ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະກາດໃຫ້ ອັຟການິສຖານ ເປັນພັນທະມິດ ທີ່ສຳຄັນ ນອກກຸ່ມເນໂຕ້


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton (ຊ້າຍ) ແລະປະທານາທິບໍດີ Hamid Karzai ແຫ່ງ ອັຟການິສຖານ ພວມພາກັນຍ່າງໄປກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງກາບູລ (7 ກໍລະກົດ 2012)
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton (ຊ້າຍ) ແລະປະທານາທິບໍດີ Hamid Karzai ແຫ່ງ ອັຟການິສຖານ ພວມພາກັນຍ່າງໄປກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງກາບູລ (7 ກໍລະກົດ 2012)

ວໍ​ຊິງ​ຕັນ​ໄດ້​ປະກາດ​ໃຫ້​ອັຟກາ​ນິສຖານ​ເປັນ​ປະ​ເທດ​ພັນທະ​ມິດ​ສຳຄັນທີ່​ບໍ່​ແມ່ນອົງການ​ເນ​ໂຕ້
​ຂອງ​ສະຫະລັດ ຊຶ່ງ​ຈະ​ອຳນວຍໃຫ້​ອັຟກາ​ນິສຖານ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍຈາກ​ເສິກ​ສົງຄາມ​
ນັ້ນ ​ເຂົ້າຢູ່​ໃນໂຄງ​ຮ່າງ​ການ​ຮ່ວມ​ມື​ໄລຍະ​ຍາວ​ດ້ານຄວາມ​ໝັ້ນຄົງ​ ແລະ​ດ້ານ​ປ້ອງ​ກັນ​ປະ​ເທດ
ກັບ​ສະຫະລັດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ປະກາດ​ກ່ຽວ​ກັບ
​ສະຖານະ​ພາບ​ໃໝ່ ທີ່​ນະຄອນຫຼວງກາ​ບູລ​ໃນ​ວັນ​ເສົາ​ມື້ນີ້ ບ່ອນ​ທີ່ທ່ານ​ນາງ​ໄດ້​ເຈລະຈາ​ຫາ
ລື​ກັບ​ປະທານາທິບໍດີ Hamid Karzai.

ທ່ານ​ນາງໄດ້​ກ່າວ ລຸນ​ຫຼັງການ​ພົບ​ປະ​ກັບ​ປະທາ​ນາ​ທິບໍດີ Karzai ວ່າ ອັຟການິສຖານ​ຈະ​
ບໍ່​ສາມາດ​ເປັນ​ບ່ອນ​ຫຼົບລີ້ ທີ່​ປອດ​ໄພ​ໄດ້​ອີກ ສຳ​ຫຼັບກຸ່ມ​ກໍ່​ການ​ຮ້າຍອາລກາຍ​ດາ ​ແລະ​ກຸ່ມ​
ກໍ່​ການ​ຮ້າຍ​ຂ້າມ​ຊາດ​ອື່ນໆ ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ສະຫະລັດ ຕໍ່​ພູມີພາກ ​ແລະ​ຕໍ່​ໂລກ​ມະນຸດ.

ທ່ານ​ນາງ Clinton ​ເວົ້າວ່າ ສະຖານະພາບໃໝ່ນີ້ ​ແມ່ນ​ສັນຍາ​ລັກ​ທີ່​ມີ​ອິດ​ທິພົນ ກ່ຽວ​ກັບ​
ຄວາມ​ໝາຍໝັ້ນຂອງ​ວໍ​ຊິງ​ຕັນ ​ຕໍ່​ອະນາຄົດ​ຂອງ​ອັຟກາ​ນິສຖານ ໂດຍ​ກ່າວຕື່ມ​ວ່າ ສະຫະ
ລັດ​ຈະ​ບໍ່​ປະຖິ້ມອັຟກາ​ນິສຖານ. ຮວມຢູ່​ໃນ​ບັນດາ​ປະ​ເທດ​ທີ່​ສະຫະລັດ​ໄດ້​ປະກາດໃຫ້​ເປັນ
ພັນທະ​ມິດ​ສຳຄັນນອກກຸ່ມ​ເນ​ໂຕ້ ກໍ​ມີ​ອີ​ຈິບ ອິສຣາແອ​ລ ຍີ່ປຸ່ນ ​ແລະ​ປາ​ກິ​ສຖານ.

ຈາກ​ນະຄອນຫຼວງກາ​ບູລ ທ່ານ​ນາງ Clinton ຈະ​ເດີນທາງ​ໄປ​ຍັງ​ປະ​ເທດ​ຍີ່ປຸ່ນ ​ເພື່ອ​ເຂົ້າ
ຮ່ວມ​ກອງ​ປະຊຸມ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ພົນ​ລະ​ເຮືອນ​ອັຟກາ​ນິສ ຖານ. ​ເປັນ​ທີ່​ຄາດ​ກັນ
​ວ່າ ບັນດາ​ປະ​ເທດ​ແລະ​ອົງການ​ໃຫ້​ຄວາມ​ຊ່ອຍເຫຼືອຕ່າງໆ​ ຈະ​ໃຫ້​ຄຳ​ໝັ້ນສັນຍາ 4 ພັນ
​ລ້ານ​ໂດ​ລາ​ຕໍ່​ປີ ​ໃນ​ການ​ໃຫ້​ຄວາມ​ສະໜັບສະ​ໜຸນ​ໄລຍະ​ຍາວ​ ຕໍ່​ພົນລະ​ເຮືອນ​ໃນ​ອັຟກາ​
ນິສຖານ.

ທ່ານ​ນາງ​ໄດ້​ຢຸດ​ແວ່​ ແບບ​ບໍ່​ມີ​ການ​ປະກາດ​ໃຫ້​ຊາບ​ລ່ວງ​ໜ້າ​ ທີ່​ນະຄອນຫຼວງກາບູລ​ໃນ
​ວັນ​ເສົາ​ມື້ນີ້ ລຸນ​ຫຼັງ​ໄດ້​ເດີນທາງ​ອອກ​ຈາກ​ກຸງ​ປາຣີບ່ອນ​ທີ່​ທ່ານ​ນາງ​ໄດ້ເຂົ້າຮ່ວມ​ກອງ​ປະ
ຊຸມ​ຂອງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ.

XS
SM
MD
LG