ຜູ້ວ່າການຫົວໜ້າດ້ານປ້ອງກັນຊາດຂອງສະຫະລັດ, ທ່ານ ແພັດ ຊານາຮານ (Pat Shanahan) ໄດ້ໄປເຖິງອັຟການິສຖານໃນວັນຈັນມື້ນີ້ ເພື່ອພົບປະກັບບັນດາຜູ້ນຳຂອງອັຟການິສຖານ ແລະພວກຜູ້ບັນຊາການຂອງສະຫະລັດ.
ການຢ້ຽມຢາມດັ່ງກ່າວມີຂຶ້ນໃນຂະນະທີ່ພວກນັກເຈລະຈາກຳລັງປະຕິບັດງານຮ່ວມກັນໃຫ້ກ້າວໄປບັນລຸຂໍ້ຕົກລົງສັນຕິພາບສຳລັບສົງຄາມທີ່ເລີ້ມຕົ້ນມາແຕ່ປີ 2001 ນັ້ນໄດ້.
ທ່ານ ຊານາຮານ (Shanahan) ໄດ້ກ່າວຕໍ່ພວກນັກຂ່າວທີ່ເດີນທາງໄປກັບທ່ານວ່າ ທ່ານຢາກກ່າວເນັ້ນໜັກ ໃຫ້ພວກເຈົ້າໜ້າທີ່ອັຟການິສຖານຮູ້ເຖິງຄວາມສຳຄັນຂອງການມີສ່ວນກ່ຽວຂ້ອງກັບການສົນທະນາກ່ຽວກັບສິ່ງທີ່ເກີດຂຶ້ນໃນປະເທດຂອງເຂົາເຈົ້າ.
ທ່ານເວົ້າວ່າ "ສະຫະລັດໄດ້ລົງທຶນເປັນຈຳນວນຫລວງຫລາຍດ ຫລາຍອີ່ຫລີ ເຂົ້າໃນ
ການຮັບປະກັນດ້ານຄວາມໝັ້ນຄົງຂອງປະເທດ ແຕ່ວ່າ ປະຊາຊົນອັຟການິສຖານຕ້ອງ
ເປັນຜູ້ຕັດສິນໃຈເອົາເອງ ກ່ຽວກັບອະນາຄົດຂອງພວກເຂົາເຈົ້າ.” ລັດຖະບານຂອງປະ
ທານາທິບໍດີອາຊຣັຟ ການີ (Ashraf Ghani) ບໍ່ໄດ້ມີສ່ວນຮ່ວມ ກັບການພົບປະເຈລະ
ຈາກັນ ລະຫວ່າງທ່ານ ຊາລເມຄາລີລຊາດ (Zalmay Khalilzad), ທູດພິເສດຂອງສະ
ຫະລັດ ກັບກຸ່ມຕາລີບານ ທີ່ກຳລັງດຳເນີນໄປຢູ່ໃນເວລານີ້.
ທ່ານຄາລີລຊາດ (Khalilzad) ກ່າວໃນອາທິດແລ້ວນີ້ວ່າ ທ່ານເຊື່ອວ່າ ອາດຈະສາມາດບັນລຸສັນຍາສັນຕິພາບໄດ້ ກ່ອນການເລືອກຕັ້ງປະທານາທິບໍດີຂອງ ອັຟການິສຖານ ທີ່ຈະຈັດຂຶ້ນ ໃນເດືອນກໍລະກົດນີ້. ທ່ານ ແລະທີມງານຂອງເພິ່ນ ມີກຳນົດທີ່ຈະພົບກັບກຸ່ມຕາລີບານອີກ ໃນປະເທດກາຕາ ໃນວັນທີ 25 ກຸມພາຈະມາເຖິງນີ້ ເພື່ອສົນທະນາເຈລະຈາກັນອີກ.
ທ່ານ ຊານາຮານ (Shanahan) ເວົ້າວ່າ ທໍານຽບຫ້າແຈ ກຳລັງ "ມີບົດບາດອັນສຳຄັນຫລາຍທີ່ສຸດ ໃນການເອື້ອອຳນວຍໃຫ້ມີການເຈລະຈາທີ່ປິ່ນອ້ອມການສົນທະນາກັນກ່ຽວກັບໂຄງສ້າງນັ້ນ, "ແລະກຳລັງດຳເນີນງານຢ່າງໃກ້ຊິດກັບທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະທ່ານ ຈອນ ໂບລຕັນ, ທີ່ປຶກສາດ້ານຄວາມໝັ້ນຄົງຂອງຊາດຢູ່.
ທ່ານ ຊານາຮານ (Shanahan) ກ່າວຕໍ່ນັກຂ່າວວ່າ "ດຽວນີ້ ພວກເຂົາເຈົ້າຢູ່ໃນຂັ້ນທີ່ວ່າ ມີຫຍັງແດ່ ທີ່ສາມາດເປັນໄປໄດ້ ແລະຝ່າຍໃດ ຄວນໂອ້ລົມກັບໃຜ.?
ທ່ານຍັງເວົ້າວ່າ ທ່ານບໍ່ໄດ້ຮັບຄຳສັ່ງວ່າ ໃຫ້ຫລຸດຈຳນວນທະຫານສະຫະລັດທີ່ປະຈຳຢູ່ອັຟການິສຖານລົງເທື່ອ.