ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເຈ​ລະ​ຈາ ສັນ​ຕິ​ພາບ ສະ​ຫະ​ລັດ-ຕາ​ລີ​ບານ ໄດ້ໄຂ​ຂຶ້ນ​ໃນປະ​ເທດ ສະ​ຫະ​ລາດຊະອານາຈັກ ອາ​ຣັບ ເອ​ມີ​ເຣັ​ສ


ທູດ​ພິ​ເສດ ສະ​ຫະ​ລັດ ເພື່ອສັນ​ຕິ​ພາບ​ ໃນ ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ລເມ ຄາ​ລີ​ຊາດ ລົມ​ກັບ​ນັກ​ຂ່າວ​ທ້ອງ​ຖິ່ນ ຢູ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 18 ພະ​ຈິກ, 2018.
ທູດ​ພິ​ເສດ ສະ​ຫະ​ລັດ ເພື່ອສັນ​ຕິ​ພາບ​ ໃນ ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ລເມ ຄາ​ລີ​ຊາດ ລົມ​ກັບ​ນັກ​ຂ່າວ​ທ້ອງ​ຖິ່ນ ຢູ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 18 ພະ​ຈິກ, 2018.

ປາ​ກິ​ສ​ຖານ ໄດ້​ຈັດ​ “ການ​ເຈ​ລະ​ຈາ​ສັນ​ຕິ​ພາບ” ລະ​ຫວ່າງ ເຈົ້າ​ໜ້າ​ທີ່ ອາ​ເມ​ຣິ​ກັນ ກັບ
ພວກຕາລີບານ ທີ່ໄດ້ເລີ່ມຂຶ້ນ ໃນວັນຈັນມື້ນີ້ ໃນປະເທດ ສະຫະລາດ ຊະອານາຈັກ
ອາຣັບ ເອມີເຣັສ ເພື່ອຜັກດັນການຕົກລົງກັນທາງການເມືອງ ສຳລັບສົງຄາມໃນປະ
ເທດ ອັຟການິສຖານ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ປາ​ກິ​ສ​ຖານ ທ່ານ ໂມ​ຮ​າ​ມັດ ເຟ​ຊາ​ລ ໄດ້​ກ່າວ​ຢ້ຳ​ວ່າ
ລັດຖະບານ ອິສລາມາບັດ, ພ້ອມກັບປະຊາຄົມນານາຊາດ ແລະ ຄູ່ຮ່ວມງານອື່ນໆ,
ໄດ້ມີຄວາມໝາຍໝັ້ນຕໍ່ສັນຕິພາບ ແລະ ການປອງດອງກັນໃນປະເທດເພື່ອນບ້ານ ທີ່
ຖືກທຳລາຍໂດຍສົງຄາມນັ້ນ.

ທ່ານ ເຟ​ຊາ​ລ ໄດ້​ກ່າວໃນ​ຖະ​ແຫຼງ​ການ​ສັ້ນ​ສະ​ບັບ​ນຶ່ງ ບໍ່​ດົນ ​ກ່ອນ​ການ​ເຈ​ລະ​ຈາ​ໄດ້​ໄຂ​
ຂຶ້ນ ໃນນະຄອນຫຼວງ ອາບູ ດາບີ ວ່າ “ການເຈລະຈາຕ່າງໆ ແມ່ນໄດ້ຖືກຈັດຂຶ້ນ ໃນ
ປະເທດລາດຊະອານາຈັກອາຣັບເອມີເຣັສ. ພວກເຮົາຫວັງວ່າຄັ້ງນີ້ ຈະເປັນການສິ້ນ
ສຸດການນອງເລືອດໃນ ອັຟການິສຖານ ແລະ ນຳເອົາສັນຕິພາບ ມາສູ່ພາກພື້ນ.”

ທູດ​ພິ​ເສດ​ສຳ​ລັບ​ການ​ປອງດອງ ອັ​ຟ​ກາ​ນິ​ສ​ຖານ ທ່ານ ເຊ​ມາ​ລ ຄາ​ລີ​ຊາດ ແມ່ນ​ຜູ້​ນຳ​
ໜ້າກຸ່ມ ສະຫະລັດ ໃນການເຈລະຈາຕ່າງໆ, ເຈົ້າໜ້າທີ່ອາວຸໂສ ອັຟການິສຖານ ຜູ້ທີ່
ໃຫ້ຂ່າວຄວາມຄືບໜ້າ ໄດ້ຢືນຢັນຕໍ່ວີໂອເອໃນວັນອາທິດວານນີ້

ເຈົ້າ​ໜ້າ​ທີ່ຄົນ​ດັ່ງ​ກ່າວ, ເຊິ່ງ​ໄດ້​ຂໍ​ຮ້ອງບໍ່​ໃຫ້​ອອກ​ຊື່, ໄດ້​ກ່າວ​ວ່າ ອິ​ສ​ລາ​ມາ​ບັດ ໄດ້​ອຳ​
ນວຍຄວາມສະດວກໃນການເຈລະຈາ ຫຼັງຈາກປະທານາທິບໍດີ ດໍໂນລ ທ​ຣຳ ໄດ້​ຂຽນ​
ຈົດໝາຍຫາ ນາຍົກລັດຖະມົນຕີ ອິມຣານ ຄານ ໃນຕົ້ນເດືອນນີ້ ເພື່ອພະຍາຍາມທຳ
ການຮ່ວມມື ກັບທ່ານ ໃນການນຳເອົາພວກ ຕາລີບານ ມາເຂົ້າຮ່ວມໂຕະປະຊຸມ ສຳ
ລັບການເຈລະຈາສັນຕິພາບ.

​ຖະ​ແຫຼງ​ການ​ສັ້ນຂອງໂຄ​ສົກ​ພວກ​ຕາ​ລີ​ບານ ທ້າວ ຊາ​ບີ​ຮຸ​ລ​ລາ ມູ​ຈາ​ຮິດ, ​ທີ່​ໄດ້​ສົ່ງ​ໃຫ້​
ວີໂອເອ ໄດ້ຢືນຢັນການເຂົ້າຮ່ວມຂອງນັກເຈລະຈາການເມືອງຂອງພວກເຂົາ ໃນກອງ
ປະຊຸມກັບບັນດາເຈົ້າໜ້າທີ່ໃນວັນຈັນມື້ນີ້, ແຕ່ໄດ້ກ່າວວ່າ ຜູ້ແທນທັງຫຼາຍຂອງປະ
ເທດເຈົ້າພາບ, ເຊິ່ງແມ່ນ ປາກິສຖານ ແລະ ຊາອຸດີ ອາຣາເບຍ ນັ້ນ ກໍຈະເຂົ້າຮ່ວມໃນ
ການເຈລະຈາດັ່ງກ່າວເຊັ່ນກັນ.

ທຳ​ອິດ, ມັນ​ແມ່ນ​ທ່ານ ຄານ ຜູ້​ທີ່​ໄດ້​ເປີດ​ເຜີຍ​ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ​ການ​ເຈ​ລະ​ຈາ​
ຕ່າງໆ ລະຫວ່າງ ເຈົ້າໜ້າທີ່ ສະຫະລັດ ກັບ ຕາລີບານ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກ
ປາກິສຖານ ນັ້ນ ຈະຈັດຂຶ້ນໃນວັນທີ 17 ທັນວ່າມື້ນີ້, ແຕ່ແນວໃດກໍຕາມ ທ່ານບໍ່ໄດ້ເວົ້າ
ວ່າ ຈະຢູ່ໃສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG