ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫ​ລ​ ໄດ້​ກ່າວ​ຫາ ​ຣັດ​ເຊຍ ແລະ​ຊີ​ເຣຍ ​ວ່າ​ເສກ​ສັນ​ປັ້ນ​ແຕ່ງ​ເລື້ອງ ການໃຊ້​ອາ​ວຸດ​ເຄມີ​


ແມ​່​ຍິງ​ຊີ​ເຣຍ​ຄົນ​ນຶ່ງ ກຳ​ລັງ​ໄດ້​ຮັບ​ການ​ປິ່ນ​ປົວ ຢູ່​ໂຮງ​ໝໍໃນ​ລະ​ບອບ​ທີ່ຄວບໃນ​ເມືອງອ​າ​ແລັບ​ໂປ ປະ​ເທດ​ຊີ​ເຣຍ ວັນ​ທີ່ 24 ພະ​ຈິກ 2018.
ແມ​່​ຍິງ​ຊີ​ເຣຍ​ຄົນ​ນຶ່ງ ກຳ​ລັງ​ໄດ້​ຮັບ​ການ​ປິ່ນ​ປົວ ຢູ່​ໂຮງ​ໝໍໃນ​ລະ​ບອບ​ທີ່ຄວບໃນ​ເມືອງອ​າ​ແລັບ​ໂປ ປະ​ເທດ​ຊີ​ເຣຍ ວັນ​ທີ່ 24 ພະ​ຈິກ 2018.

ສະ​ຫະ​ລັດ​ໄດ້​ກ່າວ​ຫາ​ຣັດ​ເຊຍ ແລະ​ຊີ​ເຣຍ​ວ່າ​ເສກ​ສັນ​ປັ້ນ​ແຕ່ງ​ເລື້ອງ ກ່ຽວ​ກັບ​ອາ​ວຸດ​
ເຄ​ມີ​ທີ່​ໃຊ້​ໂດຍ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານຊີເຣຍ.

ສະ​ຫະ​ລັດ​ກ່າວໃນ​ວັນ​ສຸກວານ​ນີ້​ວ່າ​ ຕົນ​ມີ “ຂໍ້​ມູນ​ທີ່​ເຊື່ອ​ຖືໄດ້” ທີ່​ວ່າ ເລື້ອງລາວທີ່ກ່າວ
ໂດຍຣັດ​ເຊຍ​ກ່ຽວ​ກັບ​ການ​ໃຊ້​ອາ​ວຸດ​ເຄ​ມີຢູ່​ໃນ​ຊີ​ເຣຍ ໃນ​ເດືອນ​ພະ​ຈິກນັ້ນ​ເປັນເລື້ອງ
ບໍ່ຈິງ ແລະໄດ້​ກ່າວ​ວ່າ ກຳ​ລັງ​ຂອງ ຣັດ​ເຊຍ ແລະ​ຊີ​ເຣຍ ​ຫາກໄດ້​ຍິງ​ແກັ​ສ​ນ້ຳ​ຕາແທນ
ອີງຕາມໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ ທ່ານ​ໂຣ​ເບີ​ຣ​ຕ໌ ປາ​ລ​ລ​າ​ດີ​ໂນ ທີ່ໄດ້​ກ່າວໄປນັ້ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ໄດ້​ກ່າ​ວ​ໃນ​ວັນ​ທີ 24 ເດືອນ​ພະ​ຈິກວ່າ ພວກ​ຕໍ່​ຕ້ານ
ລັດ​ຖະ​ບ​ານຊີ​ເຣຍໄດ້​ຍິງ​ລູກ​ລະ​ເບີດ​ທີ​ບັນ​ຈຸ ​ສານໂຄ​ລ​ຣິນ​ ຢູ່ໃກ້​ກັບ​ເມືອງ​ອາ​ແລັບ​ໂປ
​ທີ່​ລັດ​ຖະ​ບານຄວບຄຸມຢູ່ນັນ. ສື່ມວນມວນຊົນ ຂອງທາງການຊີ​ເຣຍ ​ຍັງ​ໄດ້​ລາຍ​ງານ
​ເຫດ​ການດັ່ງ​ກ່າວ​ວ່າ ຊາວ​ຊີ​ເຣຍ​ປະ​ມານ 100 ຄົນ​ ໄດ້​ເຂົ້າ​ໂຮງໝໍ​ດ້ວຍ​ບັນ​ຫາ​ການ
​ຫາຍ​ໃຈຍາກ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ປາ​ລ​ລາ​ດີ​ໂນ ໄດ້​ກ່າວ​ຫາ​ຣັດ​ເຊຍ ແລະ​ຊີ​ເຣຍ​ວ່າ​ສ້າງລາຍ​ງານ
​ຜິດ​ພາດເພື່ອ​ເປັນ “ໂອ​ກາດ​ທຳ​ລາຍ​ຄວ​າມ​ເຊື່ອ​ຖື​ໃນ​ການ​ຢຸດ​ຍິງ​ໃນ​ເມືອງ​ອິດ​ລິບ”
ທີ່ເປັນຖານທີ່​ໝັ້ນ​ແຂງ​ແກ່ນ​ສຸດ​ທ້າຍ ​ຂອງ​ພວກ​ຕໍ່​ຕ້ານ​ສູ້​ລົບ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ເຣຍ
ທ່າ​ນ​ ບາ​ຊາ​ຣ ອາ​ລ-ອ​າຊາດ.

ຣັດ​ເຊຍ​ໄດ້​ຕອບ​ໂຕ້ຕໍ່​ການ​ໂຈມ​ຕີ​ທີ່​ວ່າ​ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເມືອງ​ອິດ​ລິບ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ເຕືອນ​ຣັດ​ເຂຍ ແລະ​ລະ​ບອບການປົກຄອງ ບໍ່ໃຫ້​ໄປທຳລາຍ
​ຫລັກ​ຖານ​ທີ່ສົງໄສວ່າ ເປັນບ່ອນ​ໂຈມ​ຕີ ​ແລະ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ຮັກ​ສາ​ໄວ້ ​ຊຶ່ງຄວາມ
ບໍ່ລຳອຽງ ​ການກວດສອບທີ່ເປັນອິດສະຫລະ ເພື່ອ​ວ່າ​ພວກ​ທີ່ຮັບ​ຜິດ​ຊອບ​ທັງຫຼາຍ ຈະ
ຖືກນຳມາລົງໂທດໄດ້.”

ທ່ານ​ພາ​ລ​ລາ​ດີ​ໂນ ກ່າວ​ວ່າ​ສະ​ຫະ​ລັດ​ມີ​ຄວ​າມ​ເປັນ​ຫ່ວງວ່າພວກ​ເຈົ້າ​ໜ້າ​ທີ່ຊີ​ເຣຍໄດ້​
ຮັກ​ສາ​ຄວບ​ຄຸ​ມ​ສະ​ຖານ​ທີ່​ດັ່ງ​ກ່າວ “ເພື່ອ​ໂອ​ກາດ​ແປງ​ຫລັກ​ຖານ ແລະ​ບ່ອນ​ທີ່​ເປັນ​ພິດ
ກ່ອນ​ການ​ກວດ​ກາ​ທີ່​ເໝາະ​ສົມ​ຂອງ​ເລື້ອງ​ນີ້ ໂດບ​ອົງ​ການ​ກີດ​ຫ້າມ​ການ​ໃຊ້​ອາ​ວຸດ​ເຄ​ມີ.”

ສະ​ຫະ​ລັດ ສະ​ຫະ​ປະ​ຊາ​ຊາດ ແລະ​ບັນ​ດາລັດ​ຖະ​ບານປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ ໄດ້
​ກ່າວ​ຫາ​ຊ້ຳ​ແລ້ວ​ຊ້ຳ​ອີກຕໍ່​ກຳ​ລັງ​ອາ​ຊ​ຊາດ ວ່າ​ໃຊ້​ອາ​ວຸດ​ເຄ​ມີ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ.
ລັດ​ຖະ​ບານ​ຊີ​ເຣຍ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ ແລະ​ໄດ້​ຖີ້ມ​ໂທດ​ການ​ໂຈມ​ຕີ​ໃສ່​ພວກ​ຕໍ່​
ຕ້ານ​ລັດ​ຖະ​ບານ.

ອ່ານ​ຂ່າວ​ນີ້​ເພິ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG