ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໂຣເບີຕ ເກດສ໌ ກ່າວອໍາລາ ຕໍ່ທະຫານອະເມລິກັນ ທີ່ອັຟການີສຖານ


ທ່ານໂຣເບີຕ ເກດສ໌ ຢ້ຽມຢາມອັຟການີສຖານ, ວັນທີ 5 ມິຖຸນາ 2011.
ທ່ານໂຣເບີຕ ເກດສ໌ ຢ້ຽມຢາມອັຟການີສຖານ, ວັນທີ 5 ມິຖຸນາ 2011.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ໂຣ​ເບີ​ຕ ​ເກດສ໌ ທີ່ຈະລາ ​ອອກ​ກິນ​ເບ້ຍ​ບໍານານໃນ​ທ້າຍ​ເດືອ​ນນີ້ ​ເດີນທາງ​ໄປ​ຮອດ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ຢູ່ທີ່ນັ້ນ​ທ່ານ​ຈະ​ກ່າວ​ອໍາ​ລາ​ຕໍ່ພວກ​ ທະຫານ​ອະ​ເມ​ລິ​ກັນ​ ທີ່​ກໍາລັງ​ທໍາ​ການຕໍ່ສູ້​ເພື່ອ​ປາບພວກ​ກະບົດ​ຕາ​ລີ​ບັນນັ້ນ.

ທ່ານ Gates ທໍາ​ການ​ຢ້ຽມຢາມ​ອັຟກາ​ນີສຖານ​ ໃນ​ເວລາ
ດຽວ​ກັນ​ທີ່ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ພິຈາລະນາ​ເບິ່ງ​ ຂະໜາດ​ແລະ​ຈັງຫວະ​ເວລາໃນການ​ຖອນ​ທະຫານ​ສະຫະ
ລັດ​ອອກ​ຈາກ​ອັຟກາ​ນີສຖານ​ ຊຶ່ງຈະ ​ເລີ້ມ​ຂຶ້ນໃນ​ເດືອນ​ໜ້າ​ນີ້ ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້.

ກ່ອນ​ໜ້າລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ​ເດີນທາງ​ໄປ​ຮອດ ເມືອງ​ກັນດາ​ຮາ​ເລັກ​ນ້ອຍ
ກຸ່ມ​ເນ​ໂຕ້​ໄດ້​ປະກາດ​ຂ່າວ​ໃຫ້​ຮູ້​ວ່າ ທະຫານ​ຂອງ​ຕົນ​ຄົນ​ນຶ່ງ​ເສຍ​ຊີວິດ​ໃນ​ວັນ​ອາທິດ​ມື້​ນີ້​ ໃນ​
ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ໃນ​ພາກໃຕ້​ຂອງ​ອັຟກາ​ນີສຖານ. ​ໃນ​ເຫດການ​ນຶ່ງ​ອີກ​ນັ້ນ ເນ​
ໂຕ້​ກ່າວ​ວ່າ​ເຮືອບິນ​ເຮ​ລີ​ຄອບ​ເຕີ້​ຂອງກໍາລັງ​ປະສົມ ຕົກລົງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ
ນິສຖານ ​ເຮັດ​ໃຫ້​ສອງ​ຄົນຢູ່​ໃນ​ເຮ​ລີ​ຄອບ​ເຕີ້​ເສຍ​ຊີວິດ.

ແລະໃນ​ວັນ​ເສົາ​ວານນີ້ ​ ຂະນະ​ທີ່​ທ່ານ Gates ​ເດີນທາງ​ໄປ​ຮອດ​ກຸງ​ຄາ​ບູລ​ ເພື່ອ​ເລີ້ມ​ທໍາ​
ການຢ້ຽມຢາມ​ອັຟກາ​ນີສຖານ​ນັ້ນ ກໍາລັງປະສົມ ນາໆຊາດ​ປະກາດ​ໃຫ້​ຮູ້​ວ່າ ທະຫານ​ຂອງ
ຕົນ 4 ຄົນ​ເສຍ​ຊີວິດ​ໃນ​ລະ​ເບີດ​ທີ່​ແຕກ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ ​ເຊ່ນ
ກັນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ກ່າວ​ເຕືອນ​ປະທານາທິບໍດີ Hamid Karzai
ແຫ່ງ​ອັຟກາ​ນີສຖານໃນ​ວັນ​ເສົາ​ວານ​ນີ້​ວ່າ ປະ​ເທດ​ອັຟກາ​ນີສຖານຈະ​ຕ້ອງ​ໄດ້​ເພີ່ມ​ທະວີ
ການ​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ ​ແລະ​ວ່າຄວາມ​ລົ້ມ​ແຫລວ​ໃນ​ການ​ປະຕິ
ບັດ​ການ​ດັ່ງກ່າວຈະ​ເຮັດ​ໃຫ້ການຖອນ​ທະຫານ​ສະຫະລັດ​ອອກ​ຢ່າງ​ລາບ​ລື່ນ​ ຕົກ​ຢູ່​ໃນ
ການ​ສ່ຽງ​ໄພ.

ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ປອດ​ໄພທີ່​ສິງກະ​ໂປ ທ່ານ
Gates ກ່າວ​ວ່າ ອາດ​ມີ​ການ​ໂອ້​ລົມ​ສັນຕິພາບ​ກັນ​ໄດ້​ກັບ​ກຸ່ມ​ຕາ​ລີ​ບັນ​ພາຍ​ໃນ​ນຶ່ງ​ປີ​ຂ້າງ
ໜ້າ​ນີ້ ​ແລະວ່າການ​ໂອ້​ລົມ​ກັນ​ດັ່ງກ່າວ​ຈະ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ຄວາມ​ຄືບ​ໜ້າ​ທາງ​
ພາກ​ພື້ນ​ດິນ​ຂອງ​ກໍາລັງກຸມ​ເນ​ໂຕ້​ໃນ​ອັຟກາ​ນີສຖານ ​ທີ່​ໄດ້​ທໍາ​ຄວາມ​ກົດ​ດັນ​ໃສ່​ພວກ​ກະ
ບົດ​ນັ້ນ.

XS
SM
MD
LG