ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະຮັກສາ ກຳລັງ ຫຼາຍສົມຄວນ ໄວ້ຢູ່ ອັຟການິສຖານ

ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານ Ehud Barak (ຂວາ) ມອບຫຸ່ນຈຳລອງລູກສອນໄຟ ຂອງລະບົບຕໍ່ຕ້ານຈະຫຼວດ ທີ່ເອີ້ນວ່າ Iron Dom ຂອງອິສຣາແອລ ໃຫ້ແກ່ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ໃນລະຫວ່າງການຖະແຫຼງຂ່າວຮ່ວມກັນ ທີ່ທຳນຽບຫ້າແຈ (29 ພະຈິກ 2012)

ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດທ່ານ Leon
Panetta ກ່າວວ່າ ສະຫະລັດຈຳເປັນຈະຕ້ອງໄດ້ຮັກສາກຳລັງທະ ຫານໃນຈຳນວນຫຼາຍສົມຄວນໄວ້ຢູ່ອັຟການິສຖານຫຼັງຈາກການ ປະຕິບັດງານໃນການສູ້ລົບຢູ່ໃນປະເທດັ່ງກ່າວສິ້ນສຸດລົງໃນທ້າຍ
ປີ 2014.

ທ່ານ Panetta ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ທຳນຽບຫ້າແຈ
ໃນວັນພະຫັດວານນີ້ວ່າ ສະຫະລັດຄວນຈະມີໜ້າແບບຍາວນານ
ຢູ່ທີ່ອັຟການິສຖານເພື່ອຄໍ້າປະກັນວ່າ ພວກກໍ່ການຮ້າຍອາລກາອີ
ດາ ຈະບໍ່ສາມາດ ຫາບ່ອນຫຼົບລີ້ຢູ່ໃນອັຟການິສຖານ ເພື່ອໃຊ້ທຳ ການໂຈມຕີສະຫະລັດແລະປະເທດອື່ນໆໄດ້ອີກ.

ແຕ່ແນວໃດກໍຕາມ ທ່ານບໍ່ໄດ້ເວົ້າແບບສະເພາະເຈາະຈົງວ່າ ຈະ
ຕ້ອງການກຳລັງທະຫານຫຼາຍປານໃດ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ຫຼືບໍ່ໄດ້ກ່າວເຖິງ ວ່າດົນປານໃດທີ່ສະຫະລັດຕ້ອງຢູ່ທີ່ນັ້ນ.

ທະຫານສະຫະລັດແລະອົງການເນໂຕ້ ມີກຳນົດທີ່ຈະສິ້ນສຸດການປະຕິບັດງານເປັນເວລາ 11 ປີໃນອັຟການິສຖານຊຶ່ງໄດ້ເລີ້ມຂຶ້ນຫຼັງຈາກກຸ່ມກໍ່ການຮ້າຍອາລກາອີດາໂຈມຕີສະຫະ ລັດໃນວັນທີ 11 ກັນຍາ ປີ 2001.

ກ່ຽວຂ້ອງກັນ

XS
SM
MD
LG