ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ໝັ້ນໃຈວ່າ ຣັດເຊຍ ຢູ່ເບື້ອງຫລັງ ການໂຈມຕີ ທາງອິນເຕີແນັດ


ທີ່ຕັ້ງຫ້ອງການປົກຄອງ ກະຊວງຮັກສາຄວາມປອດໄພ ພາຍໃນ ຂອງສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ.
ທີ່ຕັ້ງຫ້ອງການປົກຄອງ ກະຊວງຮັກສາຄວາມປອດໄພ ພາຍໃນ ຂອງສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ.

ສະຫະລັດ​ໄດ້​ກ່າວ​ຫາ​ຢ່າງ​ເປີ​ດເຜີຍ​ຕໍ່ຣັດ​ເຊຍ​ວ່າ ​ເປັນ​ຜູ້​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ທີ່ແນ​ໃສ່​ເພື່ອ​ບ່ອນ​ທຳລາຍການ​ເລືອກ​ຕັ້ງຄັ້ງຈະ​ມາ​ໃນ​ສະຫະລັດ ​ເຖິງ​ແມ່ນ​ວ່າ​ບັນດາ​ເຈົ້າ​ໜ້າທີ່ ປົກ​ຄອງ​ຂັ້ນ​ສູງຂອງ​ລັດຖະບານ ຍັງ​ບໍ່​ທັນ​ຮ້ອງການບຸກ​ລຸກດັ່ງ ກ່າວ​ນີ້ວ່າ ​ເປັນການເຮັດ​ສົງຄາມທາງ​ອິນ​ເຕີແນັດ​ເທື່ອ.

ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ສະຫະລັດ​ກ່າວ​ວ່າ ຕົນ​ມີ​ຄວາມ “ໝັ້ນ​ໃຈ” ວ່າ ຣັດ​ເຊຍ​ໄດ້ມີ​ຄຳ​ສັ່ງ​ໂດຍ​ກົງໃຫ້​ເຈາະຂໍ້​ມູນຄະນະ​ກຳ ມະການແຫ່ງ​ຊາດພັກ​ເດ​ໂມ​ແຄຣັດ​ ໃນ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ອີ​ແມ​ລ​ຫຼາຍ​ພັນສະບັບ​ຮົ່ວ​ໄຫລ ທີ່​ໄດ້​ສ້າງ​ຄວາມ​ອັບອາຍ​ຂາຍໜ້າ​ພັກ ​ໃນ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ໜ້າ​ກອງ​ປະຊຸມ​ແຫ່ງ​ຊາດຂອງ​ພັກ.

ອີງ​ຕາມ​ຖະ​ແຫລ​ງການ​ຈາກ​ຫ້ອງການຜູ້ອຳນວຍການສືບ​ລັບ​ແຫ່ງ​ຊາດ​ແລະ​ກະຊວງ​ຮັກ ສາ​ຄວາມ​ປອດ​ໄພ​ ພາຍ​ໃນສະຫະລັດ​ແລ້ວ “ການ​ລັກຂະ​ໂມ​ຍ​ ແລະ ​ເປີດ​ເຜີ​ຍ​ດັ່ງກ່າວ ແມ່ນມີ​ຄວາມ​ຕັ້ງ​ໃຈທີ່​ຈະ​ແຊກ​ແຊງ​ເຂົ້າ​ໃນ​ຂັ້ນຕອນ​ການເລືອກ​ຕັ້ງຢູ່ໃນສະຫະລັດ.”

ພາບບັນທຶກພວກປະທ້ວງຢູ່ນະຄອນ Phildelphia ລະຫວ່າງກອງປະຊຸມຫລວງ ພັກເດໂມແຄຣັດ.
ພາບບັນທຶກພວກປະທ້ວງຢູ່ນະຄອນ Phildelphia ລະຫວ່າງກອງປະຊຸມຫລວງ ພັກເດໂມແຄຣັດ.

​ຖະ​ແຫລ​ງການ​ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ເຊື່ອວ່າ ອີງ​ຕາມ​ຂອບ​ເຂດແລະ​ຄວາມສຳຄັນ ໃນ​ຄວາມ​ພະ​ຍາຍາມ​ເຫຼົ່ານີ້​ແລ້ວມີ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງຣັດ​ເຊຍ​ເທົ່າ​ນັ້ນ​ທີ່ສາ ມາດ​ອະນຸມັດ​ກິດຈະການ​ເຫລົ່າ​ນີ້​ໄດ້.”

ພວກ​ເຈົ້າ​ໜ້າ​ທີ່​ສືບລັບ ​ໄດ້​ສົງ​ໄສຣັດ​ເຊຍວ່າ ​ເປັນ​ຜູ້​ຢູ່ເບຶ້ອງຫລັງ​ການໂຈມ​ຕີ​ມາເປັນ​ເວ ລາ​ຫລາຍ​ອາທິດ​ແລ້ວ​ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຣັດ​ເຊຍ​ໄດ້​ໃຊ້​ “ກົນລະຍຸດ​ແລະເທັກ​ນິກ” ທີ່ຄ້າຍຄື​ກັນນີ້​ເພື່ອໃຊ້​ອິດ​ທິພົນ​ຊັກ​ຊວນຫາງ​ສຽງສາທາລະນະ​ຊົນ​ຢູ່​ໃນ​ທົ່ວ​ຢູ​ໂຣບ​ແລະເຂດ​ຢູ​ໂຣບ​ເອ​ເຊຍ.

Official: US Voting System Resilient to Cyberattacks
please wait

No media source currently available

0:00 0:02:22 0:00

ເຈົ້າ​ໜ້າ​ທີ່​ສະຫະລັດ​ຄົນ​ນຶ່ງ ກ່າວ​ຕໍ່ວີ​ໂອ​ເອວ່າ ແຕ່​ປະຊາ​ຄົມ​ສືບ​ລັບ​ສະຫະລັດ ​ໄດ້​ຕັດສິນ​ໃຈ​ເປິດ​ເຜີຍກ່ຽວ​ກັບ​ເລື້ອງນີ້ ຫລັງ​ຈາກ​ໄດ້​ພົບ​ເຫັນ​ຂໍ້​ມູນໃໝ່ໆ ທີ່​ໄດ້​ອຳນວຍໃຫ້​ເຂົາ​ເຈົ້າ ​ບັນລຸ​ “ຄວາມ​ເຊື່ອ​ໝັ້ນ​ໃນລະດັບ​ທີ່​ສູງ​ຂຶ້ນ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Election hacking
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG