ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ຢາກໂດດດ່ຽວອີຣ່ານ ຊຶ່ງທ່ານ ທຣຳ ກ່າວວ່າ ຈະ​ລົງ​ໂທດ​ໜັກຕື່ມ​ຂຶ້ນ


​ຫົວ​ໜ້າ​ບໍ​ລິ​ຫານ ມຸນນິທິ​ປົກປັກຮັກສາປະ​ຊາ​ທິ​ປະ​ໄຕ ທ່ານ​ມາ​ຣ​ກ໌ ດູ​ໂບ​ວິ​ຕ​ສ໌ ກ່າວ​ຕໍ່ ວີ​ໂອ​ເອ ວັນ​ທີ 6 ພະ​ຈິກ 2018.
​ຫົວ​ໜ້າ​ບໍ​ລິ​ຫານ ມຸນນິທິ​ປົກປັກຮັກສາປະ​ຊາ​ທິ​ປະ​ໄຕ ທ່ານ​ມາ​ຣ​ກ໌ ດູ​ໂບ​ວິ​ຕ​ສ໌ ກ່າວ​ຕໍ່ ວີ​ໂອ​ເອ ວັນ​ທີ 6 ພະ​ຈິກ 2018.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນນະໂຍ​ບາຍ​ສະ​ຫະ​ລັດ ​ທີ່ໜູນ​ຫຼັງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ​
ດໍ​ໂນ​ລ ທ​ຣຳ ທີ່​ກັບ​ຄືນ​ໄປ​ລົງ​ໂທດດ້ານ​ພະ​ລັງ​ງານ​ ແລະ​ຂະ​ແໜງ​ການທະ​ນາ​ຄານ
ຂອງອີ​ຣ່ານ ກ່າວ​ວ່າ ມີ​ຫຼາຍ​ທິດ​ທາງ​ ທີ່​ສະ​ຫະ​ລັດອາດ​ຈະ​ລົງ​ໂທດ ໜັກ​ຂື້ນກວ່າ​ເກົ່າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້ກັບມາລົງ​ໂທດອີ່​ຣ່ານດ້ານ​ພະ​ລັງ​ງານ ແລະ​ຂະ​ແໜງ
​ທະ​ນາ​ຄານຕ່າງໆ​ຄືນໃໝ່ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຊຶ່ງແຕ່ກ່ອນໄດ້​ຖືກຍົກເລີກໄປພາຍ​
ໃຕ້​ຂໍ້​ຕົກ​ລົງ​ນິວເຄ​ລຍ​ອີ​ຣ່ານ​ປີ 2015 ກັບ​ລັດ​ຖະ​ບານ​ຊຸດ​

ກ່ອນ​ຂອງປະ​ທາ​ນາ​ທິ​ບໍ​ດີໂອ​ບາ​ມາ ແລະ​ອີກ​ຫ້າ​ປະ​ເທດ​ມະ​ຫາ​ອຳ​ນາດ. ໃນການກ່າວ
​ຕໍ່​ລະ​ບົບ​ໂທ​ລະ​ພາບ​ສະ​ຫະ​ລັດ ​ລາຍ​ກາ​ນ​ທຸ​ລະ​ກິດຟ້ອກ​ສ໌ ໃນ​ວັນ​ດຽວ​ກັນນັ້ນ ທີ່​ປຶກ
​ສາດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ບອ​ລ​ຕັນ ເວົ້າ​ວ່າ ມີ​ການ​ລົງ​ໂທດ​ເພີ້​ມ​ຂຶ້ນ​
ທີ່​ຈະ​ຕິດ​ຕາມ​ມາ. ທ່ານບອລ​ຕັນ ກ່າວ​ວ່າ “ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ກ່າວ​ເຖິງ​ລະ​ດັບ​ການ​
ລົງ​ໂທດ​ທີ່​ມີ​ຢູ່​ແລ້ວ​ ພາຍໃຕ້​ລັດ​ຖະ​ບານ​ໂອ​ບາ​ມາ​ໃນ​ປີ 2015.

ທ່ານ​ຈອນ ບອ​ລ​ຕັນ ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ.
ທ່ານ​ຈອນ ບອ​ລ​ຕັນ ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ​ຕົນ​ຈະ​ໃຊ້​ການ​ລົງ​ໂທດ​ເພື່ອ​ພະ​ຍາ​ຍາມ​
ກົດ​ດັນ​ອີ​ຣ່ານ​ໃຫ້ເຂົ້າ​ສູ່​ການ​ເຈ​ລະ​ຈາໃນ​ຂໍ້​ຕົກ​ລົງ​ໃໝ່ ທີ່​ຈະ​ສິ້​ນ​ສຸ​ດ​ຢາງຖາ​ວອນ
ອັນ​ທີ່​ສະ​ຫະ​ລັດ​ເຫັນ​ວ່າ​ ຄວາມ​ກະ​ຕື​ລື​ລົ້ນຢາກມີອາ​ວຸດ​ນິວ​ຄ​ເລຍຂອງ​ອີ​ຣ່ານ ແລະ​
ກິດ​ຈະ​ການ​ອັນ​ຕະ​ລາຍ​ອື່ນໆ. ອີ​ຣ່ານໄດ້​ປະ​ຕິ​ເສດ ​ວ່າຕົນບໍ່ໄດ້ສະແຫວງ​ຫາ​ອາ​ວຸດ​
ນິວ​ຄເ​ລຍໃດໆ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ລ໌ ພອມ​ພຽວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 23 ພະ​ຈິກ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ລ໌ ພອມ​ພຽວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 23 ພະ​ຈິກ 2018.

ໃນ​ການ​ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ເປີ​ເຊຍ​ໃນ​ວັນ​ອັງ​ຄານວາ​ນນີ້ໃນ​ວໍ​ຊິງ​
ຕັນ ​ຫົວ​ໜ້າ​ບໍ​ລິ​ຫານ ພື້ນ​ຖານ​ການ​ປ້ອງ​ກັນປະ​ຊາ​ທິ​ປະ​ໄຕ ທ່ານ​ມາ​ຣ​ກ໌ ດູ​ໂບ​ວິ​ຕ​ສ໌
ກ່າວ​ວ່າ ​ເພິ່ນເຊື່ອ​ວ່າ​ຮອບ​ຕໍ່​ໄປ​ ຂອງ​ການ​ລົງ​ໂທດ​ຂອງສະ​ຫະ​ລັດ ຈະ​ແນ​ເປົ້າ​ໝາຍ​
ໃສ່ໜ່ວຍ​ພິທັກປະຕິ​ວັດ​ອີ່​ຣ່ານ ​ຫຼື IRGC ແລະ​ບົດ​ບາດ ​ການ​ຄອບ​ງຳ​ຢູ່​ໃນ​ເສດ​ຖະ​
ກິດ​ອີ່​ຣ່ານ. ທ່ານ​ກ່າວ​ວ່າ “ເຂົາ​ເຈົ້າ​ຈະ​ຕາມ​ຫາ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ທີ່​ຄ້າ​ຂາຍ​ກັບ
​ຕະ​ຫຼາດ​ຮຸ້ນແລກ​ປ່ຽນ​ອີ່​ຣ່ານ ແລະ​ຄວບ​ຄຸມ​ໂດຍ IRGC ຫຼື​ກຳ​ລັງ​ຕິດ​ອາ​ວຸດ. ເຂົາ
​ເຈົ້າ​ຍັງ​ຈະ​ຕິດ​ຕາມ​ໄປ​ຫາ​ບັນ​ດາ​ບໍ​ລິ​ສັດ​ໃຫຍ່ໆ​ຂອງ​ຜູ້​ນຳ​ສູງ​ສຸດ ອີ່​ຣ່ານ (ອາ​ຢາ​
ໂຕ​ລ​ລາ ອາ​ລີ ຄາ​ເມ​ນີ).” ທ່ານ​ດູ​ໂບ​ວິ​ສ ເປັນ​ທີ່​ປຶກ​ສາ​ໃຫ້​ລັດ​ຖະ​ບານ​ປະ​ທາ​ນາ​
ທິ​ບໍ​ດີ​ທ​ຣຳ ກ່ຽວ​ກັບ​ອີ່​ຣ່ານ.

ອ່ານ​ຂ່າວ​ນີ້​ເພ​ີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG