ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດແລະອັຟການິສຖານ ເຊັນຂໍ້ຕົກລົງ ກ່ຽວກັບ ການປະຕິບັດງານ ໃນຍາມມື້ຄືນ


ແຜນທີ່ອັຟການິສຖານ.
ແຜນທີ່ອັຟການິສຖານ.
















ສະຫະລັດ​ແລະ​ອັຟກາ​ນິສຖານໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັນ​ສະບັບ​ນຶ່ງ​ໃນວັນ​ອາທິດ​ວານ​ນີ້ ມອບ​ໃຫ້​ອັຟກາ​ນິສຖານເປັນ​ຜູ້ກໍາກັບ​ດູ​ແລ​ນໍາ​ການ​ປະຕິບັດ​ງານ​ພິ​ເສດ ຮວມທັງ​ການ​ບຸກເຂົ້າ​ກວດ​ຄົ້ນ​ໃນ​ຍາມ​ກາງຄືນ​ໃນ​ບ້ານ​ເຮືອນ​ຂອງ​ຊາວ​ອັຟກາ​ນິສຖານ ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ແລະແຫຼ່ງທີ່​ມາ​ທີ່ສໍາຄັນຂອງ​ການ​ຂັດ​ແຍ່ງ​ລະຫວ່າງ​ສອງ​ຝ່າຍ​ນັ້ນ.

ທ່ານ Abdul Rahim Wardak ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອັຟກາ​ນິສຖານ​ແລະ​ນາຍ​ພົນສະຫະລັດ ທ່ານ John Allen ຊຶ່ງ​ເປັນ​ຜູ້​ບັນຊາ​ການ​ກອງ​ກໍາລັງກຸ່ມ​ເນ​ໂຕ້​ໃນ​ອັຟກາ​ນິສຖານ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າ​ວ​ໃນ​ພິທີ​ທີ່​ມີ​ຂຶ້ນໃນກຸງ​ຄາ​ບູລ.

ຂໍ້​ຕົກລົງ​ດັ່ງກ່າວ​ປາກົດ​ວ່າ ອໍານວຍ​ໃຫ້​ທາງ​ການ​ອັຟກາ​ນິສຖານ​ມີສິດ​ຍັບ​ຍັ້ງການ​ປະຕິບັດ​ງານ​ທາງ​ທະຫານ​ ​ທີ່​ໄດ້​ວາງ​ແຜນ​ໄວ້ນັ້ນ​ໄດ້ ພ້ອມທັງອະນຸມັດ​ໃຫ້​ຈັດ​ຕັ້ງ​ກຸ່ມປະສານ​ງານເລື່ອ​ງ​ປະຕິບັດ​ການ​ຂອງອັຟກາ ​ນິສຖານຂຶ້ນມາ ທີ່​ຈະ​ເປັນ​ຝ່າຍ​ໃຫ້ການ​ອະນຸມັດ​ແຜນການ​ປະຕິບັດ​ງານ​ພິ​ເສດ​ຕ່າງໆ ຊຶ່ງ​ຈະ​ດໍາ​ເນີນ​ການໂດຍ​ກໍາລັງ​ອັຟກາ​ນິສຖານ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜຸນຈາກ​ກໍາລັງ​ສະຫະລັດ ​ແລະ​ໃຫ້​ສອດຄ່ອງກັບ​ກົດໝາຍ​ຂອງ​ອັຟກາ​ນິສຖານ. ນອກ​ນັ້ນ ຂໍ້​ຕົກລົງ​ດັ່ງກ່າວ​ຍັງ​ບົ່ງ​ໄວ້​ວ່າ ພວກ​ກໍາລັງ​ສະຫະລັດ​ຈະ​ປະກອບສ່ວນ​ກັບ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສຖານໃນ​ການ​ບຸກ​ເຂົ້າກວດ​ຄົ້ນ​ບ້ານ​ເຮືອນ​ສ່ວນ​ຕົວ​ຂອງ​ຊາວ​ອັຟກາ​ນິສຖານ​ໄດ້ໃນ​ສະ​ເພາະກໍລະນີ​ທີ່​ຈໍາ​ເປັນ​ແລະ​ມີ​ການຮ້ອງ​ຂໍ​ເທົ່າ​ນັ້ນ.

ນອກ​ນັ້ນ​ຂໍ້​ຕົກລົງ​ດັ່ງກ່າວ​ຍັງ​ອະນຸມັດ​ໃຫ້ທາງ​ການ​ອັຟກາ​ນິສຖານ​ມີປາກ​ສຽງ​ຫຼາຍ​ຂຶ້ນໃນ​ເລື່ອງ​ການ​ປະຕິບັດ​ຕໍ່​ພວກ​ທີ່​ຖືກ​ຈັບ​ກຸມ​ນັ້ນ.

XS
SM
MD
LG