ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດ ຈ່າຍເງິນ ປ້ອງກັນຂະບວນລົດ


ການສືບສວນ ຂອງລັດຖະສະພາສະຫະລັດ ສະ​ແດງ​ໃຫ້​ເຫັນວ່າ ໄດ້ມີການ ຈ່າຍເງິນພາສີ ຂອງປະຊາຊົນ ອະເມຣິ ກັນ ຫຼາຍລ້ານໂດລາ ໂດຍທາງອ້ອມ ໃຫ້ແກ່ພວກຂຸນເສິກ ເຈົ້າໜ້າທີ່ ແລະແມ່ນກະທັງ ພວກທາລີບານ ເພື່ອຄໍ້າປະກັນ ເລື່ອງຄວາມປອດໄພ ຂອງຂະບວນລົດ ຈັດສົ່ງສຳພາລະ ຂອງສະຫະລັດ ໃນອັຟການິສຖານ.

ລາຍງານຍືດຍາວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນຕອນ ແລງ ຂອງມື້ວັນຈັນວານນີ້ ແຈ້ງວ່າ ພວກສັນຍາຈ້າງ ເອກກະຊົນ 8 ບໍລິສັດ ທີ່ມີສຳນັກງານ ຢູ່ໃນອັຟການິສຖານ ​ແລະເຮັດວຽກ ຮ່ວມກັບກະຊວງ ປ້ອງກັນປະເທດ ສະຫະລັດ ພາຍ​ໃຕ້ສັນຍາ ຂົນສົ່ງມູນຄ່າ 2 ພັນ 100 ລ້ານໂດລານັ້ນ ໄດ້ຈ່າຍເງິນ ຫຼາຍໆພັນໂດລາ ໃຫ້ພວກຄຸ້ມກັນ ລົດບັນທຸກ ​ແຕ່​ລ່ະຄັນ. ສັນຍາດັ່ງກ່າວ ແມ່ນກວມ​ເອົາ ຢ່າງນ້ອຍ 70 ເປີເຊັນ ຂອງສິນຄ້າ ແລະບໍລິການ ທີ່ກອງກຳລັງ ຂອງສະຫະລັດໃຊ້.

ຄະນະສືບສວນ ຂອງລັດຖະພາ ສະຫະລັດ ແຈ້ງວ່າ ພວກຮັບເໝົາຂົນສົ່ງ ໄດ້ຍົກເອົາ ບັນຫານີ້ ຂຶ້ນມາເວົ້າ ກັບພວກເຈົ້າໜ້າທີ່ທະຫານ ແຕ່ຄວາມວິຕົກກັງວົນ ຂອງພວກເຂົາເຈົ້າ ບໍ່ເຄີຍໄດ້ຮັບ ການແກ້ໄຂ ຢ່າງເໝາະສົມ.

ລາຍງານສະບັບນີ້ ແມ່ນເຮັດໂດຍ ຄະນະອະນຸກຳມະການ ວ່າດ້ວຍ ຄວາມໝັ້ນຄົງ ແຫ່ງຊາດ ຂອງສະພາຕໍ່າ ສະຫະລັດ ຊຶ່ງຈະເປີດຮັບຟັງ ຄຳໃຫ້ການ ກ່ຽວກັບລາຍງານ ດັ່ງກ່າວ ໃນວັນອັງຄານ ມື້ນີ້.

XS
SM
MD
LG