ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານກາໄຊປະນາມການແຜ່ແບເອກກະສານລັບ ຂອງສະຫະລັດ


ການຮົ່ວໄຫຼຂອງເອກກະສານລັບຂອງທາງການສະຫະລັດ
ການຮົ່ວໄຫຼຂອງເອກກະສານລັບຂອງທາງການສະຫະລັດ

ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ
ປະນາມການແຜ່ແບເອກກະສານລັບທາງທະຫານຂອງ
ສະຫະລັດ ທີ່ທ່ານເວົ້າວ່າຈະເປັນອັນຕະລາຍຕໍ່ຊີວິດ
ຂອງພວກທີ່ໃຫ້ການຊ່ອຍເຫຼືອແກ່ກຳລັງນາໆຊາດຢູ່ໃນ
ອັຟການິສຖານ.

ໃນການຖະແຫຼງທີ່ນະຄອນຫຼວງກາບູລໃນວັນພະຫັດມື້ນີ້
ທ່ານກາໄຊເອີ້ນການແຜ່ແບເອກກະສານລັບນັ້ນວ່າ ເປັນ
ການກະທຳທີ່ຂາດຄວາມຮັບຜິດຊອບແລະໜ້າຕື່ນຕົກໃຈ
ແລະທ່ານເວົ້າວ່າ ເວລານີ້ ຊີວິດຂອງພວກທີ່ມາແຈ້ງຂ່າວ
ກຳລັງຕົກຢູ່ໃນອັນຕະລາຍ.

ເອກກະສານລັບກ່ຽວກັບການເຮັດສົງຄາມຢູ່ໃນອັຟການິສຖານໄດ້ຖືກ​ນໍາອອກພິມເຜີຍ
ແຜ່ໂດຍເວັບໄຊທ໌ WIKILEAKS ໃນມື້ວັນອາທິດຜ່ານມາ.

ເຈົ້າຂອງເວັບໄຊທ໌ນີ້ເວົ້າວ່າ ກຸ່ມຂອງລາວໄດ້ກວດເບິ່ງເອກກະສານ​ເຫລົ່ານັ້ນ​ແລ້ວ
ວ່າ​ມີຊື່ຂອງພວກແຈ້ງຂ່າວຫລື​ບໍ່? ແລະບໍ່ໄດ້ນໍາ​ອອກພິມເຜີຍແຜ່ຫລາຍກວ່າ 15,000
ໜ້າ ​ເພາະ​ມີ​ຊື່​ພວກ​ແຈ້ງ​ຂ່າວ.

ນອກນັ້ນ ເຈົ້າໜ້າທີ່ສະຫະລັດກໍ​ໄດ້ເວົ້າວ່າ ການພິມເຜີຍແຜ່ເອກກະສານລັບໂດຍບໍ່
ໄດ້ຮັບອະນຸຍາດດັ່ງກ່າວອາດເຮັດໃຫ້ຜູ້ຄົນຕົກຢູ່ໃນອັນຕະລາຍຫຼືສ້າງ​ຄວາມ​ເສຍ
ຫາຍ​ໃຫ້​ແກ່ການປະຕິບັດງານທາງທະຫານ.

XS
SM
MD
LG