ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຍອມຮັບວ່າ ອັຟການິສຖານ 'ບໍ່ໄດ້ໄປຕາມທິດທາງທີ່ຖືກຕ້ອງ'


ນັກລົບກຸ່ມຕາລີບານຢືນຍາມຢູ່ເມືອງ Kunduz ທາງພາກເໜືອຂອງອັຟການິສຖານ ພາບຖ່າຍໃນວັນທີ 9 ສິງຫາ, 2021
ນັກລົບກຸ່ມຕາລີບານຢືນຍາມຢູ່ເມືອງ Kunduz ທາງພາກເໜືອຂອງອັຟການິສຖານ ພາບຖ່າຍໃນວັນທີ 9 ສິງຫາ, 2021

ການປະສົມປະສານລະຫວ່າງຄວາມສາມາດດ້ານການທະຫານ ທີ່ເຫັນຢູ່ຂອງສະຫະລັດແລະກອງກຳລັງຮັກສາຄວາມປອດໄພອັຟການິສຖານເບິ່ງຄືວ່າຈະບໍ່ສາມາດສູ້ກັບນັກລົບຂອງກຸ່ມຕາລີບານໃນອັຟການິສຖານຜູ້ທີ່ສືບຕໍ່ເອົາຊະນະກອງທັບລັດຖະບານທີ່ມີອຸປະກອນດີກວ່າແລະມີຈຳນວນພົນຫຼາຍກວ່ານັ້ນ ໃນຄວາມພະຍາຍາມທີ່ຈະຄວບຄຸມປະເທດ ທີ່ຖືກສົງຄາມທໍາລາຍແຫ່ງນັ້ນ.

ບັນດາເຈົ້າໜ້າທີ່ສະຫະລັດໃນວັນຈັນວານນີ້ ເອີ້ນສະຖານະການຢູ່ໃນພາກພື້ນດິນຂອງອັຟການິສຖານວ່າ “ໜ້າວິຕົກຢ່າງເລິກເຊິ່ງ” ໂດຍຊີ້ໃຫ້ເຫັນວ່າ ພວກຕາລີບານເຂົ້າຍຶດເອົາເມືອງຫຼວງຂອງ 5 ແຂວງໃນຮອບ 72 ຊົ່ວໂມງ, ເຊິ່ງເປັນສິ່ງທີ່ສັງເກດເຫັນໄດ້ ຢູ່ໃນລະດັບສູງສຸດຂອງທຳນຽບຫ້າແຈ.

ທ່ານຈອນ ເຄີບີ (John Kirby) ໂຄສົກປະຈໍາກະຊວງປ້ອງກັນປະເທດສະຫະລັດໄດ້ກ່າວ ຕໍ່ບັນດານັກຂ່າວວ່າ “ເປັນທີ່ຈະແຈ້ງເລີຍວ່າ ອັຟການິສຖານບໍ່ໄດ້ໄປໃນທິດທາງທີ່ຖືກຕ້ອງ”, ໂດຍເວົ້າອີກວ່າ ລັດຖະມົນຕີປ້ອງກັນປະເທດສະຫະລັດ, ທ່ານລອຍ ອອສຕິນ (Lloyd Austin) “ແມ່ນມີຄວາມເປັນຫ່ວງຄືກັນກັບປະຊາຄົມສາກົນ.”

ທ່ານເຄີບີກ່າວຕໍ່ໄປວ່າ "ທ່ານລັດຖະມົນຕີຍັງສືບຕໍ່ເຊື່ອວ່າ ກອງກຳລັງທະຫານອັຟການິສຖານມີຄວາມສາມາດ, ເຂົາເຈົ້າມີຄວາມສາມາດທີ່ຈະສ້າງຄວາມແຕກຕ່າງອັນໃຫຍ່ຫຼວງຢູ່ໃນສະໜາມລົບ."

ແຕ່ມາຮອດປັດຈຸບັນຄວາມເຊື່ອດັ່ງກ່າວໄດ້ປະສົບຄວາມລົ້ມແຫຼວໃນການສະກັດກັ້ນການບຸກໂຈມຕີຂອງກຸ່ມຕາລີບານ ທີ່ເຫັນວ່ານັກລົບຂອງຕົນ ຕີກຳລັງຮັກສາຄວາມປອດໄພອັຟການິສຖານ ໃຫ້ຖອຍໄປ ໂດຍເພີ້ມຄວາມເຂັ້ມແຂງ ຂຶ້ນໄປເລື້ອຍໆ.

ເຈົ້າໜ້າທີ່ສະຫະລັດຄົນນຶ່ງ ກ່າວຕໍ່ວີໂອເອ ໂດຍບໍ່ປະສົງບອກນາມວ່າ "ບ່ອນທີ່ພວກເຂົາໄດ້ມາ ແມ່ນເຮັດໃຫ້ເຂົາສາມາດຍຶດອຸປະກອນ ແລະປ່ອຍນັກໂທດໃຫ້ເປັນອິດສະຫລະ, ເຊິ່ງມີຜົນເຮັດໃຫ້ກໍາລັງທາງທະຫານຂອງພວກເຂົາເຂັ້ມແຂງ ຂຶ້ນໄປເລື້ອຍໆ."

ສະຫະລັດໄດ້ພະຍາຍາມຫຼາຍຄັ້ງເພື່ອເສີມຄວາມແຂງແກ່ນໃຫ້ແກ່ກໍາລັງຮັກສາ ຄວາມໝັ້ນຄົງຂອງອັຟການິສຖານ ໃນເບື້ອງຕົ້ນ ໂດຍການນຳໃຊ້ການໂຈມຕີທາງອາກາດເພື່ອແນເປົ້າໝາຍໃສ່ອຸປະກອນແລະພາຫະນະທີ່ຖືກລັກໄປ ແລະເພີ່ມການຜັກດັນໃຫ້ນັກລົບຂອງກຸ່ມຕາລີບານໃຫ້ຖອຍໄປດ້ວຍໂຕເຂົາເຈົ້າເອງ.

ໃນອາທິດທີ່ຜ່ານມານີ້, ອີງຕາມເຈົ້າໜ້າທີ່ສະຫະລັດແລ້ວ ການໂຈມຕີທາງອາ ກາດໄດ້ສຸມໃສ່ໂຈມຕີກອງກຳລັງຂອງກຸ່ມຕາລີບານທີ່ບຸກຄືບໜ້າເຂົ້າໄປໃນຕົວເມືອງສຳຄັນເຊັ່ນ ການດາຮາ (Kandahar), ເຮຣາດ (Herat) ແລະ ແລສຄາກາ (Lashkar Gah), ບ່ອນທີ່ພວກເຂົາເຈົ້າ ໄດ້ປະຕິບັດຮ່ວມກັບກອງກຳ ລັງພິເສດຂອງອັຟການິສຖານ ໃນການສູ້ຮົບຢ່າງດຸເດືອດນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG