ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມກ້າວໜ້າ ຂອງກຳລັງປະສົມ ໃນອັຟການິສຖານ


ນາຍພົນ David Petraeus ກ່າວຕໍ່ຕາໜ່າງຂ່າວພາສາເປີເຊຍຂອງ VOA ໃນມື້ວັນສຸກວານນີ້ວ່າ ທະຫານອັຟ ການິສຖານແລະກຳລັງນາໆຊາດໄດ້ເພີ່ມ ຄວາມກົນດັນຕໍ່ກຸ່ມຫົວ ຮຸນແຮງໃນໄລຍະ 3 ຫາ 6 ເດືອນຜ່ານມານີ້.
ນາຍພົນ David Petraeus ກ່າວຕໍ່ຕາໜ່າງຂ່າວພາສາເປີເຊຍຂອງ VOA ໃນມື້ວັນສຸກວານນີ້ວ່າ ທະຫານອັຟ ການິສຖານແລະກຳລັງນາໆຊາດໄດ້ເພີ່ມ ຄວາມກົນດັນຕໍ່ກຸ່ມຫົວ ຮຸນແຮງໃນໄລຍະ 3 ຫາ 6 ເດືອນຜ່ານມານີ້.

ຜູ້ບັນຊາການກຳລັງສະຫະລັດແລະອົງການເນໂຕ້ ໃນອັຟກາ
ນິສຖານກ່າວວ່າ ຄວາມກ້າວ ໜ້າຂອງກຳລັງປະສົມ ໃນໄລ
ຍະສອງສາມເດືອນຜ່ານມານີ້ ເຮັດໃຫ້ການຄວບຄຸມພື້ນທີ່
ຂອງພວກທາລີບານ ຢູ່ໃນເຂດຕ່າງໆສ່ວນໃຫຍ່ຂອງອັຟກາ
ນິສຖານສິ້ນສຸດລົງ ແລະບີບ ບັງຄັບໃຫ້ພວກຜູ້ນຳກຸ່ມຫົວ
ຮຸນແຮງຊອກ ຫາຊ່ອງທາງເປີດການເຈລະຈາສັນຕິພາບ.

ນາຍພົນ David Petraeus ກ່າວຕໍ່ຕາໜ່າງຂ່າວພາສາເປີ
ເຊຍຂອງ VOA ໃນມື້ວັນສຸກ ວານນີ້ວ່າ ທະຫານອັຟກາ
ນິສຖານແລະກຳລັງນາໆຊາດໄດ້ເພີ່ມ ຄວາມກົນດັນຕໍ່ກຸ່ມ
ຫົວຮຸນແຮງໃນໄລຍະ 3 ຫາ 6 ເດືອນຜ່ານມານີ້ ຊຶ່ງໄດ້
ຕ່າວປີ້ນການບຸກໂຈມຕີຂອງພວກທາລີບານ ຢູ່ໃນຫຼາຍໆ
ເຂດ.
ທ່ານກ່າວວ່າ ພວກທາລີບານຮູ້ສຶກເຈັບປວດເປັນທີ່ສຸດໃນ
ເວລານີ້ ແລະການກົດດັນພວມຈະມີເພີ່ມຂຶ້ນ.

ນາຍພົນ Petraeus ເຕືອນວ່າ ຍັງຈະມີການສູ້ລົບກັນຕື່ມອີກໃນເຂດທີ່ໝັ້ນ ຂອງພວກ ທາລີບານ ໂດຍສະເພາະແລ້ວແມ່ນຢູ່ໃນເຂດພາກໃຕ້.

ແຕ່ທ່ານນາຍພົນເວົ້າວ່າ ພວກຜູ້ນຳຂອງທາລີບານຈຳນວນນຶ່ງພວມຊອກຫາ ຊ່ອງທາງ ເປີດການເຈລະຈາສ້າງຄວາມປອງດອງຊາດ ລຸນຫລັງທີ່ໄດ້ຖືກໂຈມຕີໂດຍການປະຕິບັດ ງານຂອງກຳລັງພິເສດແລະການປັບປຸງການຮັກສາຄວາມປອດໄພ ຂອງລັດຖະບານ ອັຟ ການິສຖານ. ນາຍພົນ Petraeus ກ່າວວ່າ ການເຈລະຈາສັນຕິພາບ ແມ່ນຍັງຢູ່ໃນຂັ້ນ ເລີ້ມຕົ້ນ ແລະຈະບໍ່ມີຄວາມກ້າວໜ້າ ຈົນກວ່າພວກທາລີບານຍອມວາງອາວຸດ ຕັດຄວາມ ສຳພັນກັບກຸ່ມກໍ່ການຮ້າຍອາລກາຍດາ ແລະຮັບເອົາລັດຖະທຳມະນູນຂອງອັຟການິສຖານ.

XS
SM
MD
LG