ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງປະຊຸມສຸດຍອດຂອງຜູ້ນຳສະຫະລັດ -ອາຟຣິກາ ຈະ​ນຳ​ເອົາ​ສຽງ​ຮຽກ​ຮ້ອງ​ ຂອງ 50 ປະ​ເທດ ​ຢູ່ໃນ​ທະ​ວີບນັ້ນ ມາ​ຫາ ​ວໍ​ຊິງ​ຕັນ


ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການສ​ະ​ຫະ​ພາບ​ອາ​ຟ​ຣິ​ກາ (AUC), ທ່ານ Moussa Faki ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ເຄັນ​ຢາ, ທ່ານ William Ruto, ໃນ​ນະ​ຄອນ​ຫລວງ​ໄນ​ໂຣ​ບີຂອງ​ເຄັນ​ຢາ, 13 ກັນ​ຍາ, 2022.
ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການສ​ະ​ຫະ​ພາບ​ອາ​ຟ​ຣິ​ກາ (AUC), ທ່ານ Moussa Faki ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ເຄັນ​ຢາ, ທ່ານ William Ruto, ໃນ​ນະ​ຄອນ​ຫລວງ​ໄນ​ໂຣ​ບີຂອງ​ເຄັນ​ຢາ, 13 ກັນ​ຍາ, 2022.

ລັດຖະບານ​ຂອງ​ທ່ານໄບ​ເດັນຫວັງວ່າ ຈະໃຊ້ການມາ​ປະ​ຊຸມ​ກັນ ຂອງຄະນະຜູ້ ແທນອາຟຣິກາຈາກ 50 ປະ​ເທດໃນວໍຊິງຕັນ "ເພື່ອຍົກສູງແລະສ້າງຄວາມເຂັ້ມ ແຂງຂອງສະຖາບັນ, ປະ​ຊາ​ຊົນ ແລະປະເທດຊາດ ໃນອາຟຣິກາ" ໂດຍຜ່ານ ການສົນທະນາກັນກ່ຽວກັບສິ່ງທ້າທາຍຕ່າງໆເຊັ່ນ: ສຸຂະພາບ, ປະຊາທິປະໄຕ, ການປົກຄອງ, ການລົງທຶນ, ການພັດທະນາ, ການປ່ຽນແປງ ຂອງດິນຟ້າອາ ກາດ ແລະອື່ນໆ, ອີງ​ຕາມເຈົ້າຫນ້າທີ່ລັດ​ຖະ​ບານລະດັບສູງກ່າວໃນວັນພະຫັດວານນີ້.

ກອງ​ປະຊຸມ​ສຸດ​ຍອດ​ຂອງຜູ້ນຳ​ສະ​ຫະ​ລັດ-​ອາ​ຟຣິກາ​ໃນ​ອາທິດ​ໜ້ານີ້​ຈະ​ໃຊ້​ເວ ລາ​ສາມ​ວັນ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ເພື່ອປຶກສາ​ຫາລື​ ກ່ຽວ​ກັບ​ສິ່ງ​ທ້າ​ທາຍ, ຄວາມ​ຕ້ອງການ ​ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນທີ່ກວມ​ເອົາ 1/5 ຂອງປະ ຊາກອນ​ໂລກ ທີ່​ແຜ່​ຂະຫຍາຍ​ໄປ​ທົ່ວ​ແຜ່ນດິນ​ອັນ​ກວ້າງໃຫຍ່ ​ທີ່​ໃຫຍ່​ກວ່າ​ຈີນ, ອິນ​ເດຍ, ແຜ່ນ​ດິນ​ໃຫຍ່ຂອງສະ​ຫະ​ລັດ ​ແລະ​ເກືອບ​ໝົດ​ທະ​ວີບ​ຢູໂຣບ​ ລວມ ເຂົ້າກັນ, ແລະເປັນບ່ອນທີ່ໃຊ້​ພາ​ສາຫຼາຍເຖິງນຶ່ງສ່ວນສາມຂອງຈໍ​າ​ນວນພາ​ສາ​ທັງ​ໝົດທີ່ໃຊ້​ຢູ່ໃນໂລກ.

ກອງ​ປະຊຸມ​ສຸດ​ຍອດ​ຂອງ​ປີ​ນີ້, ​ເຊິ່ງຈະ​ເລີ່​ມຕົ້ນຂຶ້​ນໃນ​ວັນ​ອັງຄານ​ໜ້າ, ຈະເພັ່ງ​ເລັງໃສ່ "ການ​ລົງ​ເລິກ​ ແລະ​ຂະຫຍາຍ​ການ​ເປັນ​ຄູ່​ຮ່ວມ​ມື​ລະຫວ່າງ​ສະ​ຫະ​ລັດ-ອາ​ຟຣິກາ ​ໃນ​ໄລຍະ​ຍາວ ​ແລະຊຸກຍູ້​ບູລິມະສິດ​ຮ່ວມ ​ຂອງ​ພວກ​ເຮົາ, ​ເສີມ​ຂະ ຫຍາຍ​ສຽງຮຽກ​ຮ້ອງ​ຂອງ​ອາ​ຟຣິກາ ​ເພື່ອ​ຮ່ວມ​ມື​ກັນຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ຍຸກ​ນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ລາຍ​ງານຫຍໍ້​ໃຫ້ກັບ​ພວກນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນ​ເງື່ອນ​ໄຂ​ທີ່​ວ່າບໍ່​ໃຫ້​ບອ​ກຊື່​ຂອງ​ເຂົາ​ເຈົ້າ​ ດັ່ງ​ທີ່​ໄດ້​ປະ​ຕິ​ບັດທົ່ວ​ໄປ​ຢູ່​ໃນ​ກອງ​ປະ​ຊຸມລາຍ​ງານ​ຫຍໍ້​ຂອງ​ທຳ​ນຽບ​ຂາວ.

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຂັ້ນ​ສູງ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ປະກາດ "ບັນ​ດາໂຄງ​ການ ແລະຂໍ້​ລິ​ເລີ່ມ​ທີ່​ສຳຄັນ" ​ຢູ່ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່ຈະ​ດຳ​ເນີນ​ໄປເປັນ​ເວລາ 3 ມື້ນີ້ ​ແຕ່ກໍ​ໄດ້​ປະຕິ​ເສດ​ທີ່​ຈະ​ໃຫ້​ລາຍ​ລະ​ອຽດໃດໆ.

"ເຈົ້າໜ້າທີ່ທ່ານນັ້ນກ່າວອີກວ່າ "ນີ້ແມ່ນກ່ຽວກັບການກຳນົດວາລະວຽກ​ງານລະ ດັບໂລກຮ່ວມກັນ ເພື່ອ​ເບິ່ງວ່າຢູ່ບ່ອນໃດມີໂອກາດ ຢູ່​ບ່ອນ​ໃດທີ່ຊາວອາຟຣິກາ ຄວນ - ຈະ, ຕ້ອງ ນັ່ງຢູ່ໂຕະ ແລະຊ່ວຍພວກເຮົາທົບທວນເບິ່ງສິ່ງທ້າທາຍທີ່ ຫຍຸ້ງຍາກທີ່ສຸດບາງ​ອັນ ທີ່ມີ​ຜົນ​ກະ​ທົບ​ໃນທົດສະວັດນີ້."

​ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດກ່າວ​ຕໍ່ວີ​ໂອ​ເອວ່າ ຄະນະ​ຜູ້​ແທນ​ທັງ​ໝົດ 50 ຄົນ ​ທີ່​ໄດ້​ຮັບ​ເຊີນ​ຈາກ 49 ປະ​ເທດ ​ບວກ​ກັບ​ສະຫະພາບ​ອາ​ຟຣິກາ ​ໄດ້​ຢືນຢັນ​ການ​ເຂົ້າ​ຮ່ວມ​ຂອງ​ເຂົາ​ເຈົ້າ ​ແຕ່​ບໍ່​ໄດ້​ບອກ​ວ່າ​ຈະ​ເປັນເຈົ້າ​ໜ້າ​ທີ່​ລັດຖະ ບານ​ໃນ​ລະດັບ​ໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG