ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ຈະປະກາດ ແຜນການຖອນທະຫານ ອອກຈາກອັຟການີສຖານ ໃນແລງມື້ນີ້


ທະຫານສະຫະລັດຄົນນຶ່ງກໍາລັງຄວບຄຸມເຂດທີ່ຢູ່
ໃກ້ໆກັບບ່ອນເກີດການໂຈມຕີສະລະຊີບ ໃນເມືອງ
ກັນດາຮາ ໃນພາກໃຕ້ຂອງອັຟການີສຖານ,
ວັນທີ 22 ມິຖຸນາ 2011
ທະຫານສະຫະລັດຄົນນຶ່ງກໍາລັງຄວບຄຸມເຂດທີ່ຢູ່ ໃກ້ໆກັບບ່ອນເກີດການໂຈມຕີສະລະຊີບ ໃນເມືອງ ກັນດາຮາ ໃນພາກໃຕ້ຂອງອັຟການີສຖານ, ວັນທີ 22 ມິຖຸນາ 2011

ປະທານ​າທິບໍດີ ບາຣັກ​ໂອ​ບາ​ມາ​ກໍານົດ​ຈະ​ປະກາດ​ແຜນການ​ຖອນ​ທະຫານ​ຂັ້ນ​ຕົ້ນ​ອອກ​ຈາກ​ອັຟກາ​ນີສຖານ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງອາດຈະມີທະຫານ​ສະຫະລັດ​ຈໍານວນ​ຫລາຍ​ເຖິງ 10 ພັນ​ຄົນຖອນ​ອອກ​ຈາກ​ອັຟກາ​ນີສຖານ​ພາຍ​ໃນ​ທ້າຍ​ປີ​ນີ້.

ໄດ້​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ທີ່ກ່າວວ່າ ທ່ານໂອ​ບາ​ມາ​ຈະສັ່ງ
ໃຫ້ຖອນ​ກໍາລັງ​ຂອງ​ສະຫະລັດ​ຂັ້ນ​ຕົ້ນ​ຫລື​ຊຸດ​ທໍາ​ອິດ ​ຈໍານວນ 5 ພັນ​ຄົນ ​ແລະ​ຊຸດ​ທີ​ສອງ
ຕື່ມ​ອີກ 5 ພັນ​ຄົນ​ພາຍ​ໃນ​ທ້າຍ​ປີ 2011 ນີ້.

ແຕ່​ທ່ານ Jay Carney ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ເຕືອນ​ກ່ຽວກັບການ​ວິພາກ​ວິຈານ​ຂອງ​ສື່​ມວນ​ຊົນ​ໃນ​ວັນ​ອັງຄານ​ວານ​ນີ້​ໂດຍ​ກ່າວ​ວ່າ ປະທານາທິບໍດີ​ຈະ​ໃຫ້​ຄໍາ​ຊີ້​ແຈງ​ກ່ຽວ​ກັບ​ວິທີ​ ທີ່ທ່ານ​ຈະ​ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ທີ່​ທ່ານ​ໄດ້​ປະກາດ​ໃຫ້​ຊາບ​ໃນ​ເດືອນ​ທັນວາ​ປີ 2009 ນັ້ນ ກ່ຽວ​ກັບ​ການຖອນ​ທະຫານ​ອະ​ເມ​ຣິ​ກັນ​ອອກ​ນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້​ປະກາດ​ໃຫ້​ຮູ້ ​ກ່ຽວ​ກັບ​ການ​ລິ​ເລີ້ມ​ຖອນ​ທະຫານ​ອອກ​ໃນ​ເດືອນ​ກໍລະກົດ​ນີ້
ເມື່ອ​ເດືອນ​ທັນວາ​ປີ 2009 ​ເວລາ​ທ່ານ​ສະ​ເໜີ​ຍຸດທະສາດທົ່ວ​ໄປ​ຂອງ​ທ່ານ​ສໍາລັບ​ອັຟກາ​ນີສ
ຖານ​ທີ່​ໂຮງຮຽນນາຍຮ້ອຍທະຫານ​ບົກ​ຂອງ​ສະຫະລັດ​ທີ່ West Point ລັດ​ນີວຢອກ​ນັ້ນ.

ໃນ​ຄໍາ​ປາ​ໄສ​ຂອງ​ທ່ານທີ່​ທໍານຽບຂາວໃນ​ແລງ​ວັນ​ພຸດ​ມື້​ນີ້​ ຄາດ​ເຊ່ນ​ກັນວ່າ​ປະທານາທິບໍດີ​ໂອ​ບາ​ມາ​ຈະ​ຢືນຢັນ​ອີກ​ຄັ້ງ​ໃໝ່​ເຖິງ​ຄວາມ​ໝັ້ນ​ໝາຍຂອງ​ສະຫະລັດ​ແລະ​ກຸ່ມ​ເນ​ໂຕ້​ທີ່​ຈະ​ມອບ
ຄວາມ​ຮັບຜິດຊອບ​ດ້ານ​ຄວາມ​ປອດ​ໄພ​ຢ່າງ​ຮອບດ້ານ​ໃຫ້​ທະຫານ​ອັຟກາ​ນີສຖານ​ພາຍ​ໃນ​ປີ 2014ນັ້ນ. ປັດຈຸບັນ​ນີ້ ສະຫະລັດ​ມີ​ທະຫານ​ປະມານ 1 ​ແສນ​ຄົນ​ປະ​ຈໍາ​ການຢູ່​ໃນ​ອັຟກາ​ນີສຖານ.

ທ່ານ Robert Gates ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ປະທານາທິບໍດີ​ຈະ​ຕ້ອງ​ຄໍາ​ນຶງ​ເຖິງ​ການໄດ້ ຮັບຄວາມສະໜັບສະໜຸນພາຍ​ໃນ​ປະ​ເທດທັງ
ຢູ່​ໃນ​ລັດຖະສະພາ​ແລະ​ໃນ​ໝູ່​ປະຊາຊົນ​ອະ​ເມ​ລິ​ກັນ ຕະຫລອດ​ທັງ​ສະພາບ​ການ​ທາງ​ພາກພື້ນ
ດິນ​ໃນ​ອັຟກາ​ນີສຖານນັ້ນ​ນໍາ.

XS
SM
MD
LG