ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Gates ຢ້ຽມຢາມ ອັຟການິສຖານ


ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຈັບມືກັບ
ປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານທີ່ກຸງຄາບູລ.
ວັນທີ 7 ທັນວາ 2010.
ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຈັບມືກັບ ປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານທີ່ກຸງຄາບູລ. ວັນທີ 7 ທັນວາ 2010.

ທ່ານ​ Robert Gates ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ສະ​ຫະລັດ​ໄດ້​ທໍາ​ການ​ຢ້ຽມຢາມ​ອັຟກາ​ນິສຖານ​ໂດຍບໍ່​ໄດ້​
ປະກາດ​ໃຫ້​ຮູ້ລ່ວງ​ໜ້າ ​ເພື່ອ​ພົບ​ປະ​ກັບ​ພວກຜູ້​ບັນຊາ​ການ
ທະຫານ​ສະຫະລັດ​ແລະ​ປະທານາທິບໍດີ Hamid Karzai ແຫ່ງອັຟກາສຖານ​ນັ້ນ.

ທ່ານ Gates ​ເດີນທາງ​ໄປ​ຮອດ​ອັຟກາ​ນິສຖານ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່ທໍານຽບຂາວ​ກະກຽມ​ຈະ​ເປີດ​ເຜີຍ​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບສົງຄາມ​ໃນ​ອັຟກາ​ນິສຖານ​ໃຫ້​ປະຊາ​ຊົນ​ຮູ້ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ເວລາ​ອີກ​ບໍ່ເທົ່າ​ໃດ​ມື້​.

ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຂຶ້ນ​ ນຶ່ງ​ມື້​ຫລັງ​ຈາກ​ຜູ້​ບັນຊາ​ການ​ກອງທັບ​ສະຫະລັດ​ແລະ​ກໍາລັງ​ເນ​ໂຕ​ໃນ​ອັຟກາ​ນິສຖານ ​ນາຍ​ພົນ David Petraeus ກ່າວ​ວ່າ ທ່ານ​ບໍ່​ສາມາດ​ເວົ້າ​ໄດ້​ຢ່າງ​ຄັກ​ແນ່​ວ່າ ກອງທັບ​ອັຟກາ​ນິສຖານ​ຈະ​ຕຽມ​ພ້ອມ​ທີ່​ຈະຮັບ​ເອົາ​ພາລະກິດ​ດ້ານ​ຄວາມ​ປອດ​ໄພ​ຈາກ​ກໍາລັງ​ກຸ່ມ​ເນ​ໂຕ​ໄດ້​ຫລື​ບໍ່ ພາຍ​ໃນ​ກໍາ​ນົດ​ເວລາ​ທີ່​ຕັ້ງ​ໄວ້ ​ຄື ​ປີ 2014 ນັ້ນ.

ໃນ​ວັນ​ຈັນ​ວານ​ນີ້ ນາຍ​ພົນ Petraeus ​ໄດ້ກ່າວ​ໃນ​ການ​ໃຫ້​ສໍາພາດ​ກັບ​ອົງການ ​ຂ່າວ ABC ວ່າ ທ່ານ​ມີ​ກໍາລັງ​ໃຈ​ນໍາ​ຄວາມ​ກ້າວໜ້າ​ໃນ​ອັຟກາ​ນິສຖານ ນັບແຕ່​ ສະຫະລັດ​ໄດ້​ສົ່ງ​ກໍາລັງ​ໄປ​ເສີມ​ຕື່ມ​ອີກ 30 ພັນ​ຄົນໃນ​ປີ​ແລ້ວ​ນີ້. ​ແຕ່​ທ່ານ​ກ່າວ​ ຕື່ມ​ວ່າ ບໍ່​ມີ​ຜູ້​ບັນຊາ​ການ​ຄົນ​ໃດ​ດອກ ທີ່ຈະ​ກ່າວ​ອອກ​ມາ​ໄດ້​ວ່າ ຂ້າພະ​ເຈົ້າ​ມີ​ຄວາມ​ໜັ້ນ​ໃຈ​ວ່າ ​ພວກ​ເຮົາ​ສາມາດ​ເຮັດໃນ​ສິ່ງນິ້ີ້​ໄດ້.

XS
SM
MD
LG