ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະສືບສວນ ການຮົ່ວໄຫລຂອງເອກະສານລັບ


ສະຫະລັດກ່າວວ່າຕົນຈະເລີ້ມທຳການສືບສວນເພື່ອ
ຢາກຮູ້ຈັກວ່າໃຜເປັນຜູ້ເປີດເຜີຍເອກກະສານລັບຫຼາຍ
ສິບພັນໜ້າກ່ຽວກັບການເຮັດສົງຄາມເປັນເວລາ 6 ປີ
ຜ່ານມາຢູ່ໃນອັຟການິສຖານ ຊຶ່ງ​ເປັນການຮົ່ວໄຫຼຂອງ
ຂໍ້ມູນລັບທາງດ້ານຄວາມ ໝັ້ນຄົງທີ່ໃຫຍ່ທີ່ສຸດອັນນຶ່ງ
ໃນປະວັດສາດຂອງກອງທັບສະຫະລັດ.

ທ່ານ GEOFF MORRELL ໂຄສົກກະຊວງປ້ອງກັນ
ປະເທດສະຫະລັດກ່າວໃນມື້ວານນີ້ວ່າ ທາງກອງທັບ
ສະຫະລັດຈະດຳເນີນການທຸກຢ່າງ ທີ່ເຫັນວ່າຈຳເປັນ
ເພື່ອຊີ້ໂຕວ່າໃຜຄືຜູ້ຮັບຜິດຊອບໃນການຮົ່ວໄຫຼຂອງຂໍ້ມູນຄັ້ງນີ້.

ສ່ວນເຈົ້າໜ້າທີ່ອີກຄົນນຶ່ງຂອງສະຫະລັດກ່າວວ່າ ອາດຈະໃຊ້ເວລາຫຼາຍໆມື້ຖ້າ ຫາກບໍ່
ແມ່ນຫຼາຍໆອາທິດ ກ່ອນຈະຮູ້ຈັກວ່າ ເອກກະສານລັບ 76,000 ໜ້າທີ່ ຖືກນຳໄປພິມເຜີຍ
ແຜ່ ທາງເວັບໄຊທ໌ WIKILEAKS ນັ້ນ ຈະມີຜົນກະທົບຕໍ່ ຊີວິດຂອງທະຫານສະຫະລັດ ແລະກຳລັງປະສົມທີ່ເປັນພາຄີນັ້ນແບບໃດ. ພວກເຈົ້າໜ້າທີ່ຮັບຮູ້ວ່າ ອາດມີຂໍ້ມູນລັບຫຼາຍ
ກວ່ານີ້ ຮົ່ວໄຫຼອອກ​ມາ​ອີກກໍໄດ້.

XS
SM
MD
LG