ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍຸດທະສາດຂອງທະຫານ ສຫລ ໃນອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ລາຍງານຂ່າວໜັງສືພິມ ທີ່ມີຊື່ສຽງສະບັບນຶ່ງ ຂອງສະຫະລັດແຈ້ງວ່າ ພວກຜູ້ບັນຊາການ ຂອງກຳລັງສະຫະລັດ ຢູ່ໃນອັຟການິສຖານ ພວມຮ່າງຍຸດທະສາດໃໝ່ ທີ່ຈະປ່ອຍໃຫ້ ມີການສໍ້ລາດບັງຫຼວງ ແບບຈຳກັດໄດ້ ແຕ່ຈະປາບປາມ ການກະທຳຜິດ ຂະໜາດໃຫຍ່.

ໜັງສືພິມ Washington Post ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ອະວຸໂສ ທີ່ບໍ່ໄດ້ລະບຸຊື່ ຈາກກະຊວງປ້ອງກັນປະເທດ ສະຫະລັດ ທີ່ເຊື່ອວ່າ ໄພຂົ່ມຂູ່ທີ່ຮີບດ່ວນທີ່ສຸດ ຕໍ່ສະເຖຍລະພາບ ໃນອັຟການິສຖານ ກໍຄືການກໍ່ກະບົດ ຂອງພວກທາລີບານ ບໍ່ແມ່ນການສໍ້ລາດບັງຫຼວງ.

ໜັງສືພິມສະບັບນີ້ເວົ້າວ່າ ພວກເຈົ້າໜ້າທີ່ ໄດ້ສະລຸບວ່າ ການດຳເນີນຄວາມພະຍາຍາມ ໃນຂອບເຂດທີ່ກວ້າງຂວາງ ເພື່ອກຳຈັດ ການສໍ້ລາດບັງຫຼວງນັ້ນ ຈະພາໃຫ້ເກີດຄວາມວຸ້ນວາຍ ຊຶ່ງຈະກາຍເປັນຊ່ອງຫວ່າງ ໃນການປົກຄອງ ທີ່ພວກກະບົດທາລີບານ ສາມາດສວຍໃຊ້ໄດ້.

ໜັງສືພິມ Washington Post ລາຍງານວ່າ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສະຫະລັດຄົນນຶ່ງ ກ່າວວ່າ ການປະຕິເສດ ຕໍ່ພວກຜູ້ນຳທີ່ບໍ່ໃສສະອາດ 100% ນັ້ນ ຈະບໍ່ໄດ້ຜົນ ໃນການທີ່ຈະກຳຈັດ ໄພຂົ່ມຂູ່ຕົ້ນຕໍ ນັ້ນກໍຄື ພວກທາລີບານ.

ໜັງສືພິມ ຂອງສະຫະລັດສະບັບນີ້ເວົ້າວ່າ ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອວ່າ ທຳນຽບຂາວ ກະຊວງການຕ່າງປະເທດ ແລະຜະແນກການ ປະຕິບັດກົດໝາຍຕ່າງໆ ຂອງສະຫະລັດ ຈະມີທັດສະນະແບບດຽວກັນ ກັບພວກທະຫານຫຼືບໍ່.

XS
SM
MD
LG