ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ FBI ກ່າວວ່າ ເຫດການ 'ການຍິງກັນ' ຢູ່ໃນສະຫະລັດ ເພີ້ມຂຶ້ນຢ່າງໄວວາ ໃນປີ 2021


ແຟ້ມຮູບ-ດອກໄມ້ຊໍ່ນຶ່ງ ສຽບໄວ້ຢູ່ກອງກ້ອນຫິນຢູ່ຟາກທາງຂອງຫ້ອງການ ເຟດແອັກສ໌ ໃນເມືອງອິນເດຍນາໂປລິສ, ເມື່ອວັນທີ 17 ເມສາ 2021, ເຊິ່ງມີຜູ້ຜູ້ຖືກຍິງ ແລະເສຍຊີວິດ 8 ຄົນ.
ແຟ້ມຮູບ-ດອກໄມ້ຊໍ່ນຶ່ງ ສຽບໄວ້ຢູ່ກອງກ້ອນຫິນຢູ່ຟາກທາງຂອງຫ້ອງການ ເຟດແອັກສ໌ ໃນເມືອງອິນເດຍນາໂປລິສ, ເມື່ອວັນທີ 17 ເມສາ 2021, ເຊິ່ງມີຜູ້ຜູ້ຖືກຍິງ ແລະເສຍຊີວິດ 8 ຄົນ.

ໄດ້ມີເຫດການ “ການຍິງກັນ” ເກີດຂຶ້ນລວມ 61 ຄັ້ງໃນປີແລ້ວນີ້, ເພີ້ມຂຶ້ນຫຼາຍກວ່າ 50 ເປີເຊັນຈາກປີ 2020 ແລະຫຼາຍກວ່າເຖິງສອງເທົ່າຂອງ 5 ປີທີ່ຜ່ານມາ, ອີງຕາມລາຍງານຂອງ​ອົງ​ການ​ສັນ​ຕິ​ບານກາງສະຫະລັດ ຫຼື FBI.

ການຍິງກັນໃນປີ 2021 ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 103 ຄົນ ແລະໄດ້ຮັບບາດ ເຈັບ 140 ຄົນ ໂດຍບໍ່ໄດ້ລວມມືປືນນໍາ, ອົງ​ການ FBI ກ່າວໃນລາຍງານທີ່ໄດ້ເປີດເຜີຍອອກມາໃນມື້ວັນຈັນວານນີ້.

​ອົງ​ການ FBI ໄດ້ອະທິບາຍກ່ຽວກັບມືປືນວ່າ ມີ “ມີຜູ້ຮ່ວມກໍ່ເຫດຢູ່ນຶ່ງຄົນ ຫຼືຫຼາຍກວ່ານຶ່ງຄົນໃນການສັງຫານ ຫຼື ພະຍາຍາມທີ່ຈະຂ້າຄົນຢູ່ໃນບ່ອນທີ່ມີຜູ້ຄົນຢູ່ຫຼາຍ.”

ການໂຈມຕີຈາກມືປືນຄົນດຽວ ​ບໍ່ຄວນສັບສົນລະຫວ່າງກການໂຈມຕີດ້ວຍການຍິງແບບຈໍານວນຫຼາຍ, ໂດຍທົ່ວໄປແລ້ວ ໝາຍເຖິງການຍິງທີ່ກ່ຽວຂ້ອງກັບຜູ້ເຄາະຮ້າຍ 4 ຄົນ ຫຼືຫຼາຍກວ່ານັ້ນ ແລະສາມາດເກີດຂຶ້ນໃນສະຖານທີ່ທີ່ເປັນສາທາລະນະ ແລະບໍລິເວນທີ່ເປັນພື້ນທີ່ສ່ວນໂຕ.

ລາຍງານດັ່ງກ່າວມີຂຶ້ນພາຍໃນ 9 ມື້ ລຸນຫຼັງມືປືນທີ່ມີອາຍຸ 18 ປີ ໄດ້ສັງຫານ 10 ຄົນ ແລະເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກສາມຄົນຢູ່ໃນຕະຫຼາດຂອງຊຸມຊົນທີ່ມີຄົນຜົວດໍາເປັນສ່ວນຫຼາຍ ໃນເມືອງບັຟຟາໂລ, ລັດນິວຢອກ.

ອົງ​ການ FBI ທຳການສືບສວນສອບສວນເຫດການທີ່ຍິງກັນນັ້ນວ່າເປັນການກໍ່ອາຊະຍາກໍາເນື່ອງມາຈາກຄວາມຄຽດຊັງ ແລະມີຄວາມຄິດຈໍາແນກເຊື້ອຊາດ

​ຜິວ​ພັນຢ່າງຮຸນແຮງ.

ກຸ່ມຄົນພາກັນສວດມົນພາວະນາ ເພື່ອລະນຶກເຖິງຜູ້ເຄາະຮ້າຍ ຈາກເຫດການຍິງກັນຢູ່ໃນຕະຫຼາດຂອງເມືອງບັຟຟາໂລ, ໂດຍມີການຍິງຢູ່ດ້ານນອກຕະຫຼາດ ທັອບ ເຟຣນລີ (Tops Friendly), ໃນເມືອງບັຟຟາໂລ, ລັດນິວຢອກ, ເມືອ່ວັນທີ 22 ພຶດສະພາ 2022.
ກຸ່ມຄົນພາກັນສວດມົນພາວະນາ ເພື່ອລະນຶກເຖິງຜູ້ເຄາະຮ້າຍ ຈາກເຫດການຍິງກັນຢູ່ໃນຕະຫຼາດຂອງເມືອງບັຟຟາໂລ, ໂດຍມີການຍິງຢູ່ດ້ານນອກຕະຫຼາດ ທັອບ ເຟຣນລີ (Tops Friendly), ໃນເມືອງບັຟຟາໂລ, ລັດນິວຢອກ, ເມືອ່ວັນທີ 22 ພຶດສະພາ 2022.

ອົງ​ການ FBI ກ່າວວ່າ ຂໍ້ມູນກ່ຽວກັບການຍິງກັນໃນຊ່ວງ 5 ປີທີ່ຜ່ານມາສະແດງໃຫ້ເຫັນວ່າ “ມີທ່າອ່ຽງເພີ້ມສູງຂຶ້ນ,” ເນື່ອງຈາກຈໍານວນຂອງເຫດການດັ່ງກ່າວເພີ້ມຂຶ້ນຈາກ 40 ກໍລະນີໃນປີ 2020 ແລະ 30 ກໍລະນີໃນປີ 2017.

ຈໍານວນຜູ້ທີ່ໄດ້ຮັບບາດເຈັບລົ້ມຕາຍທີ່ໄດ້ບັນທຶກໄວ້ໃນປີແລ້ວນີ້ມີຢູ່ 243 ຄົນ, ເຊິ່ງສູງຂຶ້ນເປັນອັນດັບສາມໃນຊ່ວງໄລຍະ 5 ປີ, ໂດຍມີຜູ້ເສຍຊີວິດຢູ່ໃນລະດັບສູງທີ່ສຸດ ທີ່ພວກເຂົາເຈົ້າໄດ້ບັນທຶກມາແຕ່ປີ 2017.

ຈໍານວນການໂຈມຕີ ແລະເຫດການຍິງໃສ່ກຸ່ມຄົນຢູ່ໃນໂຮງຮຽນ ມີຈໍານວນເພີ້ມຂຶ້ນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ອັນໄດ້ຜັກດັນໃຫ້ເກີດການອະ​ພິ​ປາຍກັນກ່ຽວກັບການແກ້ໄຂບັນຫາດັ່ງກ່າວນີ້, ນັບຕັ້ງແຕ່ຂໍ້ຈໍາກັດໃນການມີປືນ ໄປຈົນເຖິງການຍື່ນມືເຂົ້າໄປຊ່ວຍຕັ້ງແຕ່ທໍາອິດ ເພື່ອບໍ່ໃຫ້ມີຜູ້ກໍ່ເຫດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG