ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມກ້າວໜ້າໃນອັຟການິສຖານ


ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງໃຫ້ຊາບ ເຖິງຜົນການທົບທວນປະຈຳປີ ກ່ຽວກັບຍຸດທະສາດ ໃນອັຟການິສຖານ ແລະປາກິສຖານ (16 ທັນວາ 2010)
ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງໃຫ້ຊາບ ເຖິງຜົນການທົບທວນປະຈຳປີ ກ່ຽວກັບຍຸດທະສາດ ໃນອັຟການິສຖານ ແລະປາກິສຖານ (16 ທັນວາ 2010)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ
ສະຫະລັດ ແລະພັນທະມິດໃນອັຟການິສຖານ ພວມໄດ້
ຮັບຄວາມກ້າວໜ້າແລະຈະເລີ້ມມອບໂອນການຄວບຄຸມ
ໃຫ້ແກ່ອັຟການິສຖານ ໃນປີໜ້າ.

ປະທານາທິບໍດີໂອບາມາ ໄດ້ເປີດເຜີຍໃຫ້ຊາບຜົນການ
ທົບທວນຂອງລັດຖະບານທ່ານກ່ຽວກັບຍຸດທະສາດໃນ
ອັຟການິສຖານ ແລະປາກິສຖານຢູ່ທີ່ທຳນຽບຂາວ ໃນ
ວັນພະຫັດວານນີ້. ທ່ານກ່າວວ່າສະຫະລັດຈະສືບຕໍ່ທຳ
ການຕໍ່ສູ້ຢ່າງບໍ່ຢຸດຢັ້ງ ກັບກຸ່ມກໍ່ການຮ້າຍອາລກາຍດາ ທີ່ທ່ານເວົ້າວ່າ ພວກຜູ້ນຳຂອງ
ກຸ່ມດັ່ງກ່າວ ພວມປະເຊີນກັບຄວາມກົດດັນເພີ່ມຂຶ້ນ ໃນການເກັບເກນເອົາພະນັກງານ
ໃໝ່ການຝຶກແອບແລະການເດີນທາງ. ແຕ່ແນວໃດກໍຕາມ ທ່ານເວົ້າວ່າ ກຸ່ມກໍ່ການຮ້າຍ
ອາລກາຍດາ ຍັງເປັນໄພຂົ່ມຂູ່ ແລະສືບຕໍ່ແນເປົ້າໝາຍໃສ່ການໂຈມຕີສະຫະລັດ.

ນອກນັ້ນແລ້ວ ທ່ານໂອບາມາຍັງເວົ້າວ່າ ຄວາມກ້າວໜ້າ ທີ່ກຳລັງນາໆຊາດແລະອັຟກາ
ນິສຖານໄດ້ຮັບມາຢູ່ໃນອັຟການິສຖານນັ້ນ ແມ່ນຍັງມີຄວາມບອບບາງແລະສາມາດຕ່າວ
ປີ້ນໄດ້.

ລາຍງານການທົບທວນຂອງປະທານາທິບໍດີເວົ້າວ່າຈຳເປັນຕ້ອງໄດ້ມີການຮ່ວມມືເພີ່ມຂຶ້ນ
ຈາກປາກິສຖານ ເພື່ອປະຕິເສດບໍ່ໃຫ້ບ່ອນຫຼົບລີ້ ແກ່ພວກກໍ່ການຮ້າຍ ທີ່ອາໄສຢູ່ຕາມບໍ ລິເວນຊາຍແດນຕິດກັບອັຟການິສຖານ. ລາຍງານ ເອີ້ນຄວາມສຳພັນຂອງສະຫະລັດກັບ
ປາກິສຖານວ່າ ມີຄວາມໝັ້ນຄົງ ແຕ່ບໍ່ກໍ້າເກິ່ງສົມດຸນ.

ນອກນນັ້ນ ໃນການຖະແຫຼງທີ່ທຳນຽບຂາວ ໃນວັນພະຫັດວານນີ້ ລັດຖະມົນຕີປ້ອງກັນ
ປະເທດສະຫະລັດທ່ານ Robert Gates ກ່າວວ່າສະຫະລັດເຊື່ອວ່າ ປາກິສຖານສາມາດ ແລະຕ້ອງໄດ້ດຳເນີນການເພີ່ມຕື່ມ ໃນການສະກັດກັ້ນການຫຼັ່ງໄຫຼຂອງພວກກະບົດຂ້າມ
ຊາຍແດນ.

XS
SM
MD
LG