ສະພາສູງສະຫະລັດໄດ້ຮັບຮອງເອົາທ່ານ James Cunningham ໃຫ້ເປັນເອກອັກ
ຄະລັດຖະທູດສະຫະລັດປະຈໍາອັຟການີສຖານຄົນຕໍ່ໄປ.
ທ່ານ Cunningham ຊຶ່ງປັດຈຸບັນມີຕໍາແໜ່ງເປັນຮອງເອກອັກຄະລັດຖະທູດປະຈໍາເມືອງ
ຫຼວງກາບູນຂອງອັຟການີສຖານ ແລະເຄີຍດໍາລົງຕໍາແໜ່ງເອກອັກຄະລັດຖະທູດສະຫະ
ລັດປະຈໍາອີສຣາແອລ. ນອກນີ້ແລ້ວ ທ່ານ Cunningham ຍັງເຄີຍໄດ້ຮັບຕໍາແໜ່ງນັກ
ການທູດລະດັບສູງທີ່ຮ່ອງກົງ ແລະອົງການສະຫະປະຊາຊາດມາແລ້ວ.
ທ່ານ Cunningham ຈະໄປແທນທ່ານ Ryan Crocker ເອກອັກຄະລັດຖະທູດສະຫະ
ລັດປະຈໍາອັຟການີສຖານ ຊຶ່ງທ່ານ Crocker ຈະປົດກະສຽນອອກກິນເບ້ຍບໍານານຫຼັງ
ຈາກໄດ້ຮັບໃຊ້ໜ້າທີ່ທາງການທູດທີ່ສໍາ ຄັນແລະໄດ້ດົນນານ ຢູ່ໃນສະຖານທູດແຫ່ງຕ່າງໆ
ຂອງສະຫະລັດ ເຊັ່ນ ໃນອິຣັກ ປາກີສຖານ ຊີເຣຍ ຄູເວດ ແລະເລບານອນ.