ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍພົນ Dunford ເຂົ້າຮັບຕໍາແໜ່ງ ຫົວໜ້າຄົນໃໝ່ ຂອງກໍາລັງນາໆຊາດ ໃນອັຟການິສຖານ (ວີດີໂອ)


ທ່ານນາຍພົນທະຫານມາຣິນ Joseph Dunford ຂອງສະຫະລັດ ໃຫ້ຄໍາໃຫ້ຫານ ຢູ່ຕຶກລັດຖະສະພາສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ເມື່ອວັນທີ 15 ພະຈິກ 2012.
ທ່ານນາຍພົນທະຫານມາຣິນ Joseph Dunford ຂອງສະຫະລັດ ໃຫ້ຄໍາໃຫ້ຫານ ຢູ່ຕຶກລັດຖະສະພາສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ເມື່ອວັນທີ 15 ພະຈິກ 2012.
ທ່ານນາຍພົນ Joseph Dunford ຂອງສະຫະລັດ ໄດ້ເຂົ້າ
ຮັບໜ້າທີ່ເປັນຜູ້ບັນຊາການກອງທະຫານຊ່ວຍຮັກສາຄວາມ
ໝັ້ນຄົງນາໆຊາດຫລື ISAF ໃນອັຟການິສຖານແລ້ວ.

ນາຍພົນ Dunford ກ່າວໃນວັນອາທິດມື້ນີ້ ໃນພີທີປ່ຽນຜູ້ບັນຊາ
ການຢູ່ນະຄອນຫລວງຄາບູລວ່າ ທ່ານໃຫ້ຄວາມສະໜັບສະໜູນ
ແກ່ປະຊາຊົນອັຟການິສຖານ ໃນຂະນະທີ່ “ພວກເຂົາເຈົ້າສວຍ
ເອົາໂອກາດ ທີ່ຈະມີອານາຄົດອັນສົດໃສກວ່າເກົ່າ.”

ນາຍພົນ Dunford ຈະຄວບຄຸມດູແລການໂອນໜ້າທີ່ການຮັກ
ສາຄວາມໝັ້ນຄົງປອດໄພຂອງອັຟການິສຖານ ໄປໃຫ້ແກ່ພວກ
ທະຫານທ້ອງຖິ່ນ ໃນຂະນະທີ່ກອງກໍາລັງປະສົມນາໆຊາດ ກຽມ
ຕົວຖອນທະຫານສູ້ລົບເປັນຈໍານວນຫລວງຫລາຍອອກຈາກອັຟ
ການິສຖານໃນປີໜ້າ.

ນາຍພົນທະຫານມາຣິນທ່ານນີ້ ໄດ້ຮັບເອົາບົດບາດນໍາພາສູງສຸດດັ່ງກ່າວ ມາຈາກເພື່ອນ ຮ່ວມງານທະຫານມາຣິນ ແລະເປັນເພື່ອນຂອງ ທ່ານ ມາເປັນເວລາ 35 ປີແລ້ວ ຄືນາຍ ພົນສະຫະລັດ ທ່ານ John Allen ຜູ້ທີ່ຈະໄປເປັນຜູ້ບັນຊາການສູງສຸດຂອງ ISAF ຢູ່ໃນ ຢູໂຣບ.

XS
SM
MD
LG