ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Douplicate-disregard itສະພາສູງສະຫະລັດຮັບຮອງທູດພິເສດຄົນໃໝ່ປະຈໍາອັຟການີສຖານແລ້ວ


ສະພາ​ສູງ​ສະຫະລັດ​ໄດ້​ຮັບຮອງ​ເອົາ​ທ່ານ James Cunningham ​ໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອັຟກາ​ນີສຖານ​ຄົນ​ຕໍ່​ໄປ.

ທ່ານ Cunningham ຊຶ່ງ​ປັດຈຸບັນ​ມີ​ຕໍາ​ແໜ່​ງ​ເປັນ​ຮອງ​ເອກ​ອັກຄະ​ລັດ​ຖະ ທູດ​ປະ​ຈໍາ​ເມືອງຫຼວງກາ​ບູນຂອງ​ອັຟກາ​ນີສຖານ ​ແລະ​ເຄີຍ​ດໍາລົງ​ຕໍາ​ແໜ່​ງ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອີສຣາ​ແອ​ລ. ນອກ​ນີ້​ແລ້ວ ທ່ານ Cunningham ຍັງ​ເຄີຍ​ໄດ້​ຮັບ​ຕໍາ​ແໜ່​ງນັກ​ການ​ທູດ​ລະດັບ​ສູງ​ທີ່​ຮ່ອງ​ກົງ ​ແລະ​ອົງການ​ສະຫະ​ປະຊາຊາດມາ​ແລ້ວ.

ທ່ານ Cunningham ຈະ​ໄປ​ແທນ​ທ່ານ Ryan Crocker ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອັຟກາ​ນີສຖານ ຊຶ່ງ​ທ່ານ Crocker ຈະປົດ ກະສຽນ​ອອກ​ກິນ​ເບ້ຍບໍານານ ຫຼັງຈາກ​ໄດ້​ຮັບ​ໃຊ້​ໜ້າ​ທີ່​ທາງ​ການ​ທູດ​ທີ່​ສໍາ ຄັນ​ແລະ​ໄດ້​ດົນ​ນານ ຢູ່​ໃນ​ສະຖາ​ນທູດ​ແຫ່ງ​ຕ່າງໆ​ຂອງ​ສະຫະລັດ ​ເຊັ່ນ ​ໃນ​ອິຣັກ ປາ​ກີ​ສຖານ ຊີ​ເຣຍ ຄູ​ເວດ ​ແລະ​ເລ​ບາ​ນອນ.

XS
SM
MD
LG