ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສືບສວນຂອງສະພາສູງ ສະຫະລັດ


ຕຳຫຼວດອັຟການິສຖານຄົນນຶ່ງ ພວມເບິ່ງອາວຸດ ທີ່ຢຶດຈາກບໍລິສັດ ສັນຍາຈ້າງ ຮັກສາຄວາມປອດໄພ ເອກກະຊົນ (5 ຕຸລາ 2010)
ຕຳຫຼວດອັຟການິສຖານຄົນນຶ່ງ ພວມເບິ່ງອາວຸດ ທີ່ຢຶດຈາກບໍລິສັດ ສັນຍາຈ້າງ ຮັກສາຄວາມປອດໄພ ເອກກະຊົນ (5 ຕຸລາ 2010)

ການສືບສວນຄັ້ງໃໝ່ ຂອງສະພາສູງສະຫະລັດ ພົບວ່າ ເງິນທີ່ສະຫະລັດຈ່າຍ ໃຫ້ແກ່ກຸ່ມຮັກສາຄວາມປອດໄພ ສັນຍາຈ້າງຂອງເອກກະຊົນ ຢູ່ໃນອັຟການິສຖານນັ້ນ ໃນທີ່ສຸດ ແມ່ນໄດ້ຕົກໄປຢູ່ໃນກຳມື ຂອງພວກທາລີບານ.

ລາຍງານຂອງຄະນະກຳມະການກອງທັບຂອງສະພາສູງ ສະຫະລັດ ທີ່ນໍາອອກເຜີຍແຜ່ໃນວັນພະຫັດວານນີ້ ຍັງ ແຈ້ງໃຫ້ຊາບວ່າ ພວກຄົນງານຊາວອັຟການິສຖານ ມັກຈະ ຖືກວ່າຈ້າງໂດຍບໍລິສັດເອກກະຊົນເຫຼົ່ານີ້ ໂດຍປາດສະຈາກ ການກວດສອບໃດໆທັງສິ້ນ.

ປະທານຄະນະກຳມະການກອງທັບ ທ່ານ Carl Levin ສະມາຊິກສະພາສູງ ສັງກັດພັກເດໂມແຄຣັທ ກ່າວວ່າ ການກາງຕໍ່ພວກບໍລິສັດຮັກສາຄວາມປອດໄພສັນຍາຈ້າງ ຂອງເອກກະຊົນໃນອັຟການິສຖານນັ້ນ ແມ່ນເປັນການມອບ ອຳນາດໃຫ້ແກ່ພວກຂຸນເສິກ ຊຶ່ງເຮັດໃຫ້ທະຫານອະເມຣິ ກັນ ຕົກຢູ່ໃນຄວາມສ່ຽງ.

ໂຕຢ່າງອັນນຶ່ງ ລາຍງານເວົ້າວ່າ ບໍລິສັດທີ່ມີຊື່ວ່າ ArmorGroup ໄດ້ຖືກຈ້າງ ໃຫ້ຮັກສາ ຄວາມປອດໄພທີ່ຖານທັບຂອງສະຫະລັດແຫ່ງນຶ່ງນັ້ນ ໄດ້ກາງຕໍ່ຂຸນເສິກ 2 ຄົນໃນການເກັບ ເກນເອົາພະນັກງານຮັກສາຄວາມປອດໄພ ຮວມທັງຄົນນຶ່ງທີ່ມີຄວາມສຳພັນກັບພວກທາລີ ບານ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ໄດ້ອອກຖະແຫຼງ ຂ່າວສະບັບນຶ່ງເວົ້າວ່າ ທ່ານຮັບຮູ້ກ່ຽວກັບບັນຫາເຫຼົ່ານີ້ ແລະໄດ້ຕັ້ງໜ່ວຍປະຕິບັດງານໃໝ່ ຂຶ້ນເພື່ອປັບປຸງຂັ້ນຕອນໃນການເຮັດສັນຍາຈ້າງແລ້ວ.

XS
SM
MD
LG