ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືທາງທະຫານ ລະຫວ່າງ ສະຫະລັດ ກັບອາຟຣິກາ ຍັງມີຂຶ້ນ ຜ່ານທາງໂລກຄອມພິວເຕີ


ນາຍພົນຕີ ແອນດຣູ ແອມ. ໂຣລິງ ຜູ້ບັນຊາການໜ່ວຍປະຕິບັດ
ງານ ໃນອາຟຣິກາ ຂອງກຳລັງທະຫານສະຫະລັດໃນພາກໃຕ້ຢູໂຣບ ໃັນທີ 14 ມັງກອນ 2020.
ນາຍພົນຕີ ແອນດຣູ ແອມ. ໂຣລິງ ຜູ້ບັນຊາການໜ່ວຍປະຕິບັດ ງານ ໃນອາຟຣິກາ ຂອງກຳລັງທະຫານສະຫະລັດໃນພາກໃຕ້ຢູໂຣບ ໃັນທີ 14 ມັງກອນ 2020.

ນັບເປັນເວລາ 11 ປີມາແລ້ວ ທີ່ບັນດາຜູ້ບັນຊາການກຳລັງພາກພື້ນດິນ ໃນອາຟຣິກາ ແລະ
ກອງທັບສະຫະລັດໄດ້ພົບປະປະຈຳປີ ຢູ່ທີ່ກອງປະຊຸມສຸດຍອດກຳ ລັງພາກພື້ນດິນອາຟຣິ
ກາ ຊຶ່ງເປັນກອງປະຊຸມ ເປັນເວລາ 4 ມື້ ບ່ອນທີ່ກຸ່ມດັ່ງ ກ່າວຈະຫາລືກັນ ເຖິງໄພຂົ່ມຂູ່ຕໍ່
ຄວາມໝັ້ນຄົງ ຢູ່ໃນທະວີບດັ່ງກ່າວ ແລະການ ຮວມກຳລັງເຫຼົ່ານີ້ ຈະສາມາດຮັບມືກັບໄພ
ຂົ່ມຂູ່ໄດ້ແນວໃດ.

ນັບແຕ່ນັ້ນມາ ສະພາບການດ້ານຄວາມປອດໄພໄດ້ປ່ຽນແປງໄປຢ່າງຫຼວງຫຼາຍ ແລະເຊັ່ນ
ດຽວກັນກັບແນວທາງທີ່ກອງທັບຂອງປະເທດຕ່າງໆໄດ້ພະຍາຍາມປັບປຸງ ເພື່ອໃຫ້ທັນການ
ກັບໄພຂົ່ມຂູ່ ນັ້ນຄືຄຳເວົ້າຂອງນາຍພົນຕີ ແອນດຣູ ແອມ. ໂຣລິງ ຜູ້ບັນຊາການໜ່ວຍປະ
ຕິບັດງານໃນອາຟຣິກາຂອງກຳລັງທະຫານສະຫະ ລັດໃນພາກໃຕ້ຢູໂຣບ.

ເນື້ອໄນຂອງກອງປະຊຸມສຸດຍອດເທື່ອທຳອິດ ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງວໍຊິງ ຕັນໃນປີ
2010 ນັ້ນ ກໍແມ່ນ “ກໍ່ຕັ້ງ ແລະຮັກສາຄວາມສຳພັນ ອັນເຂັ້ມແຂງ.” ແຕ່ໃນປີນີ້ ພິທີໄດ້ຈັດ
ຂຶ້ນຜ່ານທາງຄອມພິວເຕີ ແລະມີຂຶ້ນນຶ່ງມື້ຄືວັນທີ 19 ພຶດ ສະພາ ທີ່ມີຜູ້ຕາງໜ້າຫຼາຍກວ່າ
40 ປະເທດເຂົ້າຮ່ວມ.

ເປັນຄໍາຂວັນຂອງປີນີ້ ນາຍພົນໂຣລິງ ໄດ້ກ່າວຕໍ່ບັນດານັກຂ່າວ ຜ່ານທາງກອງປະຊຸມທາງ
ໂທລະພາບຈາກເມືອງວີເຊັນຊາ ໃນປະເທດອີຕາລີວ່າ “ການຮັກສາ ຄວາມປອດໄພຢູ່ພາຍ
ໃຕ້ສະພາບການທີ່ຊຸດໂຊມ ພວກເຮົາໄດ້ສົນທະນາຫາລື ກັນກ່ຽວກັບການຮັບມື ຕໍ່ໂຣກລະ
ບາດໃນກອງທັບ ຜົນກະທົບຈາກການແຜ່ລະບາດ ທີ່ມີຕໍ່ການປະຕິບັດງານ ແລະຕໍ່ການ
ເຝິກແອບ ແລະການຊ້ອມລົບຕ່າງໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG