ຜົນການສືບສວນສອບສວນບັ້ນນຶ່ງ ຂອງສະພາຄອງ ແກຣສສະຫະລັດ ສະລຸບວ່າ ຄວາມພະຍາຍາມຂອງລັດ ຖະບານອາເມຣິກັນຕໍ່ການສ້າງຊາດໃນອັຟການີສຖານ ແມ່ນປະສົບຜົນສໍາເລັດແຕ່ພຽງໜ້ອຍດຽວເທົ່ານັ້ນ ແລະ ອາດ ຈະບໍ່ສາມາດຢູ່ລອດໄດ້ເວລາກໍາລັງທະຫານຂອງຕ່າງ ປະເທດຖອນອອກຈາກອັຟການີສຖານໄປໃນປີ 2014.
ໃນລາຍງານສະບັບນຶ່ງທີ່ນໍາອອກເຜີຍແຜ່ໃນວັນພຸດມື້ນີ້ ຄະນະກໍາມະການຄວາມສໍາພັນຕ່າງປະເທດສະພາສູງ ສະຫະລັດກ່າວວ່າ ລັດຖະບານສະຫະລັດໄດ້ສະແດງ ຄວາມສຳເລັດໃຫ້ເຫັນແຕ່ພຽງໜ້ອຍດຽວ ສໍາລັບເງິນໃນຈຳ ນວນເກືອບ 19 ພັນລ້ານ ໂດລາທີ່ໃຊ້ຈ່າຍຊ່ວຍເຫລືອລັດຖະບານອັຟການີສຖານ ຕະຫລອດໄລຍະສິບປີຜ່ານມາ ຊຶ່ງເປັນການຊ່ວຍເຫລືອຕ່າງປະເທດຫລາຍກວ່າປະເທດອື່ນໃດທັງໝົດ ໂດຍທີ່ຄະນະ ກໍາມະການກ່າວວ່າ ການໃຊ້ຈ່າຍຂອງລັດຖະບານສະຫະລັດ ໃນສ່ວນນຶ່ງຂອງຈໍານວນ ເງິນດັ່ງ ກ່າວແມ່ນໄດ້ຄອບງໍາການເສດຖະກິດທ້ອງຖິ່ນຂອງອັຟການີສຖານແລະອູ້ມຊູ ການສໍ້ລາດບັງຫລວງ.
ລາຍງານດັ່ງກ່າວແມ່ນມີຂຶ້ນ ໃນຂະນະທີ່ປະທານາທິບໍດີບາຣັກ ໂອບາມາ ກໍາລັງພິດຈາ ລະນາຄິດໄລ່ວ່າຈະຖອນທະຫານອອກຈາກອັຟການີສຖານຈໍານວນຫລາຍປານໃດຈາກຈໍານວນນຶ່ງແສນຄົນທີ່ມີຢູ່ໃນປັດຈຸບັນນີ້. ລາຍງານເວົ້າອີກວ່າ ລັດຖະບານສະຫະລັດຈະຕ້ອງ ພິຈາລະນາຢ່າງຮີບດ່ວນ ເບິ່ງໂຄງການຊ່ວຍເຫລືອຕ່າງໆຂອງຕົນ ຊຶ່ງໃນເວລານີ້ຕົກເປັນ ມູນຄ່າທັງໝົດປະມານ 320 ລ້ານໂດລາຕໍ່ເດືອນ ນັ້ນເປັນພາກສ່ວນການໃຊ້ຈ່າຍທາງ ທະຫານຕ່າງປະເທດ ແລະການພັດທະນາ ທີ່ສະໜອງໃຫ້ 97 ເປີເຊັນ ຂອງເສດຖະກິດ ອັຟການີສຖານ.