ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ກະຊວງຍຸຕິທຳສະຫະລັດ ຢ້ຽມຢາມອັຟການິສຖານ


ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານ ERIC
HOLDER ກຳລັງ ຢ້ຽມຢາມອັຟການິສຖານ ເພື່ອປຶກສາ
ຫາລື ກ່ຽວກັບການດຳເນີນຄວາມພະຍາ ຍາມຂອງລັດຖະ
ບານອັຟການິສຖານ ໃນການປາບປາມການສໍ້ລາດບັງຫຼວງ
ແລະປັບປຸງລະບົບຍຸຕິທຳຂອງປະເທດດັ່ງກ່າວ.

ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພຸດ
ມື້ນີ້ ທ່ານ HOLDER ກ່າວວ່າ ການປາບປາມການ
ສໍ້ລາດບັງຫຼວງແລະການສະໜັບສະໜູນການປົກຄອງ
ດ້ວຍຕົວບົດກົດໝາຍ ຢູ່ໃນອັຟການິສຖານ ແມ່ນເລື່ອງ
ທີ່ຮີບດ່ວນຫຼືບູລິມມະສິດສຳຄັນສຸດ ສຳລັບລັດຖະບານທ່ານໂອບາມາ.

ທ່ານ HOLDER ເວົ້າວ່າ ສະຫະລັດຈະສືບຕໍ່ໃຫ້ການຊ່ອຍເຫຼືອຕໍ່ລັດຖະບານ ອັຟກາ
ນິສຖານ ໃນການສ້າງຕັ້ງແລະໃຫ້ຄວາມສະໜັບສະໜຸນ ລະບົບຍຸຕິທຳ ທີ່ມີປະສິດທິພາບ.

ການເດີນທາງໄປຢ້ຽມຢາມອັຟການິສຖານຂອງທ່ານ HOLDER ທີ່ກະຊວງຍຸຕິທຳ
ສະຫະລັດເວົ້າວ່າ ຈະຮວມທັງການພົບປະກັບເຈົ້າໜ້າທີ່ອັຟການິສຖານ ແລະສະຫະ
ລັດນັ້ນ ມີຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ພວມເພີ້ມທະວີຂຶ້ນກ່ຽວກັບການດຳເນີນຄວາມ
ພະຍາຍາມໃນການປາບປາມການສໍ້ລາດບັງຫຼວງຂອງລັດ ຖະບານອັຟການິສຖານ.

ໃນມື້ວານນີ້ ອະທິໄອຍະການຂອງອັຟການິສຖານໄດ້ກ່າວຫາເອກອັກຄະລັດຖະທູດ
ສະຫະລັດ ທ່ານ KARL EIKENBERRY ວ່າໄດ້ຂົ່ມຂູ່ທີ່ຈະປົດທ່ານອອກຈາກ
ຕຳແໜ່ງ ຖ້າທ່ານຫາກບໍ່ດຳເນີນການ ຕໍ່ນາຍທະນາຄານອັຟການິສຖານ ຄົນນຶ່ງ
ທີ່ຖືກກ່າວຫາວ່າ ພົວພັນນຳການສໍ້ໂກງ.

XS
SM
MD
LG