ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ຍິນດີ ໃຫ້ ສຫລ ໃຊ້ ຖານທັບ 9 ແຫ່ງ (ວີດິໂອ)


ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ
ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ
ປະທານາທິບໍດີອັຟການິສຖານທ່ານຮາມິດ ກາໄຊ ກ່າວວ່າ ທ່ານ
ພ້ອມແລ້ວ ທີ່ຈະອະນຸຍາດໃຫ້ສະຫະລັດ ນຳໃຊ້ຖານທັບ 9 ແຫ່ງ ໃນອັຟການິສຖານຫຼັງຈາກກຳລັງສູ້ລົບຂອງນາໆຊາດສ່ວນໃຫຍ່
ຖອນອອກໄປໃນປີໜ້າ ແຕ່ທ່ານຕ້ອງການ ຢາກໄດ້ຮັບ ການຄໍ້າ ປະກັນທາງດ້ານຄວາມໝັ້ນຄົງແລະເສດຖະກິດ.

ປະເທດທັງສອງໄດ້ທຳການເຈລະຈາຫາລືມາເປັນເວລາດົນນານ
ແລ້ວ ກ່ຽວກັບຂໍ້ຕົກລົງສອງຝ່າຍ ທີ່ຈະກຳນົດການມີໜ້າຂອງກຳ
ລັງທະຫານສະຫະລັດໃນອັຟການິສຖານ ຫລັງຈາກປີ 2014. ໃນ ການຖະແຫຼງຢູ່ໃນພິທີທີ່ນະຄອນຫຼວງກາບູລໃນມື້ວັນພະຫັດວານ
ນີ້ ປະທານາທິບໍດີກາໄຊໄດ້ໃຫ້ລາຍລະອຽດເປັນເທື່ອທຳອິດກ່ຽວ ກັບການເຈລະຈາທີ່ທ່ານເວົ້າວ່າ ພວມກ້າວເຂົ້າສູ່ຂັ້ນສຳຄັນ.

ທ່ານກາໄຊເວົ້າວ່າ ທ່ານຈະອະນຸຍາດໃຫ້ສະຫະລັດຄວບຄຸມຖານທັບ 9 ແຫ່ງ ຢູ່ໃນທົ່ວປະ
ເທດອັຟການິສຖານ ຮວມທັງຖານທັບແຫ່ງນຶ່ງ ທີ່ຕັ້ງຢູ່ຕິດກັບຊາຍແດນປາກິສຖານ ແລະ ອີກແຫ່ງນຶ່ງໃກ້ກັບຊາຍແດນອີຣ່ານ ຖ້າວໍຊິງຕັນຫາກສາມາດສະໜອງຕອບຕໍ່ຄວາມຮຽກ ຮ້ອງຕ້ອງການຂອງອັຟການິສຖານ. ທ່ານກ່າວວ່າ ອັຟການິສຖານ ຕ້ອງການຢາກໃຫ້ສະ ຫະລັດ ໃຫ້ຄວາມໝາຍໝັ້ນ ທີ່ຈະເສີມຂະຫຍາຍຄວາມໝັ້ນຄົງ ເສີມສ້າງຄວາມເຂັ້ມແຂງ
ໃຫ້ແກ່ກອງທັບອັຟການິສຖານແລະໃຫ້ຄວາມຊ່ອຍເຫຼືອໃນການພັດທະນາເສດຖະກິດໄລ ຍະຍາວ.

ໃນເວລານີ້ ຍັງບໍ່ທັນມີປະຕິກິລິຍາໃດໆຈາກລັດຖະບານສະຫະລັດເທື່ອຕໍ່ການໃຫ້ຄວາມ ເຫັນດັ່ງກ່າວຂອງປະທານາທິບໍດີອັຟການຖານ.

ວີດິໂອ: ທະຫານສະຫະລັດກຽມຮັບມື ກັບການໂຈມຕີຂອງພວກຕາລີບານ ໃນຍາມລະດູບານໃໝ່:

XS
SM
MD
LG