ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ເດີນທາງໄປເຄົາລົບ ສົບທະຫານ 30 ຄົນ ທີ່ຖານທັບໂດເວີ


ປະທານາທິບໍດີໂອບາມາ ເດີນທາງໄປເຖິງຖານທັບອາກາດໂດເວີ ລັດເດລາແວ ເພື່ອຢ້ຽມເຄົາລົບສົບທະຫານ ອະເມຣິກັນ 30 ຄົນທີ່ເສຍຊີວິດ ໃນເຫດເຮລິຄອບເຕີຖືກຍິງຕົກ ໃນອັຟການີສຖານ, ວັນທີ 9 ສິງຫາ 2011.
ປະທານາທິບໍດີໂອບາມາ ເດີນທາງໄປເຖິງຖານທັບອາກາດໂດເວີ ລັດເດລາແວ ເພື່ອຢ້ຽມເຄົາລົບສົບທະຫານ ອະເມຣິກັນ 30 ຄົນທີ່ເສຍຊີວິດ ໃນເຫດເຮລິຄອບເຕີຖືກຍິງຕົກ ໃນອັຟການີສຖານ, ວັນທີ 9 ສິງຫາ 2011.

ປະທານາທີີບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເດີນທາງໄປປະກອບພິທີອັນ​ເຄ່ງ​
ຂຶມ ທີ່ຖານທັບອາກາດ ​ໂດ​ເວີ ໃນລັດເດລາແວ ທາງພາກຕາເວັນອອກຂອງສະຫະລັດ
​ໃນ​ວັນ​ອັງຄານ​ວານ​ນີ້ ເພື່ອໃຫ້ກຽດແກ່ທະຫານອະເມລິກັນ 30 ຄົນ ແລະທະຫານອັຟກາ
ນີສຖານ 8 ຄົນ ທີ່ເສຍຊີວິດໃນເຫດຍົນເຮລິຄອບເຕີຕົກ ໃນອັຟການນີສຖານນັ້ນ.

ທ່ານ ໂອບາມາ ໄດ້ສະແດງຄວາມເຄົາລົບສົບຂອງພວກທະຫານທີ່ເສຍຊີວິດ​ເຫລົ່າ​ນັ້ນ ຊຶ່ງໂຮມທັງທະຫານໜ່ວຍລົບພິເສດຂອງ​ກອງທັບ​ເຮືອ ຫລື Navy SEALs ທີ່ສົບ​ທັງ​ໝົດ
ຖືກນໍາກັບມາ​ຍັງ​ສະຫະລັດໂດຍຍົນບັນທຸກສິນຄ້າທະຫານສອງລໍາ.

ທໍານຽບຂາວກ່າວວ່າ ໃນເວລາຕໍ່ມາທ່ານໂອບາມາ ໄດ້ພົບປະກັບຄອບຄົວ ແລະເພື່ອນມິດ
250 ຄົນຂອງຜູ້ເສຍຊີວິດ ທີ່ໄດ້ມາໂຮມກັນຢູ່ທີ່ຖານທັບດັ່ງກ່າວ ແລະທ່ານໄດ້ສະແດງ
ຄວາມເສົ້າສະຫລົດໃຈ ແລະຮູ້ບຸນຄົນຕໍ່ການເສຍສະຫລະຂອງພວກທະຫານດັ່ງກ່າວ.

ພິທີຕ້ອນຮັບການເດີນທາງມາເຖິງຂອງສົບທະຫານ ທີ່ລັດເດລາແວເມື່ອວັນອັງຄານວານນີ້
ບໍ່ໄດ້ເປີດ​ໃຫ້ສື່ມວນຊົນ​ໄປ​ເອົາ​ຂ່າວ. ທໍານຽບຫ້າແຈ ຫລື ແພນຕາກອນ ກ່າວວ່າ ເນຶ່ອງ ຈາກທາງກອງທັບຍັງບໍ່ສາມາດພິສູດຊີ້ຕົວສົບພວກເຄາະຮ້າຍໄດ້ເທື່ອ ໂຮມທັງພວກ ທະຫານອັຟການີສຖານນັ້ນນໍາ ພວກພີ່ນ້ອງ​ໃກ້ຊິດຂອງຜູ້ເສຍຊີວິດ ຈຶ່ງບໍ່ສາມາດ​ທີ່​ຈະ
ອະນຸຍາດ ໃຫ້ພວກນັກຂ່າວມາເອົາຂ່າວພິທີເຄຶ່ອນຍ້າຍສົບໄດ້.

ສົບຂອງໜ່ວຍທະຫາກ້າຕາຍອັຟການີສຖານທັງເຈັດຄົນ ແລະນາຍພາສານຶ່ງຄົນ ຈະຖືກສົ່ງ ກັບຄືນໄປຍັງອັຟການີສຖານ ຫລັງຈາກການພິສູດຊີ້ຕົວສົບສໍາເລັດລົງແລ້ວ.

XS
SM
MD
LG