ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮັກສາການ ລມຕ ປ້ອງກັນປະເທດ ວ່າ ບໍ່ໄດ້ຮັບຄຳສັ່ງ ໃຫ້ຖອນ ກຳລັງທະຫານ ອອກຈາກ ອັຟການິສຖານ


ຮັກສາການ ລັດຖະມົນຕີ ປ້ອງກັນປະເທດ ທ່ານ ແພັດ ແຊນນະແຮນ, ຊ້າຍ, ເດີນທາງຮອດນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 11 ກຸມພາ 2019, ເພື່ອປຶກສາກັບ ນາຍພົນ ກອງທັບບົກ ສກັອດ ມີລເລີ, ຂວາ, ຜູ້ບັນຊາການ ກຳລັງທະຫານ ສຫລ ແລະກຳລັງປະສົມ, ແລະບັນດາຜູ້ນຳ ອາວຸໂສ ຂອງລັດຖະບານ ອັຟການິສຖານ.
ຮັກສາການ ລັດຖະມົນຕີ ປ້ອງກັນປະເທດ ທ່ານ ແພັດ ແຊນນະແຮນ, ຊ້າຍ, ເດີນທາງຮອດນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 11 ກຸມພາ 2019, ເພື່ອປຶກສາກັບ ນາຍພົນ ກອງທັບບົກ ສກັອດ ມີລເລີ, ຂວາ, ຜູ້ບັນຊາການ ກຳລັງທະຫານ ສຫລ ແລະກຳລັງປະສົມ, ແລະບັນດາຜູ້ນຳ ອາວຸໂສ ຂອງລັດຖະບານ ອັຟການິສຖານ.

ຮັກສາການຊົ່ວຄາວ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ແພັດທຣິກ
ແຊນນະແຮນ ໄດ້ກ່າວວ່າ ທ່ານ ບໍ່ໄດ້ຮັບຄຳສັງ ຈາກປະທານາທິບໍດີ ດໍໂນລ ທຣຳ
ໃຫ້ຖອນກຳລັງທະຫານ ອາເມຣິກັນ ອອກຈາກອັຟການິສຖານ.

“ຂ້າພະເຈົ້າ ບໍ່ໄດ້ຮັບການຊີ້ນຳ ໃຫ້ລົດກຳລັງທະຫານຂອງພວກເຮົາ ຢູ່ໃນ
ອັຟການິສຖານ ລົງ”
ທ່ານແຊນນະແຮນ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນໜ້າການ
ເດີນທາງ ໄປຢ້ຽມຢາມ ກາບູລ ໃນວັນຈັນວານນີ້ ທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ. ທ່ານ
ກ່າວອີກວ່າ “ທິດທາງ.....ໃນການປະສານງານຢ່າງໃກ້ຊິດ ກັບລັດຖະມົນຕີ ວ່າການ
ຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ແລະ ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ
ທ່ານ ຈອນ ໂບລຕັນ ແມ່ນເພື່ອທີ່ຈະສະໜັບສະໜຸນ ເອກອັກຄະລັດຖະທູດ ຊາລເມ
ຄາລີລຊາດ ໃນການເຈລະຈາສັນຕິພາບເຫຼົ່ານີ້.”

ເມື່ອສັບປະດາແລ້ວນີ້ ໃນລະຫວ່າງ ການກ່າວຄຳປາໄສຕໍ່​ລັດ​ຖະ​ສະ​ພາ​ ແລະປະເທດ
ຊາດ ທ່ານ ທຣຳ ອີກຄັ້ງນຶ່ງ ໄດ້ໂຈມຕີ ບັນຫາຂັດແຍ້ງທີ່ແກ່ຍາວ ຈາກຊີເຣຍ ຫາ
ອັຟການິສຖານ ໂດຍກ່າວວ່າ “ພວກປະເທດທີ່ຍິ່ງໃຫຍ່ ບໍ່ຕໍ່ ສູ້ໃນສົງຄາມທີ່ບໍ່ມີວັນ
ສິ້ນສຸດ.”
ທ່ານ ໄດ້ກ່າວຕໍ່ຝຸງ​ຊົນ ວ່າ ໃນຂະນະທີ່ ບັນດານັກການທູດຂອງສະຫະລັດ
ໄດ້ທຳຄວາມກ້າວໜ້າ ໃນການເຈລະຈາ ສັນຕິພາບ ຂອງອັຟການິສຖານ ຢູ່ນັ້ນ “ພວກ
ເຮົາ ຈະສາມາດຫລຸດ ກຳລັງທະຫານ ທີ່ປະຈຳການ ແລະເພັ່ງເລັງໃສ່ ໃນເລື້ອງ
ການຕໍ່ຕ້ານລັດທິກໍ່ການຮ້າຍ.”

ທ່ານ ແຊນນະແຮນ ໄດ້ກ່າວໃນວັນຈັນວານນີ້ ວ່າ ຈຳນວນກຳລັງທະຫານສະຫະລັດ
ທີ່ປະຈຳການໃນອັຟການິສຖານ ຈະຖືກພິຈາລະນາກຳນົດ ໃນ “ແບບ ທີ່ປະສານງານ
ກັນ ແລະມີວິໄນ.”

ທ່ານເວົ້າຕໍ່ໄປວ່າ “ຂ້າພະເຈົ້າຄຶດວ່າ ການໄປມີໜ້ານັ້ນ ພວກເຮົາຢາກໄດ້ ໃນ
ອັຟການິສຖານ ແມ່ນສິ່ງທີ່ຮັບປະກັນວ່າ ການປ້ອງກັນປະເທດ ຂອງພວກເຮົາ
ແລະການສະໜັບສະໜຸນ ສະຖຽນລະພາບຢູ່ໃນພາກພື້ນ.”

ຮັກສາການຊົ່ວຄາວ ລັດຖະມົນຕີ ປ້ອງກັນປະເທດ ໄດ້ພົບປະກັບ ປະທານາທິບໍດີ ຂອງ
ອັຟການິສຖານ ທ່ານ ອາຊຣັຟ ການີ, ຫົວໜ້າບໍລິຫານ ຂອງອັຟກາ ນິສຖານ ທ່ານ
ອັບດູລລາ ອັບດູລລາ ແລະ ລັດຖະມົນຕີ ປ້ອງກັນປະເທດ ທ່ານ ອາຊາດູລລາ ຄາລີດ
ໃນຂະນະ ຢູ່ໃນນະຄອນຫຼວງກາບູລ ຂອງອັຟການິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG