ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ພົບປະກັບ ນາຍພົນ McCHRYSTAL


ຜູ້ບັນຊາການ ທະຫານສູງສຸດ ຂອງສະຫະລັດ ໃນອັຟການິສ ຖານ ພົບປະກັບ ປະທານາທິ ບໍດີບາຣັກ ໂອບາມາ ໃນວັນພຸດມື້ນີ້ ລຸນຫຼັງ ໄດ້ຖືກຮຽກໂຕ ກັບ​ຄືນມາສະ​ຫະລັດ ຫຼັງຈາກຜູ້ກ່ຽວ ແລະລູກນ້ອງ ໄດ້​ໃຫ້​ສຳພາດ​ຂ່າວ ແບບເຍາະເຍີ້ຍ ຫຼືຫົວຂວັນ ເຈົ້າໜ້າທີ່ ຄົນສຳຄັນໆ ໃນຄະນະ ລັດຖະບານ ສະຫະລັດ ຢູ່ໃນວາລະສານ ສະບັບນຶ່ງ.

ໃນວັນອັງຄານວານນີ້ ທ່ານໂອບາມາໄດ້ຕິຕຽນນາຍພົນ STANLEY McCHRYSTAL ວ່າ ຂາດການພິຈາລະນາ ທີ່ຮອບຄອບ ແຕ່ກໍເວົ້າວ່າ ທ່ານຕ້ອງການ ໂອ້ລົມແບບເຊິ່ງໜ້າ ກັບນາຍພົນ McCHRYSTAL ກ່ອນທີ່ຈະ ຕັດສິນໃຈວ່າ ຈະປົດທ່ານຫຼືບໍ່?

ສື່ມວນຊົນ ຂອງສະຫະລັດ ລາຍງານວ່າ ນາຍພົນ McCHRYSTAL ໄດ້ກະກຽມ ທີ່ຈະ ຍື່ນໃບລາອອກ. ກ່ອນອອກເດີນທາງ ມາຍັງກຸງວໍຊິງຕັນ ນາຍພົນ McCHRYSTAL ເວົ້າວ່າ ການສະ​ແດງ​ຄວາມ​ເຫັນ ຢູ່​ໃນບົດ​ຂຽນ​ ກ່ຽວ​ກັບ​ໂຕ​ທ່ານ ທີ່ພິມເຜີຍແຜ່ ໂດຍ ວາລະສານ ROLLING STONE ນັ້ນ ເປັນຄວາມຜິດພາດ ທີ່ບໍ່ຄວນຈະເກີດຂຶ້ນ ເລີຍ.

ໃນບົດຂຽນ ທີ່ມີຊື່ວ່າ “ນາຍພົນນອກຄອກ” ນັ້ນ ຜູ້​ຂຽນ​ ໄດ້ອ້າງຄຳເວົ້າ ຂອງພວກຜູ້ຊ່ອຍ ນາຍພົນ McCHRYSTAL ທີ່ເອີ້ນເຈົ້າໜ້າທີ່ ອະວຸໂສ ຂອງລັດຖະບານ ທ່ານໂອບາມາ ຄົນ​ນຶ່ງວ່າ ເປັນໂຕຕະລົກ ແລະ​ເອິ້ນ​ອີກ​ ຄົນ​ນຶ່ງ​ວ່າ ເປັນສັດ ທີ່ໄດ້ຮັບບາດເຈັບ. ນອກ​ນັ້ນ ຍັງເວົ້າວ່າ ນາຍພົນ McCHRYSTAL ຮູ້ສຶກຜິດ​ຫວັງ ນຳການພົບປະ ເທື່ອທຳອິດ ກັບ ປະທານາທິບໍດີ ໂອບາມາ.

ໃນວັນພຸດມື້ນີ້ ໂຄສົກຄົນນຶ່ງ ຂອງປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ ເອີ້ນນາຍພົນ McCHRYSTAL ວ່າ ເປັນພາຄີ ທີ່ໜ້າເຊື່ອຖື ແລະເປັນຜູ້ນຶ່ງ ທີ່ສຳຄັນສຸດ ໃນຄວາມສຳພັນ ລະຫວ່າງ ສະຫະລັດ ກັບອັຟການິສຖານ.

XS
SM
MD
LG