ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ກ່າວຫາຣັດເຊຍວ່າ ເມີນເສີຍຕໍ່ເລື້ອງ ກໍ່ອາຊະຍາກໍາ ທາງອິນເຕີແນັດ


ຊາຍຄົນນຶ່ງຍົກແລັບທອບຂຶ້ນໃນຂະນະທີ່ລະະຫັດທາງອິນເຕີແນັດ ກໍາລັງສົ່ງມາຫາລາວ ຢູ່ໃນຮູບທີ່ຖ່າຍ ໃນວັນທີ 13 ພຶດສະພາ, 2017
ຊາຍຄົນນຶ່ງຍົກແລັບທອບຂຶ້ນໃນຂະນະທີ່ລະະຫັດທາງອິນເຕີແນັດ ກໍາລັງສົ່ງມາຫາລາວ ຢູ່ໃນຮູບທີ່ຖ່າຍ ໃນວັນທີ 13 ພຶດສະພາ, 2017

ຄຳເຕືອນຂອງສະຫະລັດຕໍ່ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນກ່ຽວກັບການປ້ອງກັນ ການກໍ່ອາດຊະຍາກຳທາງອິນເຕີແນັດ ທີ່ເຊື່ອງຊ້ອນຢູ່ໃນຣັດເຊຍປາກົດວ່າ ບໍ່ໄດ້ມີຜົນກະທົບຫຍັງຫລາຍປານໃດ, ອີງຕາມເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍແລະເຈົ້າໜ້າທີ່ທາງດ້ານຄວາມປອດໄພທາງອິນເຕີແນັດຂອງສະຫະ ລັດ.

"ບໍ່ມີສິ່ງຊີ້ບອກໃດໆ ທີ່ສະແດງໃຫ້ເຫັນວ່າລັດຖະບານຣັດເຊຍໄດ້ດຳເນີນການປາບປາມຜູ້ກະທຳຜິດໃນການຮຽກຄ່າໄຖ່ທີ່ເຮັດວຽກຢູ່ໃນສະພາບແວດລ້ອມທີ່ອະນຸຍາດໃຫ້ ມີທີ່ພວກເຂົາໄດ້ສ້າງຂຶ້ນຢູ່ທີ່ນັ້ນ," ນັ້ນຄືຄໍາເວົ້າຂອງທ່ານພອລ ແອບແບັດ (Paul Abbate), ຮອງຜູ້ອຳນວຍການຫ້ອງການສັນຕິບານກາງ ຫລື FBI ທີ່ກ່າວຢູ່ກອງປະຊຸມສຸດຍອດດ້ານສືບລັບຢູ່ນອກນະຄອນຫຼວງວໍຊິງຕັນໃນວັນອັງຄານວານນີ້.

ທ່ານແອບແບັດ (Abbate) ກ່າວວ່າ "ພວກເຮົາໄດ້ຂໍຄວາມຊ່ວຍເຫຼືອແລະການຮ່ວມມືກ່ຽວກັບພວກຄົນທີ່ພວກເຮົາຮູ້ວ່າຢູ່ໃນຣັດເຊຍ, ຜູ້ທີ່ພວກເຮົາມີຂໍ້ກ່າວຫາຕໍ່, ແລະພວກເຮົາບໍ່ເຫັນວ່າມີການກະທຳຫຍັງເລີຍ." "ດັ່ງນັ້ນ, ຂ້າພະເຈົ້າຈະເວົ້າວ່າ ບໍ່ມີຫຍັງປ່ຽນແປງເລີຍໃນເລື່ອງນັ້ນ."

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໄດ້ຂໍຮ້ອງໃຫ້ຜູ້ນຳຣັດເຊຍດຳເນີນການຕໍ່ຕ້ານອາດຊະຍາກຳທາງອິນເຕີເນັດ ທີ່ດຳເນີນການຢູ່ໃນຣັດເຊຍສອງຄັ້ງ-ຄັ້ງທຳອິດ ແມ່ນຢູ່ໃນກອງປະຊຸມສຸດຍອດ ໃນເດືອນມິຖຸນາ ທີ່ນະຄອນເຈນີວາ ແລະອີກເທື່ອນຶ່ງແມ່ນຢູໃນການໂອ້ລົມທາງໂທລະສັບ ໃນ 1 ເດືອນຕໍ່ມາ.

ທ່ານໄບເດັນບອກນັກຂ່າວຫຼັງຈາກການລົມທາງໂທລະສັບໃນເດືອນກໍລະກົດຜ່ານມານັ້ນວ່າ "ຂ້າພະເຈົ້າໄດ້ເວົ້າຢ່າງຈະແຈ້ງຊັດເຈນກັບລາວວ່າ ສະຫະລັດຄາດຫວັງວ່າ ເມື່ອໃດການດໍາເນີນການຮຽກຄ່າໄຖ່ທາງອິນເຕີແນັດມາຈາກແຜ່ນດິນຂອງລາວ, ເຖິງແມ່ນວ່າ ມັນຈະບໍ່ໄດ້ຮັບການສະໜັບສະໜູນຈາກລັດຖະບານກໍຕາມ, ພວກເຮົາຄາດຫວັງວ່າ ໃຫ້ເຂົາເຈົ້າດໍາເນີນການ ຖ້າພວກເຮົາໄດ້ໃຫ້ຂໍ້ມູນພຽງພໍເພື່ອດໍາເນີນການໄດ້ຕໍ່ຄົນຜູ້ນັ້ນ." [[ https://www.voanews.com/usa/biden-putin-discuss-ransomware-attacks-russia ]]

ນັບຕັ້ງແຕ່ມີການໂອ້ລົມໃນເບື້ອງຕົ້ນ, ເຈົ້າໜ້າທີ່ຂັ້ນສູງຂອງທຳນຽບຂາວໄດ້ສັງ ເກດເຫັນການຫຼຸດລົງ ຂອງການໂຈມຕີຮຽກຄ່າໄຖ່ທາງອິນເຕີແນັດເຖິງແມ່ນວ່າພວກເຂົາເຈົ້າລັ່ງເລທີ່ຈະເວົ້າວ່າ ການປ່ຽນແປງແມ່ນເປັນຍ້ອນມີການກະທຳໃດໆ ຂອງມົສກູ.

ຜູ້ອຳນວຍການດ້ານຄວາມປອດໄພທາງອິນເຕີແນັດແຫ່ງຊາດຂອງສະຫະລັດ,ທ່ານຄຣິສ ອິງກລິສ (Chris Inglis) ກ່າວຕໍ່ຜູ້ຟັງໃນກອງປະຊຸມໃນຕອນເຊົ້າວັນອັງຄານວານນີ້ວ່າ "ການທີ່ບໍ່ມີກິດຈະກຳທາງອາຊະຍາກໍາໃນປັດຈຸບັນ ບໍ່ຄວນຫລົງຄິດວ່າ ມີການຄວບຄຸມຮັກສາຄວາມສະຫງົບທີ່ເຂັ້ມງວດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG