ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ໂຈະການເຝິກແອບ ຕໍາຫຼວດ ອັຟການີສຖານ


A man carries a wounded girl who survived what activists say was an air strike by forces loyal to Syrian President Bashar al-Assad in Aleppo's al-Ansari al-Sharqi neighborhood.
A man carries a wounded girl who survived what activists say was an air strike by forces loyal to Syrian President Bashar al-Assad in Aleppo's al-Ansari al-Sharqi neighborhood.
ກອງທັບ​ສະຫະລັດ​ໃນ​ອັຟກາ​ນີສຖານ ກ່າວ​ວ່າ​ຕົນ​ໄດ້​ຢຸດ​ການເຝິກ​ແອບ​ຕໍາ​ຫຼວດທ້ອງ​ຖິ່ນໄວ້​ຊົ່ວຄາວ ​ເພື່ອ​ສອບ​ປະວັດ​ຂອງພວກ​ຕໍາຫລວດຈຸ​ປັດຈຸບັນ ຫຼັງຈາກ​ໄດ້​ມີ​ການ​ໂຈມ​ຕີຫຼາຍບັ້ນ​ໂດຍ​ທະຫານ​ແລະຕໍາຫຼວດອັຟກາ ​ນີສຖານ ຕໍ່​ພວກ​ທະຫານ​ພັນທະ​ມິດ​ນານາ​ຊາດ​ນັ້ນ.

ທະຫານ​ນານາ​ຊາດ​ຖືກ​ສັງຫານ 45 ຄົນ ​ໃນ​ຄື້ນຟອງ​ການ​ໂຈມ​ຕີ​ພາຍ​ໃນ ກຸ່ມ​ດຽວ​ກັນ​ໃນ​ອັຟກາ​ນີສຖານ​ໃນ​ປີ​ນີ້ ທີ່​ກໍ່​ໃຫ້​ເກີດ​ຄວາມ​ລະ​ແວງ​ສົງໄສ​ໃນ​ຄວາມ​ສາມາດ​ຂອງ​ກໍາລັງ​ທະຫານ​ອັຟກາ​ນີສຖານ​ແລະ​ກໍາລັງ​ປະສົມ ​ທີ່​ຈະ​ຢູ່​ນໍາ​ກັນ​ແລະ​ປະຕິບັດ​ງານ​ຮ່ວມ​ກັນ​ໄດ້ ​ໃນ​ລະຫວ່າງ​ຊ່ວງ​ຫົວ​ລ້ຽວຫົວ​ຕໍ່ ຂອງ​ການ​ໂອນການຮັກສາ​ຄວາມ​ປອດ​ໄພ​ໄປ​ໃຫ້​ຝ່າຍ​ອັຟກາ​ນີສຖານນັ້ນ. ກໍາລັງ​ຂອງ​ນານາ​ຊາດ​ມີ​ກໍານົດ​ທີ່​ຈະ​ໂອນ​ຄວາມ​ຮັບຜິດຊອບ​ການ​ຮັກສາ​ຄວາມປອດ​ໄພ​ ​ໄປ​ໃຫ້​ກອງທັບ​ອັຟກາ​ນີສຖານ​ ພາຍ​ໃນ​ທ້າຍ​ປີ 2014.

ພັນ​ເອກ Thomas Collins ​ໂຄສົກ​ກອງທັບ​ສະຫະ​ລັດ​ໃນ​ອັຟກາ​ນີສຖານ ​ກ່າວໃນ​ຖະແຫຼງ
ການ​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ການໂຈະ​ການ​ເຝິກແອບ​ໄວ້​ນີ້​ ​ແມ່ນ​ກະທົບ ພວກຮັບ​ການ​ເຝິກ​ແອບ​ປະມານ 1,000 ຄົນ ​ໃນ​ໜ່ວຍຕໍາຫຼວດທ້ອງ​ຖິ່ນ.

ສ່ວນກໍາລັງ​ຕໍາຫຼວດທ້ອງ​ຖິ່ນ ທີ່​ໄດ້​ຖືກ​ເຝິກ​ແອບ​ແລ້ວນັ້ນ ຈະ​ດໍາເນີນການ​ປະຕິບັດງານ​ສືບ​ຕໍ່​ໄປ.

ໜັງສືພິມ​ວໍ​ຊິງ​ຕັນ​ໂພສ ລາຍ​ງານວ່າ ການ​ດໍາ​ເນີນການ​ກວດ​ສອບ​ປະວັດ​ຄືນ​ໃໝ່ ​ຈະກະທົບ
ທະຫານ​ອັຟກາ​ນີສຖານຫຼາຍກວ່າ 27,000 ຄົນ ​ໂຮມ​ທັງກອງທັບ​ແຫ່ງ​ຊາດ​ອັຟກາ​ນີສຖານ ​ແລະ ຕໍາຫຼວດ​ແຫ່ງ​ຊາດ​ອັຟກາ​ນີສຖານ.

ໜັງສືພິມ​ນີ້ລາຍງານໃນວັນ​ເສົາ​ວານ​ນີ້​ວ່າ ການ​ໂຈມຕີ​ຢູ່​ພາຍ​ໃນ​ກຸ່ມ​ດຽວ​ກັນ ​ໄດ້ບັງຄັບ​ໃຫ້​ເຈົ້າໜ້າ​ທີ່​ເນ​ໂຕ້​ຍອມຮັບ​ໃນ​ສິ່ງ​ທີ່​ໜັງສືພິມ​ວໍ​ຊິງ​ຕັນ​ໂພສ ​ເວົ້າ​ວ່າ ຄວາມ​ເປັນ​ຈິງ​ທີ່​ເຈັບ​ປວດ​ທີ່​ສຸດ. ນັ້ນ​ກໍ​ຄື​ວ່າ ການ​ສັງຫານ​ອາດ​ປ້ອງ​ກັນ​ໄດ້ ຖ້າຫາກ​ວ່າ​ມາດ​ຕະການ​ຄວາມ​ປອດ​ໄພ​ທີ່​ມີ​ຢູ່​ນັ້ນ ​ໄດ້​ຖືກ​ນໍາ​ໃຊ້​ປະຕິບັດ​ຢ່າງຖືກຕ້ອງ.

ກອງທັບ​ສະຫະລັດ​ໃນ​ອັຟກາ​ນີສຖານ ​ເປັນ​ຜູ້​ເຝິກ​ແອບ​ຕໍາຫຼວດທ້ອງ​ຖິ່ນ​ອັຟການີສຖານ.

​ສ່ວນເນ​ໂຕ້ນັ້ນ ​ເປັນ​ຜູ້​ຮັບຜິດຊອບ​ການ​ເຝິກ​ແອບ​ພວກ​ທີ່​ເກນ​ໄປ​ເປັນ ທະຫານກອງທັບ​ແຫ່ງຊາດ​ອັຟກາ​ນີສຖານ ​ແລະ​ຕໍາຫຼວດ​ແຫ່ງ​ຊາດ​ອັຟກາ​ນີສຖານ ຊຶ່ງ​ເນ​ໂຕ້​ບໍ່ໄດ້​ໂຈະ ການ​ເຝິກ​ແອບຂອງ​ຕົນ​ໄວ້.

ໜັງສືພິມ Washington Post ລາຍ​ງານຕໍ່​ໄປ​ວ່າ ຫລັກ​ຊີ້​ນໍາ​ທາງ​ທະຫານຫຼາຍຢ່າງ
​ບໍ່​ໄດ້​ຖືກຍຶດຖື​ໂດຍທັງຝ່າຍອັຟກາ​ນີສຖານ ​ແລະອາ​ເມ​ຣິກັນ ຍ້ອນ​ວ່າ ພວກ​ເຂົາ​ເຈົ້າບໍ່ຢາກຂັດຂວາງ​ການ​ເຕີບ​ໂຕ​ຂອງ​ກອງທັບ​ແລະ​ຕໍາຫຼວດຂອງ​ອັຟກາ​ນີສຖານ.

​ບັນດາ​ເຈົ້າໜ້າ​ທີ່​ກໍາລັງ​ລົບ​ພິ​ເສດ​ກ່າວ​ວ່າ ຂັ້ນ​ຕອນ​ການ​ກວດ​ສອບ​ປະວັດ​ໃນປັດຈຸບັນ​ນີ້ ​ມີ​ປະສິດທິ​ຜົນ​ດີຢູ່ ​ແຕ່​ກໍ​ຍັງ​ບົກ​ຜ່ອງໃນ​ເລື້ອງການ​ຕິດຕາມ​ເບິ່ງ ​ເພື່ອຈະຄັດ​ອອກ​ພວກ​ທະຫານ​ອັຟກາ​ນີສຖານ ທີ່​ຕົກ​ຢູ່​ພາຍ​ໃຕ້​ອິດ​ທິພົນ​ຂອງ​ພວກ​ກຸ່ມກະບົດ ​ຫຼືພວກ​ທີ່​ເກີດ​ເຂົ້າ​ໃຈ​ຜິດ​ກັບ​ລັດຖະບານ​ອັຟກາ​ນີສຖານ.
XS
SM
MD
LG