ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Gates ຢ້ຽມຢາມ ອັຟການິສຖານ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ຖືກຕ້ອນຮັບໂດຍນາຍພົນ David Petraeu (ຂວາ) ຜູ້ບັນຊາການກຳລັງນາໆຊາດໃນອັຟການິສຖານ ເວລາທ່ານເດີນທາງໄປເຖິງນະຄອນຫຼວງ ກາບູລ (4 ມິຖຸນາ 2011)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ຖືກຕ້ອນຮັບໂດຍນາຍພົນ David Petraeu (ຂວາ) ຜູ້ບັນຊາການກຳລັງນາໆຊາດໃນອັຟການິສຖານ ເວລາທ່ານເດີນທາງໄປເຖິງນະຄອນຫຼວງ ກາບູລ (4 ມິຖຸນາ 2011)

ລັດຖະມົນຕີປ້ອງກັນປະເທດທີ່ພວມຈະພົ້ນຈາກຕຳແໜ່ງ
ຂອງສະຫະລັດ ກຳລັງຢ້ຽມຢາມອັຟການິສຖານເພື່ອເປັນ
ການອຳລາແບບບໍ່ມີການປະກາດໃຫ້ຊາບລ່ວງໜ້າ.

ທ່ານ Robert Gates ເດີນທາງໄປເຖິງນະຄອນຫຼວງ
ກາບູລໃນວັນເສົາມື້ນີ້ບ່ອນທີ່ຄາດກັນວ່າທ່ານຈະໄດ້ພົບ
ປະກັບພວກນາຍທະຫານອະວຸໂສ ຕະຫຼອດທັງໄປຢ້ຽມ
ຢາມພວກທະຫານອະເມຣິກັນທີ່ນັ້ນ.

ໃນຕອນເຊົ້າມື້ນີ້ ທີ່ກອງປະຊຸມວ່າດ້ວຍຄວາມໝັ້ນຄົງທີ່
ສິງກະໂປນັ້ນທ່ານ Gates ກ່າວວ່າ ອາດຈະມີການເຈ
ລະຈາສັນຕິພາບກັບພວກທາລີບານພາຍໃນເວລານຶ່ງປີ.

ທ່ານກ່າວວ່າ ການເຈລະຈາດັ່ງກ່າວ ຈະເປັນຜົນມາຈາກຄວາມກ້າວໜ້າທາງພາກພື້ນດິນ
ຂອງອົງການເນໂຕ້ໃນອັຟການິສຖານ ທີ່ໄດ້ທຳຄວາມກົດດັນຕໍ່ພວກກະບົດ.

ລັດຖະມົນຕີປ້ອງກັນປະເທດສະຫະລັດກ່າວວ່າ ຖ້າກຳລັງປະສົມນາໆຊາດ ຫາກສາມາດ
ຮັກສາໄວ້ຊຶ່ງຄວາມສຳເລັດທີ່ໄດ້ຮັບ ຫຼັງຈາກນັ້ນ ຄວາມເປັນໄປໄດ້ກ່ຽວກັບການເຈລະຈາ
ທາງດ້ານການເມືອງແລະການສ້າງຄວາມປອງດອງຊາດ ກໍອາດຈະມີຄວາມສຳຄັນພໍທີ່ຈະ
ໃຫ້ຄວາມຫວັງບາງຢ່າງກ່ຽວກັບຄວາມກ້າວໜ້າໄດ້.

ແຕ່ແນວໃດກໍຕາມທ່ານ Gates ໄດ້ກ່າວຢໍ້າວ່າພວກທາລີບານຕ້ອງໄດ້ຕັດຄວາມສຳພັນ
ກັບກຸ່ມກໍ່ການຮ້າຍອາລກາຍດາ ແລະຍອມມອບອາວຸດທັງໝົດ ຖ້າພວກເຂົາຫາກຢາກມີ
ບົດບາດຢູ່ໃນອັຟການິສຖານໃນອະນາຄົດຂ້າງໜ້າ.

ສະຫະລັດໄດ້ຕັ້ງກຳນົດໄວ້ໃນເດືອນໜ້າເພື່ອເລີ່ມຖອນທະຫານອອກຈາກອັຟການິສຖານ. ສະຫະລັດແລະອົງການເນໂຕ້ມີແຜນການທີ່ຈະມອບໂອນຄວາມຮັບຜິດຊອບກ່ຽວກັບການ
ຮັກສາຄວາມປອດໄພໃຫ້ແກ່ກຳລັງອັຟການິສຖານພາຍໃນທ້າຍປີ 2014.

ນັບເປັນເວລາເກືອບ 10 ແລ້ວຕັ້ງແຕ່ກອງກຳລັງພາຍໃຕ້ການນຳພາຂອງສະຫະລັດໄດ້
ບຸກເຂົ້າໄປໃນອັຟການິສຖານ ເພື່ອໂຄ່ນລົ້ມລັດຖະບານທາລີບານທີ່ ໃຫ້ບ່ອນຫຼົບລີ້ແກ່
ນາຍ Osama bin-Laden ຜູ້ນຳກຸ່ມກໍ່ການຮ້າຍອາລກາຍດາ.

ນາຍ bin-Laden ຊຶ່ງເປັນຜູ້ວາງແຜນໃນການໂຈມຕີກໍ່ການຮ້າຍຢູ່ໃນສະຫະ ລັດເມື່ອ
ວັນທີ 11 ກັນຍາປີ 2001 ນັ້ນໄດ້ຖືກຂ້າຕາຍໃນເດືອນແລ້ວໂດຍໜ່ວຍກ້າຕາຍສະຫະ
ລັດທີ່ບຸກເຂົ້າໄປໃນບ່ອນຫຼົບລີ້ຂອງຜູ້ກ່ຽວຢູ່ໃນປາກິສຖານ.

XS
SM
MD
LG