ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ສະຫະລັດ​​​​ໂອນ​ອໍານາດ ​​​ໃນການ​ຄວບ​ຄຸມ​ຄຸກ ທີ່ Bagram ​ໃຫ້ອັຟກາ​ນີສຖານ​


ທະຫານອັຟກາ​ນີສຖານ ຄຸມຕົວນັກໂທດ ນາຍ Mohammad Karim ໄປ ຫລັງຈາກະຫະລັດ ໄດ້ມອບໂອນໃຫ້ທາງລັດຖະບານອັຟກາ​ນີສຖານ ທີ່ເມືອງ Bagram ທາງກໍ້າເໜືອຂອງກຸງ ກາບູລ, ວັນທີ 10 ກັນຍາ 2012.
ທະຫານອັຟກາ​ນີສຖານ ຄຸມຕົວນັກໂທດ ນາຍ Mohammad Karim ໄປ ຫລັງຈາກະຫະລັດ ໄດ້ມອບໂອນໃຫ້ທາງລັດຖະບານອັຟກາ​ນີສຖານ ທີ່ເມືອງ Bagram ທາງກໍ້າເໜືອຂອງກຸງ ກາບູລ, ວັນທີ 10 ກັນຍາ 2012.
ລັດຖະບານ​ສະຫະລັດໄດ້​ມອບ​ໂອນ​ອໍານາດ​ໃນການ​ຄວບ​ຄຸມ
​ຄຸກ​ແຫ່ງ​ທີ່​ເປັນ​ຈຸດ​ຂັດ​ແຍ້​ງກັນ​ນັ້ນ ​ໄປ​ໃຫ້​ທາງ​ລັດຖະບານ​ຂອງ
ອັຟກາ​ນີສຖານ​ແລ້ວ ​ເຖິງແມ່ນ​ວ່າ​ໄດ້​ມີ​ການບໍ່ເຫັນ​ພ້ອມ​ກັນ
ກ່ຽວ​ກັບ​ຊະ​ຕາ​ກໍາ​ຂອງ​ພວກ​ນັກ​ໂທດ​ບາງ​ຄົນ​ກໍ​ຕາມ.

​ນັກ​ໂທດຫຼາຍກວ່າ 3,000 ຄົນ ໄດ້​ຖືກມອບໂອນ​ໃຫ້​ເຈົ້າ​ໜ້າ​ທີ່
ອັຟກາ​ນີສຖານ​ໃນ​ພິທີນ້ອຍໆ ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ຄຸກ Bagram ນັ້ນ.
ການ​ມອບ​ໂອນອໍານາດໃນ ການ​ຄວບ​ຄຸມ​ຄຸກ ແລະ​ພວກ​ນັກ​
ໂທດນີ້ ​ແມ່ນ​ໄດ້ຮັບ​ການ​ຊົມ​ເຊີຍຈາກ​ປະທາ​ນາທິບໍດີອັຟກາ​
ນີສຖານ ທ່ານ Harmid Karzai ວ່າໄຊຊະນະ​ສໍາລັບອະທິປະ​ໄຕ​ຂອງ​ອັຟກາ​ນິສຖານ.

Bagram Prison, Afghanistan
Bagram Prison, Afghanistan

ທາງ​ການ​ຂອງ​ສະຫະລັດ​ໄດ້​ກ່າວກ່ອນ​ໜ້ານີ້​ແລ້ວວ່າ ຕົນ​ໄດ້​ມອບ​
ໂອນພວກ​ນັກໂທດ​ສ່ວນ​ໃຫຍ່​ໄປ​ໃຫ້​ອັຟກາ​ນິສຖານ​ແລ້ວ ແຕ່ໄດ້
​ໂຈະ​ການ​ມອບ​ໂອນເພີ່ມ​ຕື່ມນັ້ນ​ໄວ້ເພາະວ່າ​ມີ​ຄວາມເປັນ​ຫ່ວງ​
ກັງວົນ​ ກ່ຽວ​ກັບຄວາມ​ຕັ້ງ​ໃຈຂອງ​ທາງລັດຖະບານ​ຂອງອັຟການີສ
ຖານ ​ໃນ​ການ​ປະຕິບັດ​ຕາມບັນທຶກ​ຄວາມ​ເຂົ້າ​ໃຈ ທີ່​ໄດ້​ເຊັນ​ກັນ​
ໃນ​ເດືອນ​ມີນາ​ແລ້ວ​ນີ້. ຍັງ​ບໍ່​ທັນ​ເປັນ​ທີ່​ຈະແຈ້ງວ່າຄວາມ​ເປັນ​ຫ່ວງ
ກັງວົນດັ່ງກ່າວ​ນັ້ນ ​ແມ່ນ​ກ່ຽວ​ກັບ​ເລື້ອງ​ໃດ,​ ​ແຕ່​ຄວາ​ມ​ເປັນ​ຫ່ວງ​
ດັ່ງກ່າວ​ໄດ້​ໂຜ່​ໂຕ​ຂຶ້ນ​ມາ ຫຼັງ​ຈາກ​ການ​ພົບ​ປະ​ໂອ້​ລົມ​ກັນ​ໃນ​ວັນ
​ເສົາ​ແລ້ວ​ນີ້ ລະຫວ່າງ ​ປະທາ​ນາທີ​ບໍດີ ອັຟກາ​ນີສຖານ​ ທ່ານ
Harmid Karzai ​ແລະ​ທ່ານ​ນາຍ​ພົນ John Allen ຜູ້ບັນຊາ​ການ​ສູງ​ສຸດ ຂອງ​ກອງ​ກໍາລັງ ສະ​ຫະລັດ​ແລະເນ​ໂຕ້ ​ໃນ​ອັຟກາ​ນິສຖານ.
XS
SM
MD
LG