ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການທົບທວນຍຸດທະສາດ ສຫລ ໃນອັຟການິສຖານ


ອັຟການິສຖານ
ອັຟການິສຖານ

ການທົບທວນຄັ້ງໃໝ່ຂອງລັດຖະບານສະຫະລັດກ່ຽວກັບ
ຍຸດທະສາດຂອງສະຫະລັດໃນອັຟການິສຖານແລະປາກິສ
ຖານນັ້ນເວົ້າວ່າ ​ໄດ້​ເຮັດ​ໃຫ້ຄະນະນຳພາຂອງກຸ່ມກໍ່ການ
ຮ້າຍອາລກາຍດາ​ອ່ອນແອລົງແລະການບຸກຄືບໜ້າຂອງ
ພວກທາລີບານຢຸດ​ສະງັກ​ລົງ.

ລາຍ​ງານ​ຜົນການທົບທວນ ຊຶ່ງໄດ້ນຳອອກເຜີຍແຜ່ໃນ
ເຊົ້າວັນພະຫັດມື້ນີ້ເວົ້າວ່າ ຍຸດທະສາດຂອງສະຫະລັດ
ຈະສືບຕໍ່ ເພັ່ງເລັງໃສ່ການເອົາຊະນະ ກຸ່ມກໍ່ການຮ້າຍ
ອາລກາຍດາ ແລະວ່າພວກກໍ່ການຮ້າຍຈຸນີ້ໄດ້ຮັບການ
ສູນເສຍ ແຕ່ກໍຍັງສາມາດສືບຕໍ່ ທຳການບຸກໂຈມຕີຂະ
ໜາດໃຫຍ່ຕໍ່ເປົ້າໝາຍຕ່າງໆຂອງຝ່າຍຕາເວັນຕົກ.

ລາຍງານເວົ້າຕື່ມວ່າ ຈຳເປັນຈະຕ້ອງໄດ້ຮັບການຮ່ວມມືເພີ້ມຂຶ້ນຈາກປາກິສຖານເພື່ອກຳ
ຈັດພວກຫົວຮຸນແຮງອອກໄປຈາກບ່ອນຫຼົບລີ້ຢູ່ຕາມບໍລິເວນຊາຍແດນທີ່ຕິດກັບອັຟການິສ ຖານ.

ນອກນັ້ນແລ້ວ ລາຍງານຍັງເວົ້າອີກວ່າ ການບຸກຄືບໜ້າຂອງພວກທາລີບານໄດ້ຢຸດຕິລົງຢູ່
ໃນຫຼາຍໆເຂດຂອງອັຟການິສຖານແຕ່ໄຊຊະນະໃນດ້ານຄວາມປອດໄພທີ່ໄດ້ຮັບມານັ້ນຍັງ
ສືບຕໍ່ມີຄວາມຫຼໍ່ແຫຼມ ແລະສາມາດຕ່າວປີ້ນໄດ້.

ການທົບທວນທີ່ວ່ານີ້ ມີຂຶ້ນນຶ່ງປີຫຼັງຈາກປະທານາທິບໍດີບາຣັກ ໂອບາມາ ປະກາດເພີ່ມກຳ
ລັງທະຫານ 30,000 ຄົນໃນອັຟການິສຖານ. ລາຍງານເວົ້າວ່າຍຸດທະສາດຂອງສະຫະລັດ ແມ່ນກຳນົດເງື່ອນໄຂໃຫ້ສະຫະລັດເລີ້ມຖອນທະຫານ ຕາມແຜນທີ່ໄດ້ວາງໄວ້ ໃນປີ 2011.
ມີກຳນົດວ່າ ທ່ານໂອບາມາຈະຖະແຫຼງ ກ່ຽວກັບການທົບທວນດັ່ງກ່າວ ໃນວັນພະຫັດມື້ນີ້.

XS
SM
MD
LG