ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມີກໍລະນີ ຕິດເຊື້ອໃໝ່ 60,000 ກໍລະນີ ໃນຂະນະທີ່ ຫົວໜ້າບໍລິການສາທາລະນະສຸກ ຮຽກຮ້ອງໃຫ້ໃສ່ໜ້າກາກ


ຫົວໜ້າບໍລິການສາທາລະນະສຸກສະຫະລັດ ທ່ານເຈີໂຣມ
ອາດຳສ໌ ຮຽກຮ້ອງໃຫ້ໃສ່ໜ້າກາກປ້ອງກັນໄວຣັສໂຄໂຮນາ.
ຫົວໜ້າບໍລິການສາທາລະນະສຸກສະຫະລັດ ທ່ານເຈີໂຣມ ອາດຳສ໌ ຮຽກຮ້ອງໃຫ້ໃສ່ໜ້າກາກປ້ອງກັນໄວຣັສໂຄໂຮນາ.

ອິນເດຍ ໄດ້ສ້າງສະຖິຕິໃໝ່ ສຳລັບກໍລະນີການຕິດໄວຣັສໂຄໂຣນາພາຍໃນວັນດຽວ
ຂອງເຂົາເຈົ້າ, ໃນຂະນະທີ່ ສະຫະລັດ ໄດ້ສືບຕໍ່ມີການຕິດໂຣກເພີ່ມຂຶ້ນ ແລະ ເມັກຊິໂກ
ໄດ້ແຊງກາຍປະເທດ ອິຕາລີ ໃນແງ່ຂອງການເສຍຊີວິດຈາກ ໂຄວິດ-19.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ອິນເດຍ ໄດ້ກ່າວໃນວັນຈັນມື້ນີ້ວ່າ ມັນມີກໍລະ ນີທີ່ໄດ້
ຮັບການຢືນຢັນໃໝ່ 28,701 ກໍລະນີໃນ 24 ຊົ່ວໂມງທີ່ຜ່ານມາ. ປະເທດ ດັ່ງກ່າວຕາມຫຼັງພຽງ ສະຫະລັດ ແລະ ບຣາຊິລ ໃນຈຳນວນກໍລະນີ ທັງໝົດ ນັບຕັ້ງແຕ່ການລະບາດໄດ້ເລີ່ມ
ຂຶ້ນເມື່ອປີກາຍນີ້ ແລະ ບັນດາເຈົ້າໜ້າ ທີ່ໃນຫຼາຍລັດ ແມ່ນໄດ້ກຳນົດຂໍ້ຫ້າມ ກ່ຽວກັບການ
ກັກບໍລິເວນຄືນ ເພື່ອພະຍາ ຍາມທີ່ຈະຫຼຸດ ຜ່ອນການລະບາດຂອງໄວຣັສ.

ກະຊວງສາທາລະນະສຸກຂອງ ເມັກຊິໂກ ໄດ້ປະກາດໃນວັນອາທິດວານນີ້ວ່າ ຈຳນວນຜູ້
ເສຍຊີວິດສູງສຸດຂອງປະເທດດັ່ງກ່າວໄດ້ເພີ່ມຂຶ້ນເປັນ 35,006 ຄົນ, ເຊິ່ງສູງທີ່ສຸດເປັນ
ອັນດັບສີ່ຂອງໂລກ, ແລະ ເຂົາເຈົ້າໄດ້ເຕືອນປະຊາຊົນ ກ່ຽວ ກັບ ຄວາມຈຳເປັນທີ່ຈະ
ປະຕິບັດການຢູ່ຫ່າງກັນໃນສັງຄົມ, ໃສ່ໜ້າກາກ ແລະ ລ້າງມື ຂອງເຂົາເຈົ້າ.

ປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣສ ມານູແອລ ໂອບຣາດໍ ໄດ້ກ່າວວ່າ ການລະ
ບາດແມ່ນ “ກຳລັງຫຼຸດລົງໃນ ເມັກຊິໂກ ແລະ ວ່າຕົວເລກຂອງກໍ ລະນີໄດ້ເພີ່ມຂຶ້ນໃນປະ
ມານນຶ່ງສ່ວນສີ່ຂອງບັນດາລັດໃນປະເທດ. ທ່ານໄດ້ອ້າງ ເຖິງຄວາມຈຳເປັນສຳລັບປະຊາ
ຊົນທີ່ຈະປົກປ້ອງຕົນເອງ, ແຕ່ກໍຈະເຮັດໃຫ້ເສດ ຖະກິດເຄື່ອນໄຫວຢູ່ຄືເກົ່າເຊັ່ນກັນ.

ສະຫະລັດ ມີກໍລະນີໃໝ່ທີ່ໄດ້ຮັບການຢືນຢັນຫຼາຍກວ່າ 60,000 ກໍລະນີອີກຄັ້ງນຶ່ງໃນວັນ
ອາທິດວານນີ້ ໃນຂະນະທີ່ກໍລະນີຕ່າງໆໄດ້ເພີ່ມຂຶ້ນໃນຫຼາຍລັດ ລວມ ທັງລັດ ຟລໍຣິດາ,
ເທັກຊັສ, ຫຼຸຍເຊຍນາ ແລະ ອາຣິໂຊນາ.

ລັດຟລໍຣິດາ ໄດ້ລາຍງານການເພີ່ມຂຶ້ນພາຍໃນ 24 ຊົ່ວໂມງ 15,299 ກໍລະນີ ໃນວັນອາ
ທິດວານນີ້, ທຳລາຍສະຖິຕິທີ່ສູງທີ່ສຸດໃນມື້ດຽວຂອງຄັ້ງທີ່ຜ່ານມາ ສຳລັບລັດນຶ່ງໃນ
ສະຫະລັດ ດ້ວຍຕົວເລກຫຼາຍກວ່າ 3,500 ກໍລະນີ.

ເຈົ້າໜ້າທີ່ສາທາລະນະສຸກລະດັບສູງຂອງ ສະຫະລັດ ແມ່ນກຳລັງຮຽກຮ້ອງທຸກຄົນໃຫ້ໃສ່
ໜ້າກາກ ເວລາທີ່ອອກໄປຢູ່ໃນສາທາລະນະ ເພື່ອປ້ອງກັນການລະ ບາດຂອງໂຄວິດ-19,
ແຕ່ທ່ານໄດ້ຢຸດທີ່ຈະເວົ້າວ່າ ມັນຕ້ອງໄດ້ເປັນຂໍ້ບັງຄັບທົ່ວ ປະເທດ.

ນຶ່ງວັນຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ຖືກເຫັນໃສ່ໜ້າກາກເປັນເທື່ອ ທຳອິດໃນສາທາລະນະນັ້ນ, ຫົວໜ້າເຈົ້າໜ້າທີ່ກການແພດຂອງກອງທັບ ສະຫະລັດ ທ່ານເຈີໂຮມ
ດາດຳສ໌

ໄດ້ກ່າວໃນລາຍງານ Face the Nation ຂອງໂທບະພາບ CBS ໃນວັນອາທິດວານນີ້
ວ່າປະຊາຊົນຕ້ອງຖືກສັ່ງສອນກ່ຽວກັບວ່າ ເປັນຫຍັງມັນຈຶ່ງສຳຄັນທີ່ຖືກປົກປິດໜ້າຂອງ
ເຂົາເຈົ້າແທ່ນທີ່ຈະໃຊ້ວິທີ "ພະເດັດການ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG