ບັນດາເຈົ້າໜ້າທີ່ກອງທັບສະຫະລັດກ່າວວ່າ ທະຫານຄົນນຶ່ງທີ່ຖືກກ່າວຫາຖານທໍາການ
ສັງຫານພວກພົນລະເຮືອນອັຟການີສຖານຈໍານວນນຶ່ງນັ້ນ ໄດ້ຖືກຕັດສິນລົງໂທດໃຫ້ຈໍາ
ຄຸກ 3 ປີ. ໄດ້ມີການປະກາດຄໍາຕັດສິນນີ້ໃຫ້ຮູ້ໃນວັນສຸກວານນີ້ ໃນການດໍາເນີນຄະດີ
ນາຍ Adam Winfield ໜ່ວຍລົບພິເສດ ໃນສານທະຫານແຫ່ງນຶ່ງທີ່ຖານທັບ Lewis
-McChord ທີ່ລັດວໍຊິງຕັນ ໃນພາກຕາເວັນຕົກສຽງເໜືອຂອງສະຫະລັດ.
ນາຍ Winfield ໄວ 23 ປີ ຍອມຮັບສາລະພາບຜິດໃນຂໍ້ກ່າວຫາຖານຂ້າຄົນໂດຍບໍ່ເຈດ
ຕະນາ ແລະໃຊ້ຢາເສບຕິດ. ນາຍ Winfieldໄດ້ຖືກຫລຸດຊັ້ນລົງມາເປັນພົນທະຫານລ້າ ແລະໄດ້ຖືກໄລ່ອອກຈາກກອງທັບໃນຖານປະຕິບັດໜ້າທີ່ບໍ່ດີ.
ນາຍ Winfield ເປັນນຶ່ງໃນບັນດາທະຫານ 5 ຄົນ ໃນໜ່ວຍທະຫານລາບຈຸນຶ່ງປະຈໍາກອງ
ພົນນ້ອຍທີ່ເອີ້ນກັນວ່າ Stryker Brigade ຊຶ່ງທໍາອິດຖືກກ່າວຫາວ່າ ທໍາການຄາດຕະກໍາ
ພົນລະເຮືອນອັຟການີສຖານ 3 ຄົນ ຊຶ່ງພວກໄອຍະການກ່າວວ່າ ເບິ່ງຄືກັບພວກທີ່ໄດ້ເສຍ
ຊີວິດໃນການສູ້ລົບກັນນັ້ນ.
ນາຍ Winfield ກ່າວວ່າລາວຖືກກົດດັນໃຫ້ເຂົ້າຮ່ວມໃນການຄາດຕະກໍາບຸກຄົນເຫລົ່ານີ້.
ແຕ່ພວກໄອຍະການກ່າວວ່າ ນາຍ Winfield ໄດ້ຖືກກ່າຫາວ່າເປັນຫົວໜ້າໃນການສັງ
ຫານຄັ້ງນີ້. ສ່ວນສີບເອກ Calvin Gibbs ຍັງຖືກຄຸມຂັງໄວ້ຢູ່ແລະປະເຊີນກັບການດໍາ
ເນີນຄະດີໃນສານທະຫານໃນທ້າຍປີນີ້.