ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານສະຫະລັດສອງຄົນ ຫາຍສາບສູນໃນອັຟການິສຖານ


ເຈົ້າໜ້າທີ່ທະຫານລະດັບສູງສຸດຂອງສະຫະລັດກ່າວວ່າ ກອງກຳລັງສະຫະລັດ ແລະອັຟການິສຖານ ກຳລັງທຳ ຄວາມພະຍາຍາມຢ່າງໃຫຍ່ຫລວງ ເພື່ອຊອກຫາ​ທະຫານ​ເຮືອ​ ອາ​ເມຣິກັນ​ສອງ​ຄົນ ທີ່​ຫາຍໄປຢູ່ໃນເຂດກໍ້າໃຕ້ຂອງ ນະຄອນຫລວງກາບູລເມື່ອວັນສຸກຜ່ານມານັ້ນ. ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບ ສະຫະລັດ ໄດ້ຖະແຫລງຕໍ່ພວກນັກຂ່າວຢູ່ນະຄອນຫລວງ ກາບູລ ໃນມື້ນີ້ ຫລັງຈາກທີ່ພວກຕາລີບານ ໄດ້ກ່າວວ່າ ຕົນໄດ້ຂ້າທະຫານອາເມຣິກັນຄົນນື່ງ ແລະຈັບອີກຄົນນື່ງໄວ້. ໂຄສົກກຸ່ມຕາລີບານເວົ້າວ່າ ທະຫານສອງຄົນນັ້ນໄດ້ເຂົ້າໄປໃນ ເຂດຄວບຄຸມ ຂອງພວກກະບົດ ຊຶ່ງໄດ້ກໍ່ໃຫ້ເກີດການຍິງຕໍ່ສູ້ກັນ ເຮັດໃຫ້ທະຫານອາເມຣິກັນຄົນນຶ່ງເສຍຊີວິດ.

ອົງການຂ່າວເອພີ ລາຍງານໃນວັນອາທິດມື້ນີ້ວ່າ ກຸ່ມຕາລີບານໄດ້ສະເໜີທີ່ຈະ ແລກສົບຂອງທະຫານອາເມຣິກັນ ກັບນັກໂທດຕາລີບານທີ່ຖືກກັກຂັງ.

ທະຫານເຮືອສະຫະລັດສອງຄົນນັ້ນໄດ້​ຂັບລົດອອກ​ຈາກ​ຄ້າຍທີ່​ນະຄອນຫລວງ ກາ​ບູລ​ໄປ ​ເມື່ອ​ວັນ​ສຸກ​ຜ່ານ​ມາ ​ແລ້ວ​ກໍ​ບໍ່​ໄດ້​ກັບ​ຄືນ​ມາ​ອີກ. ​ເຈົ້າໜ້າ​ທີ່​ອັຟກາ​ນິສ ຖານ​ເວົ້າວ່າ​ ມີ​ຄົນ​ເຫັນທະຫານ​ເຮືອ​ສອງ​ຄົນ​ນັ້ນ ຂັບ​ລົດ​ຫຸ້ມ​ເກາະ​ເຂົ້າ​ໄປ​ໃນ​ເຂດ Charkh ທີ່​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງພວກ​ກະບົດຕາ​ລີ​ບານ. ບັນດາ​ວິທະຍຸ​ທ້ອງ​ຖິ່ນ​ໄດ້​ພາກັນ​ອອກ​ໂຄສະ​ນາ ຂໍ້ສະ​ເໜີ​ໃຫ້​ເງິນ​ລາງວັນ 2 ໝື່ນ$ ຂອງ​ສະຫະລັດ ສຳລັບ​ຂໍ້​ມູນທີ່​ນຳ​ໄປ​ສູ່​ການ​ປ່ອຍໂຕ​ສອງ​ຄົນ​ນັ້ນ ແຕ່ພົນເຮືອເອກ Mullen ກ່າວວ່າ ທ່ານບໍ່ໄດ້ຮູ້ວ່າໄດ້ມີການສະເໜີໃຫ້ເງິນລາງວັນໃດໆ.

XS
SM
MD
LG