ​ ການ​ລົງທຶນ ມູນ​ຄ່າຫຼາຍຕື້​
ດອລລ່າ ຢູ່​ໃນ​ທະວີບອາ​ຟຣິກາ.

ຄາດ​ວ່າ ຈະ​ມີ​ປະມຸກ​ລັດ ຈາກ​ອາຟຣິກາ ຈຳນວນ 50 ທ່ານ
ມາເຂົ້າ ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຟຣິກາ ລະຍະ 3 ມື້
ຊຶ່ງ​ຈະເລີ້ມ​ຕົ້ນ​ໃນ​ວັນ​ຈັນ​ມື້​ນີ້ຢູ່​ວໍ​ຊິງ​ຕັນ ບ່ອນ​ທີ່ສະຫະລັດ
ຈະ​ເປີດ​ເຜີຍ ແຜນການລົງທຶນ ​ເກືອບ 1 ຕື້​ດອລລ່າ ​ໃນຂໍ້​
ຕົກລົງ​ດ້ານທຸລະ​ກິດ​ຕ່າງໆ ເພີ້​ມທຶນ​ສຳ​ຫລັບ​ການ​ຮັກສາ​
ສັນຕິພາບ ​ແລະຜູກ​ມັດ​ຫຼາຍຕື້​ດອລລ່າ​ ໃສ່ໂຄງການ​ດ້ານ
​ອາຫານ ​ແລະ ພະລັງງານ​ຕ່າງໆ ຢູ່​ໃນ​ອາ​ຟຣິກາ.

ປະ​ເທດ​ຈີນ ຢູ​ໂຣບ ​ແລະ ຍີ່ປຸ່ນ ​ທັງໝົດ ຕ່າງກໍໄດ້ຈັດເຫດການ​ຄ້າ​ຍ ຄື​ກັນນີ້​ຂຶ້ນ ​ເພື່ອ
​ສົ່ງ​ເສີມ​ການ​ລົງທຶນ​ໃນ​ອາ​ຟຣິກາ ​ແຕ່​ທຳນຽບຂາວ​ປະ​ຕິ​ເສດວ່າ ກອງ​ປະຊຸມ​ສຸດ​ຍອດ
​ອາ​ຟຣິກາ​ຂອງ​ຕົນ​ ບໍ່​ໄດ້​ເປັນ​ການ​ຕອບໂຕ້ ຕໍ່ການ​ລົງທຶນເພີ້​ມຂຶ້ນຂອງ​ຈີນ ຢູ່ໃນ
ອາ​ຟຣິກາ.

ບັນດາ​ທຸລະກິດ​ສະຫະລັດ ​ໂດຍ​ທົ່ວ​ໄປ​ແລ້ວ ມີ​ຄວາມ​ລັງ​ເລໃຈ ທີ່​ຈະ​ໄປ​ລົງທຶນ​ຢູ່​ໃນ​
ອາ​ຟຣິກາ ​ເຖິງ​ແມ່ນ​ວ່າ​ໄດ້​ເຫັນອັດຕາ​ການ​ຂະ​ຫຍາຍ ຕົວສູງ ຢູ່​ຫຼາຍໆປະ​ເທດ​ໃນ​
ອາ​ຟຣິກາ ກໍຕາມ.

Trade, Investment, Growth Are Key Issues at US-Africa Summit
please wait

No media source currently available

0:00 0:02:36 0:00

XS
SM
MD
LG