ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຈລະຈາ ກັບພວກທາລີບານ


ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai
ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai

ປະທານາທິບໍດີອັຟການິສຖານທ່ານ Hamid Karzai ກ່າວວ່າ ສະຫະລັດແລະມະຫາອຳ
ນາດຕ່າງປະເທດອື່ນໆພວມເຈລະຈາກັບພວກທາລີບານ ກ່ຽວກັບຄວາມເປັນໄປໄດ້ໃນການ
ແກ້ໄຂບັນຫາສົງຄາມທີ່ດຳເນີນມາເປັນເວລາເກືອບນຶ່ງທົດສະວັດຢູ່ໃນອັຟການິສຖານນັ້ນ.

ປະທານາທິບໍດີ Karzai ເວົ້າວ່າ ບັນດາກຳລັງຕ່າງປະເທດໂດຍສະເພາະແລ້ວແມ່ນສະຫະ
ລັດພວມທຳການເຈລະຈາຢູ່ໃນເວລານີ້.

ການປະກາດດັ່ງກ່າວຂອງທ່ານ Karzai ແມ່ນເປັນການໃຫ້ຄວາມເຫັນຢ່າງເປັນທາງການ
ເທື່ອທຳອິດທີ່ວ່າສະຫະລັດໄດ້ພົວພັນໃນການເຈລະຈາທຳນອງນີ້.

ຜູ້ນຳຂອງອັຟການິສຖານໄດ້ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນຫຼວງກາບູລໃນວັນ
ເສົາມື້ນີ້.

ສະຖານທູດສະຫະລັດທີ່ນະຄອນຫຼວງກາບູລ ຍັງບໍ່ຍອມໃຫ້ຄວາມເຫັນໃດໆເທື່ອ ກ່ຽວກັບ
ຄຳຖະແຫຼງຂອງທ່ານ Karzai.

ໃນຕົ້ນອາທິດນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ໄດ້ພົບປະກັບຜູ້ບັນຊາ
ການທະຫານສະຫະລັດໃນອັຟການິສຖານນາຍພົນ David Petraeus ເພື່ອປຶກສາຫາລື ກ່ຽວກັບແຜນການທີ່ຈະຖອນທະຫານອອກຈາກອັຟການິສຖານໃນທີ່ສຸດນັ້ນ.

ໂຄສົກຂອງທຳນຽບຂາວກ່າວວ່າ ພວກທ່ານໄດ້ສົນນະນາຫາລືກັນ ກ່ຽວກັບທາງເລືອກ
ຕ່າງໆໃນຂອບເຂດທີ່ກວ້າງຂວາງ.

ທ່ານໂອບາມາໄດ້ຮຽກຮ້ອງໃຫ້ເລີ່ມຖອນທະຫານອະເມຣິກັນ ອອກຈາກອັຟການິສຖານ
ໃນເດືອນໜ້ານີ້ໂດຍທີ່ຈະມີການຖອນທະຫານທັງໝົດອອກຈາກປະເທດດັ່ງກ່າວພາຍໃນ
ທ້າຍປີ 2014.

XS
SM
MD
LG