ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານເກດສ໌ ສືບຕໍ່ສັ່ງລາ ທະຫານອາເມຣິກັນ ທີ່ອັຟການີສຖານ


ທ່ານ ໂຣເບີຕ ເກດສ໌ ລັດຖະມົນຕີປ່ອງກັນປະເທດສະຫະລັດ
(ຊ້າຍ) ກັບນາຍພົນ Petraeus ທີ່ອັຟການີສຖານ,
ວັນທີ 6 ມິຖຸນາ 2011.
ທ່ານ ໂຣເບີຕ ເກດສ໌ ລັດຖະມົນຕີປ່ອງກັນປະເທດສະຫະລັດ (ຊ້າຍ) ກັບນາຍພົນ Petraeus ທີ່ອັຟການີສຖານ, ວັນທີ 6 ມິຖຸນາ 2011.

ລັດຖະມົນຕີ​ປ່ອງ​ກັນ​ປະ​ເທດ​ສະຫະລັດ​ ທ່ານ​ໂຣ​ເບີຕ ເກດສ໌ ທີ່​ກໍາລັງຈະພົ້ນຈາກຕໍາ​ແໜ່​ງ​ ​ທໍາ​ການ​ສັ່ງ​ລາເປັນ​ຄັ້ງສຸດທ້າຍຕໍ່​ທະຫານ​ສະຫະລັດ​ໃນ​ອັຟກາ​ນີສຖານ ໂດຍໄດ້​ບິນ​ໄປ​ຍັງ​ຖານ​ທັບແຫ່ງ​ນຶ່ງ​ໃນ​ແຂວງ Paktika ​ຕິດກັບ​ກັບ​ຊາຍ​ແດນ​ປາ​ກີ​ສຖານ.

ຖານ​ທັບ​ດັ່ງກ່າວ ຕັ້ງ​ຢູ່​ໃນເຂດ​ສອກຫລີກ​ຫ່າງ​ໄກ​ແລະ​ອັນຕະລາຍ​ຂອງ​ ເມືອງ Omnah​ ໃນແຂວງ​ Paktika.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ເກດສ໌ ຊຶ່ງ​ຈະລາ​ອອກ​ກິນ​ເບ້ຍ​ບໍານານ​ໃນ​ທ້າຍ​ເດືອນ​ນີ້ ​ໄດ້ໄປ​ຢ້ຽມຢາມ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ​ໃນ​ວັນ​ອາທິດ​ວານ​ນີ້​. ​ໃນ​ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ​ໃນ​ລະຫວ່າງການ​ຢ້ຽມຢາມ​ຖານ​ທັບ​ແຫ່ງ​ຕ່າງໆ​ໃນ​ແຂວງ​ກັນດາ​ຮາ ​ແລະ​ແຂວງ Helmand ນັ້ນ ທ່ານ​ເກດສ໌ກ່າວ​ວ່າ ການ​ຖອນ​ທະຫານ​ສະຫະລັດ​ອອກ​ຈາກ​ອັຟການີສ ຖານ​ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ໄວໆ​ນີ້ ຄວນ​ຈະ​ເລີ້ມ​ດ້ວຍ​ການຖອນພວກ​ກອງ​ ກໍາລັງສະໜັບສະໜຸນ​ອອກ​ໄປ ບໍ່​ແມ່ນທະຫານໜ່ວຍສູ້​ລົບ.

ນອກ​ນັ້ນ​ ທ່ານ​ເກດສ໌​ຍັງ​ກ່າວ​ເຕືອນປະທານາທິບໍດີ Hamid Karzai ວ່າ ປະ​ເທດ​ຂອງ​ທ່ານ​ຕ້ອງເພີ່ມ​ການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ ​ແລະ​ວ່າ ​ການ​ບໍ່ເອົາ​ມາດ​ຕະການ​ດັ່ງກ່າວຈະ ​ເຮັດ​ໃຫ້ການ​ຖອນ​ທະຫານ​ຂອງ​ສະຫະລັດ​ອອກຢ່າງ​ລາບ​ລື່ນ​ຕົກ​ຢູ່​ໃນ​ການ​ສ່ຽງ​ໄພ.

ພວກ​ຜູ້​ບັນຊາ​ການ​ສະ​ໜາມທີ່ຖານ​ທັບທັງ​ສອງ​ແຫ່ງ ກ່າວ​ວ່າ ​ເຂົາເຈົ້າ ​ໄດ້​ເຫັນ​ຄວາມ​ກ້າວໜ້າໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ຫລາຍ​ສົມຄວນ ແຕ່​ຄວາມ​ຮຸນ​ແຮງ​ກໍຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ. ​ໃນ​ວັນ​ອາທິດ​ວານ​ນີ້ ທະຫານຂອງ​ກຸ່ມ​ເນ​ໂຕ້ 4 ຄົນ​ເສຍ​ຊີວິດ​ໃນ​ພາກ​ໃຕ້​ແລະ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ​.

XS
SM
MD
LG