ກອງທັບສະຫະລັດກ່າວວ່າ ທະຫານອາເມຣິກັນທີ່ສົງໄສວ່າສັງຫານພົນລະເຮືອນອັຟການິສ
ຖານ 16 ຄົນໃນຕົ້ນອາທິດນີ້ ໄດ້ເດີນທາງມາເຖິງຄຸກທະຫານແຫ່ງນຶ່ງໃນພາກກາງຂອງສະ
ຫະລັດແລ້ວ.
ຜູ້ຕ້ອງສົງໄສຊຶ່ງລະບຸຊື່ວ່າ ສິບເອກ Robert Bales ຈະຖືກຂັງດ່ຽວຢູ່ຄຸກທີ່ມີການຍາມຮັກ
ສາຄວາມປອດໄພຢ່າງເຄັ່ງຄັດທີ່ສຸດຢູ່ຄ້າຍ Fort Leavenworth ໃນລັດ Kansas.
ສິບເອກ Bales ອາຍຸ 38 ປີ ຍັງບໍ່ທັນຖືກຟ້ອງ ຫຼືຕັ້ງຂໍ້ຫາເທື່ອ. ຊາວອັຟການິສຖານໄດ້
ຮຽກຮ້ອງໃຫ້ສົ່ງໂຕຜູ້ກ່ຽວໄປດຳເນີນຄະດີຢູ່ທີ່ປະເທດດັ່ງກ່າວ.
ໃນຕອນເຊົ້າຂອງມື້ວັນສຸກວານນີ້ ທະນາຍຄວາມທີ່ເປັນພົນລະເຮືອນ ຂອງສິບເອກ Bales
ກ່າວວ່າ ລູກຄວາມຂອງລາວເບິ່ງຊົງວ່າ ໄດ້ເກີດຄວາມຕຶງຄຽດຢ່າງໜັກຫລັງຈາກໄດ້ເຫັນໝູ່
ທະຫານຂອງລາວຄົນນຶ່ງຖືກລະເບີດຂາຂາດ ນຶ່ງມື້ກ່ອນທີ່ຈະເກີດການສັງຫານໝູ່ຊາວອັຟ
ການິສຖານ ທີ່ແຂວງການດາຮາໃນມື້ວັນອາທິດຜ່ານມານັ້ນ.