ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຢືນຢັນ ເຖິງຄວາມຈຳເປັນ ໃນການຕໍ່ຕ້ານການກໍ່ການຮ້າຍ ແລະການຊ່ວຍເຫຼືອດ້ານມະນຸດສະທຳ ໃນອັຟການິສຖານ


ປະທານາທິບໍດີ ໂຈ ໄບເດັນ ປົດໜ້າກາກອອກ ກຳລັງຢ່າງຂຶ້ນເຮືອບິນເຮລິຄອບເຕີ້ ມາຮີນວັນ (Marine One) ວັນທີ 5 ຕຸລາ 2021,
ປະທານາທິບໍດີ ໂຈ ໄບເດັນ ປົດໜ້າກາກອອກ ກຳລັງຢ່າງຂຶ້ນເຮືອບິນເຮລິຄອບເຕີ້ ມາຮີນວັນ (Marine One) ວັນທີ 5 ຕຸລາ 2021,

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະຊຸມ ຜ່ານທາງອອນລາຍນ໌ ກັບບັນດາ
ຜູ້ນຳປະເທດທີ່ຮັ່ງມີທີ່ສຸດຂອງໂລກ ເພື່ອຜັກດັນກ່ຽວກັບບູລິມະສິດທີ່ ສຳຄັນສຸດຢູ່ໃນອັຟ
ການິສຖານ ອີງຕາມຄຳຖະແຫຼງຂອງທຳນຽບຂາວທີ່ໄດ້ກ່າວ ໃນວັນອັງຄານວານນີ້ ໃນຂະ
ນະທີ່ປະເທດທຸກຈົນດັງກ່າວ ພວມປະເຊີນໜ້າກັບ ວິກິດການດ້ານມະນຸດສະທຳ ຫຼັງຈາກ
ສະຫະລັດໄດ້ຖອນກຳລັງອອກ ແລະໃນທີ່ ສຸດກຸ່ມຕາລິບານກໍໄດ້ເຂົ້າກຳອຳນາດ.

ໂຄສົກທຳນຽບຂາວ ທ່ານນາງເຈນ ຊາກິ ກ່າວເຖິງການປະຊຸມທາງອອນລາຍນ໌ກັບບັນດາ
ຜູ້ນຳຂອງກຸ່ມ G-20 ໃນວັນອັງຄານວານນີ້ວ່າ “ເປັນໂອກາດ ແລະໂອກາດທີ່ສ້າງສັນເພື່ອ
ສົນທະນາຫາລື ກ່ຽວກັບ ການຕໍ່ຕ້ານການກໍ່ການຮ້າຍ ແລະຄວາມພະຍາຍາມເພື່ອ
ສະໜອງການເຫຼືອດ້ານມະນຸດສະທຳຂອງສາກົນ.

ນີ້ເປັນກອງປະຊຸມເທືຶ່ອທຳອິດຂອງບັນດາຜູ້ນຳສາກົນ ນັບແຕ່ສະຫະລັດໄດ້ຖອນ ກຳລັງ
ອອກ ໃນທ້າຍເດືອນສິງຫາ. ນອກນັ້ນ ໃນຮອບອາທິດທີ່ຜ່ານມາ ບັນດາ ເຈົ້າໜ້າທີ່ລະດັບ
ສູງຂອງສະຫະລັດ ກໍໄດ້ເດີນທາງ ໄປນະຄອນໂດຮາ ປະເທດກາຕ້າ ເພື່ອເຂົ້າຮ່ວມການ
ເຈລະຈາ ແບບເຊິ່ງໜ້າຮອບທຳອິດ ກັບອຳນາດການປົກຄອງໃໝ່ ຂອງກຸ່ມຕາລິບານ. ບໍ່
ມີຝ່າຍໃດກ່າວວ່າ ໄດ້ມີການບັນລຸຂໍ້ຕົກລົງ ໃດໆ ເຖິງແມ່ນວ່າສະຫະລັດຍັງສືບຕໍ່ລະເວັ້ນ
ຈາກການຮັບຮູ້ຢ່າງເປັນທາງການເຖິງຄວາມຖືກຕ້ອງຊອບທຳຂອງກຸ່ມຕາລິບານວ່າ ເປັນ
ລັດຖະບານຂອງອັຟກາ ນິສຖານ.

ຢູ່ໃນຖະແຫຼງການຫຼັງຈາກກອງປະຊຸມໃນວັນອັງຄານວານນີ້ ທຳນຽບຂາວກ່າວວ່າ ສະຫະ
ລັດ “ຍັງມີຄວາມໝັ້ນໝາຍທີ່ຈະເຮັດວຽກຢ່າງໃກ້ຊິດກັບປະຊາຄົມສາກົນ ແລະໃຊ້ການ
ທູດດ້ານມະສຸດສະທຳ ແລະເສດຖະກິດ ເພື່ອແກ້ໄຂສະ ຖານະການໃນອັຟການິສຖານ
ແລະສະໜັບສະໜູນປະຊາຊົນອັຟການິສຖານ.”

ສະຫະລັດບໍ່ໄດ້ປະກາດການໃຫ້ທຶນໃໝ່ໃດໆແກ່ອັຟການິສຖານໃນວັນອັງຄານວານນີ້ ຫຼື
ໃຫ້ລາຍລະອຽດທີ່ໜັກແໜ້ນໃດໆເພື່ອໃຫ້ບັນລຸຄວາມໝັ້ນໝາຍເຫຼົ່ານັ້ນ. ແຕ່ທ່ານນາງ
ຊາກິ ໄດ້ເນັ້ນໜັກວ່າ ສະຫະລັດພຽງປະເທດດຽວໄດ້ເປັນຜູ້ ບໍລິຈາກດ້ານມະນຸດສະທຳທີ່
ໃຫຍ່ສຸດຢູ່ແລ້ວໃຫ້ແກ່ອັຟການິສຖານ ໄດ້ໃຫ້ການ ຊ່ວຍເຫຼືອຫຼາຍກວ່າ 330 ລ້ານໂດລາ
ໃນປີນີ້.

ທ່ານນາງກ່າວວ່າ “ແລະພວກເຮົາຈະສືບຕໍ່ ດຳເນີນບາດກ້າວເພື່ອຫລຸດຜ່ອນ ຄວາມຍາກ
ລຳບາກຂອງປະຊາຊົນອັຟການິສຖານ ແລະຮຽກຮ້ອງໃຫ້ບັນດາຜູ້ ບໍລິຈາກອື່ນໆ ຈັດສົ່ງ
ການຊ່ວຍເຫຼືອທີ່ມີຄວາມຫຼໍ່ແຫຼມສຳຄັນເພີ້ມຂຶ້ນນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG