ສະຫະລັດໃນວັນພະຫັດວານນີ້ ໄດ້ກ່າວຫາອາຟຣິກາໃຕ້ວ່າ ສົ່ງອາວຸດໄປໃຫ້ຣັດເຊຍ ໃນການເຮັດສົງຄາມກັບຢູເຄຣນ ໃນການປະຕິບັດງານລັບທາງທະເລເປັນເວລາ 3 ມື້ ໃກ້ກັບນະຄອນເຄບທາວ ເມື່ອຕົ້ນເດືອນທັນວາທີ່ຜ່ານມາ.
ທ່ານຣູເບິນ ບຣີເກີຕີ (Reuben Brigety) ເອກອັກຄະລັດຖະທູດສະຫະລັດປະຈຳອາຟຣິກາໃຕ້ ກ່າວໃນການໃຫ້ຄວາມເຫັນ ຕໍ່ຫຼາຍໆອົງການຂ່າວຂອງອາຟຣິກາໃຕ້ວ່າ ສະຫະລັດແນ່ໃຈ ໄດ້ມີການຂົນອາວຸດ ໃສ່ກຳປັ່ນບັນທຸກ ເລດີ ອາຣ໌ (Lady R) ຂອງຣັດເຊຍ ທີ່ໄດ້ແລ່ນເຂົ້າໄປຈອດແບບລັບໆທີ່ຖານທັບເຮືອເມືອງທ່າໄຊມອນ ກ່ອນອອກເດີນທາງໄປຣັດເຊຍ.
ທ່ານໄດ້ອະທິບາຍເຖິງລັກສະນະ ທີ່ອາຟຣິກາໃຕ້ຖືກກ່າວຫາ ຕິດອາວຸດໃຫ້ຣັດເຊຍ ໃນລະຫວ່າງການບຸກລຸກ ເຂົ້າໄປໃນຢູເຄຣນນັ້ນວ່າ ເປັນເລື້ອງ “ທີ່ຮ້າຍແຮງຫຼາຍ” ແລະເວົ້າວ່າ ມັນໄດ້ເກີດມີຄຳຖາມກ່ຽວກັບການເອົາທ່າທີແບບເປັນກາງ ຂອງອາຟຣິກາໃຕ້ ຢູ່ໃນບັນຫາຂັດແຍ້ງດັ່ງກ່າວ.
ຢູ່ທີ່ສະພາແຫ່ງຊາດ ຜູ້ນຳພັກຝ່າຍຄ້ານຂອງອາຟຣິກາໃຕ້ ທ່ານຈອນ ສທີນຮຸຍເຊນ ໄດ້ຖາມປະທານາທິບໍດີເຊຣີລ ຣາມາໂຟຊາວ່າ ອາຟຣິກາໃຕ້ “ໄດ້ຕິດອາວຸດໃຫ້ແກ່ທະຫານຣັດເຊຍ ທີ່ພວມຄາດຕະກຳແລະເຮັດໃຫ້ປະຊາຊົນເປັນຄົນພິການ” ຫຼືບໍ່.
ທ່ານຣາມາໂຟຊາຕອບວ່າ ພວມມີການດຳເນີນການສືບສວນຢູ່. “ເລື້ອງນີ້ພວມຖືກສືບສວນຢູ່ ແລະໃນບໍ່ຊ້າກໍໄວພວກເຮົາຈະສາມາດເວົ້າກ່ຽວກັບເລື້ອງ ນີ້ໄດ້” ທ່ານຣາມາໂຟຊາ ກ່າວ ແລະທ່ານກໍບໍ່ໄດ້ໃຫ້ຄວາມເຫັນຫຍັງຕື່ມ.